ຂປລ
ກອງປະຊຸມ ບັນດາການນຳ ລັດຖະສະພາຂອງ ອົງການ ສົນທິສັນຍາ ອັດລັງຕິກເໜືອ (NATO) ໄດ້ໄຂຂຶ້ນໃນວັນທີ 29 ມິຖຸນາ ຢູ່ນະຄອນ ອິດສຕັນບູ (Istanbul) ຂອງຕວັກກີ, ດ້ວຍຈຸດສຸມແມ່ນເພີ່ມທະວີ ການລົງທຶນ ເຂົ້າການປ້ອງກັນຊາດ ກ່ອນທີ່ກອງປະຊຸມສຸດຍອດ NATO ຄາດວ່າ ຈະຈັດຂຶ້ນຢູ່ ອານກາຣາ(Ankara) ໃນວັນທີ 7–8 ກໍລະກົດ.

ຂປລ.ວິທະຍຸກະຈາຍສຽງຫວຽດນາມ, ກອງປະຊຸມ ບັນດາການນຳ ລັດຖະສະພາຂອງ ອົງການ ສົນທິສັນຍາ ອັດລັງຕິກເໜືອ (NATO) ໄດ້ໄຂຂຶ້ນໃນວັນທີ 29 ມິຖຸນາ ຢູ່ນະຄອນ ອິດສຕັນບູ (Istanbul) ຂອງຕວັກກີ, ດ້ວຍຈຸດສຸມແມ່ນເພີ່ມທະວີ ການລົງທຶນ ເຂົ້າການປ້ອງກັນຊາດ ກ່ອນທີ່ກອງປະຊຸມສຸດຍອດ NATO ຄາດວ່າ ຈະຈັດຂຶ້ນຢູ່ ອານກາຣາ( Ankara) ໃນວັນທີ 7–8ກໍລະກົດ.ໃນໂອກາດນີ້ ທ່ານ ມາກອສ ເປເຣສເຕຣລໂລ(Marcos Perestrello) ປະທານສະພາ ລັດຖະສະພາ ຮຽກຮ້ອງໃຫ້ ບັນດາປະເທດສະມາຊິກ ປະຕິບັດຕາມຍຸດທະສາດ ລົງທຶນແບບ “ອັດສະລິຍະກວ່າ, ໄວກວ່າ ແລະ ມີການປະສານສົມທົບ”, ພ້ອມທັງຖືວ່າ ການກໍ່ສ້າງ NATO ໃຫ້ໝັ້ນຄົງເຂັ້ມແຂງ ບໍ່ພຽງແຕ່ອີງໃສ່ ການເພີ່ມລາຍຈ່າຍ ດ້ານປ້ອງກັນຊາດເທົ່ານັ້ນ. ຈາກນັ້ນ ທ່ານ ຣັດມິລາ ເຊເກຣິນສະກາ (Radmila Shekerinska) ຮອງເລຂາທິການໃຫຍ່ NATO ຫວັງວ່າ ບັນດາສຳພັນທະມິດ ຈະນຳບັນດາແຜນການລະອຽດມ ຍັງກອງປະຊຸມ ເພື່ອແນໃສ່ບັນລຸເປົ້າໝາຍລາຍຈ່າຍ ດ້ານປ້ອງກັນຊາດເທົ່າກັບ5% ຍອດຜະລິດຕະພັນພາຍໃນ (GDP) ໃນປີ 2035. ທ່ານ ຣີເຊບ ໄຕຢິບ ເອີໂດກັນ(Recep Tayyip Erdogan) ປະທານາທິບໍດີ ຕວັກກີ ກໍ່ຮຽກຮ້ອງນຳປະເທດນີ້ ເຂົ້າຮ່ວມບັນດາກົນໄກ ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຂອງເອີຣົບ ຢ່າງຄົບຖ້ວນ ກ່ອນທີ່ດຳເນີນ ກອງປະຊຸມສຸດຍອດ NATO./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL