ຂປລ
ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມມະຕິ ແລະ ເອກະສານສຳຄັນຂອງພັກ ໃຫ້ແກ່ພະນັກງານ-ສະມາຊິກພັກ ໃນວັນທີ 30 ມິ ຖຸນາ 2026
ຂປລ. ພາຍໃຕ້ການເປັນປະທານຂອງ ທ່ານ ສັນຕິສຸກ ສິມມາລາວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຄະນະພັກ, ຄະນະປະຈໍາ, ສະມາຊິກພັກຫ້ອງການ, ກົມ, ສູນ ແລະ ພາກສ່ວນກ່ຽວຂ້ອງເຂ້ົາຮ່ວມ. ການເຊ່ືອມຊຶມມະຕິ ແລະ ເອກະສານສຳຄັນຂອງພັກຄັ້ງນີ້, ຈັດຂຶ້ນເພື່ອແນໃສ່ສ້າງຄວາມຮັບຮູ້ຄວາມເຂົ້າໃຈ ແລະ ຄວາມເປັນເອກະພາບສູງ ໃຫ້ແກ່ຄະນະພັກ, ສະມາຊິກພັກ ແລະ ພະນັກງານຫລັກແຫລ່ງ ຕໍ່ກັບບັນດາເນື້ອໃນຈິດໃຈຫລັກການ ແລະ ກົດລະບຽບຂອງພັກ ຊ່ຶງການເຜີຍແຜ່ ແລະ ເຊື່ອມຊຶມຄັ້ງນີ້, ປະກອບ 4 ເອກະສານສຳຄັນ ເຊັ່ນ: ກົດລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ເພື່ອໃຫ້ສະມາຊິກພັກທຸກສະຫາຍ ກຳແໜ້ນບັນດາທິດທາງຍຸດທະສາດ ເປົ້າໝາຍການພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນໄລຍະໃໝ່; ຄຳແນະນຳກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ສະບັບເລກທີ 303/ຄຈສພ ລົງວັນທີ 20 ພຶດສະພາ 2026 ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດກົດລະບຽບພັກ ມີຄວາມເຂັ້ມງວດຖືກຕ້ອງ ແລະ ເປັນເອກະພາບກັນໃນທົ່ວພັກ; ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກກ່ຽວກັບບ້ານ ແລະ ການຈັດຕັ້ງບ້ານ ສະບັບເລກທີ 296/ຄຈສພ ລົງວັນທີ 08 ພຶດສະພາ 2026 ເພື່ອແນໃສ່ປັບປຸງກໍ່ສ້າງ ແລະ ຮັດແໜ້ນລະບົບການເມືອງຢູ່ຮາກຖານ ບ້ານໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ສາມາດເຄື່ອນໄຫວໄດ້ຢ່າງມີປະສິດທິຜົນ; ມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝ ທີ XII ຊຶ່ງເປັນການກໍານົດທິດທາງໜ້າທີ່ຈຸດສຸມ ແລະ ມາດຕະການຕ່າງໆ ໃນການນໍາພາ-ຊີ້ນຳວຽກ ງານພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານພັກ-ພະນັກງານໃນສະເພາະໜ້າ ແລະ ຍາວນານ.
ການເຊື່ອມຊຶມເອກະສານໃນຄັ້ງນີ້, ບໍ່ພຽງແຕ່ເປັນການຮຽນ ຮູ້ທາງດ້ານທິດສະດີເທົ່ານັ້ນ ແຕ່ແມ່ນການກຽມພ້ອມທາງດ້ານຄວາມຄິດ ແລະ ການກະທຳເພື່ອນຳເອົາເນື້ອໃນຈິດໃຈໄປໝູນໃຊເຂົ້າໃນວຽກງານຕົວຈິງ ຢູ່ແຕ່ລະຂະແໜງການໃຫ້ເກີດດອກອອກ ຜົນ ແລະ ຮັບປະກັນການພັດທະນາຮາກຖານບ້ານໃຫ້ເຂັ້ມແຂງ.
ຂ່າວ-ພາບ: ພຸດດາວອນ ພາສຸວັນ
KPL