ຂປລ
ຄະນະຜູ້ແທນ ພັກປະຊາຊົນ ປະຕິວັດລາວ ນໍາໂດຍສະຫາຍ ບຸນເຫລືອ ພັນດານຸວົງ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ພ້ອມດ້ວຍຄະນະໄດ້ເດີນທາງເຂົ້າຮ່ວມກອງປະຊຸມຄະນະປະຈຳ ຄ້ັງທີ 3 ຂອງເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານການປະຕິວັດໃນສະໄໝໃໝ່ຂອງລັດທິລ່າເມືອງຂຶ້ນແບບໃໝ່ ແລະ ກອງປະຊຸມສໍາມະນາດ້ານກົດໝາຍສາກົນ ເຊັນປີເຕີສະເບີກ ຄັ້ງທີ 14 ຊຶ່ງຈັດຂຶ້ນທີ່ເມືອງເຊັນປີເຕີສະເບີກ, ສະຫະພັນຣັດເຊຍ ໃນລະຫວ່າງ ວັນທີ 24-26 ມິຖຸນາ 2026 ນີ້.
ຂປລ. ໂດຍການເປັນເຈົ້າພາບຂອງພັກຣັດເຊຍເອກະພາບ, ມີຄະນະຜູ້ແທນຈາກພັກການເມືອງທີ່ເປັນຄະນະປະຈຳຂອງຂອບການຮ່ວມມືດັ່ງກ່າວ ແລະ ບັນດາພັກການເມືອງຄູ່ຮ່ວມສັງເກດການທີ່ມາຈາກທະວີບອາຊີ, ເອີຣົບ, ອາຟຣິກາ ແລະ ອາເມລິກາລາຕິນ ຫລາຍກວ່າ 20 ປະເທດ ເຂົ້າຮ່ວມ.
ໃນພິທີ ທ່ານ ອັນເດຣ ກລີມົບ ສະມາຊິກສະພາສູງຂອງພັກຣັດເຊຍ ເອກະພາບໄດ້ມີຄຳເຫັນເນັ້ນໜັກກ່ຽວກັບສະພາບການສາກົນໃນປັດຈຸບັນ, ບັນດາການເຄື່ອນໄຫວຜ່ານມາຂອງຂະບວນການ ແລະ ຊີ້ໃຫ້ເຫັນເຖິງຄວາມຈຳເປັນໃນການເສີມຂະຫຍາຍການພົວພັນ ຮ່ວມມືຂອງບັນດາພັກການເມືອງ ເພື່ອຕ້ານການເຄື່ອນໄຫວຂອງລັດທິລ່າເມືອງຂ້ຶນແບບໃໝ່. ຈາກນັ້ນ, ບັນດາຜູ້ແທນກອງປະຊຸມ ໄດ້ປະກອບຄຳເຫັນໂດຍໄດ້ຢົກໃຫ້ເຫັນເຖິງພຶດຕິກຳຕົວຈິງຂອງລັດທິລ່າເມືອງຂຶ້ນແບບໃໝ່ ທີ່ພວມຂະຫຍາຍຕົວຢູ່ພາກພື້ນຕ່າງໆໃນໂລກ, ແລກປ່ຽນບົດຮຽນໃນການຕອບຕ້ານ ແລະ ຮັບມືກັບຜົນກະທົບຂອງລັດທິລ່າເມືອງຂຶ້ນແບບໃໝ່.
ໂອກາດດັ່ງກ່າວ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈຕ່ໍການເຊ້ືອເຊີນຂອງພັກຣັດເຊຍເອກະພາບ ແລະ ໄດ້ຕີລາຄາສູງຕ່ໍກອງປະຊຸມດ່ັງກ່າວ, ພ້ອມທັງເນັ້ນເຖິງຄຸນຄ່າຂອງຄວາມເປັນເອກະລາດ ແລະ ເສລີພາບຂອງລັດທີ່ມີອະທິປະໄຕຊຶ່ງ ສປປ ລາວ ໄດ້ຜ່ານຂະບວນການຕໍ່ສູ້ຢ່າງຍືດເຍື້ອຍາວນານກ່ອນຈະບັນລຸເປົ້າໝາຍດັ່ງກ່າວ. ພ້ອມກັນນັ້ນ, ກໍໄດ້ຢໍ້າຄືນເຖິງຄວາມຈໍາເປັນ ໃນການຮັກສາຫລັກການພົວພັນລະຫວ່າງປະເທດບົນພ້ືນຖານກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນຢ່າງເຄ່ັງຄັດ, ສະຫາຍຍັງໄດ້ຢືນຢັນຄືນທັດສະນະອັນສະເໝີຕົ້ນສະເໝີປາຍຂອງພັກ ກໍຄື ແນວທາງການຕ່າງປະເທດຂອງ ສປປ ລາວ ໃນການສະໜັບສະໜູນການຕໍ່ສູ້ຕ້ານກັບລັດທິລ່າ ເມືອງຂຶ້ນແບບໃໝ່ ແລະ ຊຸກຍູ້ຂະບວນການເພື່ອເສລີພາບຂອງບັນດາຊາດໃຫ້ສືບຕໍ່ຂະຫຍາຍຕົວຢ່າງກວ້າງຂວາງ.
ກອງປະຊຸມຄະນະປະຈຳເວທີດັ່ງກ່າວ ເປັນກົນໄກທີ່ມີຄວາມ ສຳຄັນໃນການເຕົ້າໂຮມເອົາບັນດາພັກການເມືອງໃນພາກພື້ນຕ່າງໆ ເພ່ືອເປັນກະບອກສຽງ ແລະ ກຳລັງແຮງໃນການຕໍ່ສູ້ຕ້ານກັບລັດທິລ່າເມືອງຂຶ້ນແບບໃໝ່ ໂດຍມີພັກຣັດເຊຍ ເອກະພາບເປັນຜູ້ຂັບເຄື່ອນທີ່ສຳຄັນ ແລະ ພັກປະຊາຊົນປະຕິວັດລາວ ເປັນໜຶ່ງໃນສະມາຊິກຄະນະປະຈຳ ຊຶ່ງການເຂົ້າຮ່ວມກົນໄກດັ່ງກ່າວ ນອກຈາກຈະເປັນໂອກາດດີໃນການແລກປ່ຽນຖອດຖອນບົດຮຽນກັບພັກການເມືອງໃນໂລກ, ຍັງເປັນການສະແດງເຖິງຄວາມເອົາໃຈໃສ່ປະກອບສ່ວນໃນຂອບດັ່ງກ່າວ ຢ່າງເປັນເຈົ້າການ, ເປັນການເສີມຂະຫຍາຍວຽກງານການຕ່າງໆປະເທດໃນຂອບຫລາຍຝ່າຍຂອງພັກ ກໍຄືເປັນການຍົກສູງຖານະບົດບາດ ຂອງພັກເຮົາໃນເວທີສາກົນ.
ໃນໂອກາດເຂົ້າຮ່ວມກອງປະຊຸມສາກົນ ໃນຄ້ັງນ້ີ, ຄະນະຜູ້ແທນພັກ ປປ ລາວ ຍັງໄດ້ເຂົ້າຮ່ວມສໍາມະນາດ້ານກົດໝາຍສາກົນ ເຊັນປີເຕີສະເບີກ ຄັ້ງທີ 14 ແລະ ໄດ້ປະກອບຄໍາເຫັນ ຊຶ່ງໄດ້ຕີລາຄາ ຕໍ່ສະພາບການສາກົນ ແລະ ພາກພື້ນໃນປັດຈຸບັນທີ່ພວມຜັນແປໄປ ຢ່າງສະຫລັບສັບຊ້ອນ ແລະ ໄດ້ເນ້ັນໜັກເຖິງການເຄ່ືອນໄຫວຂອງລັດທິລ່າເມືອງຂຶ້ນແບບໃໝ່ ທີ່ສວຍໃຊ້ກົດໝາຍສາກົນ ເປັນເຄື່ອງມືໃນການແຊກແຊງຕໍ່ປະເທດອື່ນ ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດາພັກການເມືອງສືບຕໍ່ຮ່ວມມືກັນໃນການປົກປ້ອງ ແລະ ເຊີດຊູກົດໝາຍສາກົນ ກໍຄື ການຍຶດໝັ້ນບັນດາຫລັກການສາກົນ ເພ່ືອສ້າງກົນໄກທີ່ມີປະສິດທິພາບໃນການຊຸກຍູ້ຂະບວນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່.
ໃນການເຄື່ອນໄຫວຄັ້ງນີ້, ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ຍັງໄດ້ຢ້ຽມຢາມມະຫາວິທະຍາໄລເຊັນປີເຕີສະເບີກ ຊຶ່ງເປັນມະຫາວິທະຍາໄລທີ່ມີຊື່ສຽງ, ມີປະຫວັດສາດຍາວນານ ແລະ ໄດ້ຮັບຟັງການບັນຍາຍຫົວຂໍ້ທີ່ກ່ຽວຂ້ອງກັບການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ໂດຍບັນດາຄະນະຜູ້ຊ່ຽວຊານຂອງມະຫາວິທະຍາໄລ. ນອກຈາກນີ້, ຄະນະຜູ້ແທນລາວຍັງໄດ້ຢ້ຽມຢາມສະຖານທ່ີທາງປະຫວັດສາດທ່ີສຳຄັນຂອງເມືອງເຊັນປີເຕີສະເບີກ ອັນໄດ້ເຮັດໃຫ້ການເຄື່ອນໄຫວຂອງຄະນະຜູ້ແທນລາວຄັ້ງນີ້ມີເນື້ອໃນອຸດົມສົມບູນ ແລະ ມີຜົນສຳເລັດຢ່າງຈົບງາມ.
KPL