ຂປລ
ປີ 1936, ທ່ານ ເອັດກາ ສະໂນ ນັກຂ່າວ ສະຫະລັດ ອາເມລິກາ ໄດ້ສະແດງໃຫ້ເຫັນພາບພົດ ຂອງພັກກອມມູນິດຈີນ ຕໍ່ທົ່ວໂລກ ໂດຍຜ່ານຕົວໜັງສື ແລະ ພາບຖ່າຍ. ຫລັງຈາກນັ້ນ 90 ປີຕໍ່ມາ, ຜູ້ຕອບແບບສອບຖາມ 11.521 ຄົນຈາກ 41 ປະເທດໃນທົ່ວໂລກໄ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ປີ 1936, ທ່ານ ເອັດກາ ສະໂນ ນັກຂ່າວ ສະຫະລັດ ອາເມລິກາ ໄດ້ສະແດງໃຫ້ເຫັນພາບພົດ ຂອງພັກກອມມູນິດຈີນ ຕໍ່ທົ່ວໂລກ ໂດຍຜ່ານຕົວໜັງສື ແລະ ພາບຖ່າຍ. ຫລັງຈາກນັ້ນ 90 ປີຕໍ່ມາ, ຜູ້ຕອບແບບສອບຖາມ 11.521 ຄົນຈາກ 41 ປະເທດໃນທົ່ວໂລກໄດ້ໃຫ້ຄຳຕອບຂອງເຂົາເຈົ້າ ຜ່ານການສຳຫລວດຄວາມຄິດເຫັນ ທີ່ດຳເນີນໂດຍໂທລະພາບສາກົນຈີນ ຫລື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫລື CMG: “ຜູ້ນຳທີ່ເຂັ້ມແຂງ” ແມ່ນຄວາມປະທັບໃຈທີ່ເລິກເຊິ່ງທີ່ສຸດ ທີ່ພວກເຂົາມີຕໍ່ພັກກອມມູນິດຈີນ. ຜົນການສຳຫລວດ ສະແດງໃຫ້ເຫັນວ່າ: ໃນການຕີລາຄາຕໍ່ ພັກກອມມູນິດຈີນ, ພາບພົດ “ຜູ້ນຳທີ່ເຂັ້ມແຂງ” ໄດ້ຮັບຄະແນນເປັນອັນດັບໜຶ່ງ, “ກຳລັງທີ່ຕັ້ງໜ້າ ໃນການຮັກສາ ສະຖຽນລະພາບທົ່ວໂລກ” ແລະ “ຕົວແທນຜົນປະໂຫຍດຂອງປະເທດພວມພັດທະນາ” ໄດ້ຮັບຄະແນນເປັນອັນດັບສອງ ແລະ ອັນດັບສາມຕາມລຳດັບ. ເມື່ອພິຈາລະນາຕາມເກນອາຍຸ, ຜູ້ຕອບແບບສອບຖາມອາຍຸ 18 ຫາ 24 ປີທີ່ເລືອກ “ຜູ້ປົກປ້ອງລະບຽບສາກົນທີ່ເຊື່ອຖືໄດ້” ແລະ “ຕົວແທນຜົນປະໂຫຍດຂອງປະເທດພວມພັດທະນາ” ມີອັດຕາສ່ວນສູງທີ່ສຸດ ໃນທຸກກຸ່ມອາຍຸ, ສ່ວນຜູ້ຕອບແບບສອບຖາມອາຍຸ 35 ປີຂຶ້ນໄປທີ່ເລືອກ “ຜູ້ນຳທີ່ເຂັ້ມແຂງ” ກວມເອົາອັດຕາສ່ວນຫລາຍກວ່າ ລະດັບສະເລ່ຍຂອງໂລກ. ໃນການຕີລາຄາລັກສະນະພາບພົດຂອງພັກກອມມູນິດຈີນ, ອິດທິພົນ, ວິໄສທັດໄລຍະຍາວ ແລະ ປະສິດທິພາບສູງແມ່ນ 3 ຄຳອະທິບາຍທີ່ມີອັດຕາການເລືອກສູງສຸດ. ການສຳຫລວດຄັ້ງນີ້ ດຳເນີນໂດຍການຮ່ວມມື ລະຫວ່າງ CGTN ກັບມະຫາວິທະຍາໄລປະຊາຊົນຈີນ ໂດຍຜ່ານສະຖາບັນຄົ້ນຄວ້າການສື່ສານສາກົນໃນຍຸກໃໝ່ ໂດຍມີ ຜູ້ຕອບແບບສອບຖາມ ຫລາຍກວ່າ 11.000 ຄົນຈາກ 41 ປະເທດໃນທົ່ວໂລກ. ຜູ້ຕອບແບບສອບຖາມ ກວມເອົາປະເທດພັດທະນາແລ້ວ ແລະ ປະເທດເຂດໂລກໃຕ້, ເຊິ່ງເປັນປະຊາຊົນທົ່ວໄປ ທີ່ມີອາຍຸເກີນ 18 ປີ, ກຸ່ມຕົວຢ່າງ ແມ່ນສອດຄ່ອງກັບ ການແບ່ງກຸ່ມຕາມເກນອາຍຸ ແລະ ເພດຂອງປະຊາກອນໃນແຕ່ລະປະເທດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL