ຂປລ
ຂປລ. ຄະນະຜູ້ແທນພັກ ປປ ລາວ ນໍາໂດຍສະຫາຍ ວາລະໄຊເລັ່ງ ສະຫວັດ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງ ປະຊຸມຄະນະປະຈໍາຂອງອົງການ ກອງປະຊຸມສາກົນຂອງບັນດາພັກ ການເມືອງໃນອາຊີ(ICAPP ຫລື ໄອແຄັບ) ຄັ້ງທີ 45 ແລະ ກອງ ປະຊຸມປິ່ນອ້ອມໃນລະຫວ່າງວັນທີ 25-28 ມິຖຸນາ 2026
ຜ່ານມາ ຢູ່ ນະຄອນຫລວງອູລານບາຕໍ ປະເທດມົງໂກລີ ໂດຍການເປັນເຈົ້າພາບ ຂອງພັກປະຊາຊົນມົງໂກລີ ຮ່ວມກັບ ກອງເລຂາໄອແຄັບ, ມີຄະນະຜູ້ແທນ ຈາກພັກການເມືອງທີ່ເປັນສະມາຊິກ ຄະນະປະຈໍາຂອງ 22 ພັກການ ເມືອງ ຈາກ 17 ປະເທດ ເຂົ້າຮ່ວມ. ກອງປະຊຸມຄະນະປະຈໍາ ໄອ ແຄັບ ແມ່ນກອງປະຊຸມກົນໄກປົກ ກະຕິຂອງອົງການດັ່ງກ່າວ ທີ່ຈັດ ຂຶ້ນສອງຄັ້ງຕໍ່ປີ ໂດຍໄດ້ເຕົ້າໂຮມ ເອົາສະເພາະບັນດາພັກການເມືອງທີ່ ເປັນສະມາຊິກຄະນະປະຈໍາ ເພື່ອທົບ ທວນຄືນຜົນສໍາເລັດຂອງໄອແຄັບ ໃນໄລຍະ 6 ເດືອນຕົ້ນປີ 2026; ກໍານົດທິດທາງ ແລະ ແຜນການ ເຄື່ອນໄຫວໃນຕໍ່ໜ້າລວມທັງປຶກສາ ຫາລືກ່ຽວກັບການຈັດກອງປະຊຸມ ໃຫຍ່ຂອງໄອແຄັບ ຄັ້ງທີ 13 ຊຶ່ງມີ ແຜນຈະຈັດຂຶ້ນໃນເດືອນພະຈິກ ທີ່ ຈະມາເຖິງນີ້. ພ້ອມນັ້ນ, ຍັງໄດ້ຈັດ ກອງປະຊຸມພິເສດຄູ່ຂະໜານກັນ ພາຍໃຕ້ຫົວຂໍ້: “ການຫັນປ່ຽນຂອງ ອາຊີ ໃນຍຸກດີຈິຕອນ: ສິ່ງທ້າທ້າຍ ຂອງປັນຍາປະດິດ” (Asian Transformation in the Digital Age: The Challenge of AI). ໃນກອງປະຊຸມຄັ້ງນີ້, ບັນດາ ຜູ້ແທນໄດ້ລົງເລິກແລກປ່ຽນກ່ຽວ ກັບແຜນການດໍາເນີນງານຂອງໄອ ແຄັບ ແລະ ການຂະຫຍາຍຈໍານວນ ສະມາຊິກຄະນະປະຈໍາ; ແລກປ່ຽນ ບົດຮຽນກ່ຽວກັບຂະບວນການພັດ ທະນາເຕັກໂນໂລຊີ ແລະ ດີຈິຕອນ ໂດຍໄດ້ຍົກໃຫ້ເຫັນວ່າການຫັນ ປ່ຽນດີຈິຕອນ ຖືເປັນໂອກາດອັນ ຍິ່ງໃຫຍ່, ເປັນສິ່ງທ້າທ້າຍ ແລະ ເປັນແຮງຂັບເຄື່ອນທີ່ສໍາຄັນໃນ ຂະບວນການພັດທະນາໄປສູ່ການ ສ້າງອຸດສາຫະກໍາ ແລະ ຄວາມ ທັນສະໄໝ; ເນັ້ນໜັກຄວາມສໍາຄັນ ຂອງເຕັກໂນໂລຊີ ໃນການຂັບເຄື່ອນ ເສດຖະກິດຜ່ານລະບົບການຄ້າເອ ເລັກໂຕຣນິກ, ການເງິນດີຈິຕອນ, ການໃຫ້ບໍລິການພາກລັດແບບເອ ເລັກໂຕຣນິກ ແລະ ເສດຖະກິດດີ ຈິຕອນ; ຊຸກຍູ້ການເສີມຂະຫຍາຍ ການຮ່ວມມືໃນພາກພື້ນ ແລະ ໃນ ໂລກ ເພື່ອຮ່ວມກັນຮັບມືກັບສິ່ງ ທ້າທ້າຍທີ່ມາພ້ອມການຫັນປ່ຽນ ດັ່ງກ່າວ ເປັນຕົ້ນບັນຫາຄວາມໝັ້ນ ຄົງທາງໄຊເບີ, ຄວາມແຕກໂຕນ ທາງດີຈິຕອນ, ການຮັກສາຂໍ້ມູນ, ຂ່າວສານທີ່ບິດເບືອນ, ມາດຖານ ທາງຈາລິຍະທໍາ ແລະ ຜົນກະທົບຕໍ່ ຮູບແບບການຈ້າງງານ. ໃນໂອກາດນີ້, ຄະນະຜູ້ແທນພັກ ປປ ລາວ ໄດ້ຢືນຢັນຄືນຄວາມໝາຍ ໝັ້ນຂອງພັກ ປປ ລາວ ໃນການ ປະກອບສ່ວນເຄື່ອນໄຫວໃນຂອບ ວຽກໄອແຄັບ ແລະ ເຊື່ອໝັ້ນວ່າ ໄອ ແຄັບ ເປັນກົນໄກໜຶ່ງທີ່ສໍາຄັນໃນ ການຊຸກຍູ້ສ້າງຄວາມເຂັ້ມແຂງໃຫ້ ແກ່ການຮ່ວມມືຫລາຍຝ່າຍ ເພື່ອ ສົ່ງເສີມການພັດທະນາ ແລະ ຄວາມ ຈະເລີນຮຸ່ງເຮືອງມາສູ່ພາກພື້ນ ກໍຄື ໃນໂລກ; ຍົກໃຫ້ເຫັນຄວາມສໍາຄັນຂອງບັນດາພັກການເມືອງໃນການ ຮ່ວມມືກັນ ເພື່ອໃຫ້ການຫັນປ່ຽນດີ ຈິຕອນເກີດຂຶ້ນຢ່າງກວມລວມ, ດຸ່ນ ດ່ຽງ ແລະ ຍືນຍົງ ເພື່ອໃຫ້ບັນດາ ປະເທດອາຊີ ມີຄວາມເຊື່ອມໂຍງ ທາງດີຈິຕອນ, ສາມາດປັບຕົວຕໍ່ ການປ່ຽນແປງທາງເຕັກໂນໂລຊີ ແລະ ສາມາດນໍາໃຊ້ປະໂຫຍດຈາກ ນະວັດຕະກໍາໄດ້ຢ່າງເຕັມສ່ວນ. ກອງປະຊຸມຄັ້ງນີ້, ໄດ້ປະສົບ ຜົນສຳເລັດຢ່າງຈົບງາມ ແລະ ໄດ້ ເປັນເອກະພາບຮັບຮອງເອົາຫລາຍ ບັນຫາສໍາຄັນ ໂດຍສະເພາະການ ແຈ້ງກ່ຽວກັບການກະກຽມທີ່ຈະ ຮັບຮອງເອົາ ພັກ ປປ ລາວ ເຂົ້າ ເປັນສະມາຊິກຄະນະປະຈໍາໄອແຄັບ ຢ່າງເປັນທາງການໃນກອງປະຊຸມ ໃຫຍ່ຂອງໄອແຄັບ ຄັ້ງທີ 13 ຊຶ່ງມີ ແຜນຈະຈັດຂຶ້ນໃນເດືອນພະຈິກ ທີ່ ນະຄອນຫລວງເຊອູນ, ສ ເກົາຫລີ. ການເຂົ້າຮ່ວມກອງປະຊຸມຄັ້ງ ນີ້, ສະມາຊິກຄະນະປະຈໍາໄອແຄັບ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ນຽມ ໂອຊໍ ອູດສຣາ ນາຍົກລັດຖະມົນຕີ, ປະທານພັກປະຊາຊົນມົງໂກລີ, ໃນ ການພົບປະຄັ້ງນີ້ ໄດ້ຕີລາຄາສູງຜົນ ສໍາເລັດຂອງການເຄື່ອນໄຫວຂອງ ໄອແຄັບ ໃນໄລຍະຜ່ານມາ. ພ້ອມ ທັງ, ສະແດງຄວາມຍິນດີໃນການ ເສີມສ້າງການຮ່ວມມືລະຫວ່າງບັນ ດາປະເທດໃນອາຊີ ແລະ ຄວາມ ໝາຍໝັ້ນໃນການປະກອບສ່ວນ ເຂົ້າໃນຂອບວຽກດັ່ງກ່າວ ໂດຍໄດ້ ແຈ້ງເຈດຈໍານົງຂອງພັກປະຊາຊົນ ມົງໂກລີ ໃນການຈັດກອງປະຊຸມ ຊາວໜຸ່ມໄອແຄັບ ໃນຕໍ່ໜ້າ. ກອງ ປະ ຊຸມຄັ້ງ ນີ້ ໄດ້ປະສົບ ຜົນສຳ ເລັດ ຢ່າງ ຈົບງາມ ແລະ ໄດ້ ເປັນ ເອກະ ພາບຮັບຮອງເອົາຫລາຍ ບັນຫາສໍາຄັນ ໂດຍສະເພາະການ ແຈ້ງກ່ຽວກັບການກະກຽມທີ່ຈະ ຮັບຮອງເອົາ ພັກ ປປ ລາວ ເຂົ້າ ເປັນສະມາຊິກຄະນະປະຈໍາໄອແຄັບ ຢ່າງເປັນທາງການໃນກອງປະຊຸມ ໃຫຍ່ຂອງໄອແຄັບ ຄັ້ງທີ 13 ຊຶ່ງມີ ແຜນຈະຈັດຂຶ້ນໃນເດືອນພະຈິກ ທີ່ ນະຄອນຫລວງເຊອູນ ສ ເກົາຫລີ.
KPL