ພິທີໂຮມຊຸມນຸມສະເຫລີມສະຫລອງວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 105 ປີ

01/07/2026 13:02
ຂປລ ທ່ານ ສີ ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ກຳ​ມະ​ການ​ ສູນ​ກາງ​ພັກ​ກອມ​ມູ​ນິດ​ ປະ​ທານ​ ປະ​ເທດ​ຈີນ ປະ​ທານ​ ຄະ​ນະ​ກຳ​ມະ​ການ​ ການ​ທະ​ຫານ ​ສູນ​ກາງ​ຈີນ​ ໄດ້​ກ່າວ​ສະ​ແດງ​ ຄວາມ​ຢື້​ຢາມ​ ຖາມ​ຂ່າວ ແລະ ອວຍ​ພອນ​ເຖິງ ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ ​ທຸກ​ຖ້ວນ​ໜ້າ ​ເນື່ອງ​ໃນ​ໂອ​ກາດ ວັນ​ສ້າງ​ຕັ້ງ​ ພັກ​ກອມ​ມູ​ນິດ​ຈີນ ​ຄົບ​ຮອບ 105 ປີ.​

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ​ວັນ​ທີ 1 ກໍ​ລະ​ກົດ 2026, ພິ​ທີໂຮມ​ຊຸມ​ນຸມ ສະ​ເຫລີມ​ ສະຫລອງ ວັນ​ສ້າງ​ຕັ້ງ​ ພັກ​ກອມ​ມູ​ນິດ​ຈີນ​ ຄົບ​ຮອບ 105 ປີ ໄດ້​ຈັດ​ຂຶ້ນ ​ຢູ່​ຫໍ​ສະ​ພາ ​ປະ​ຊາ​ຊົນແຫ່ງ​ຊາດ ​ທີ່​ນະ​ຄອນຫລວງ​ປັກ​ກິ່ງ. ທ່ານ ສີ ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ ​ຄະ​ນະ​ກຳ​ມະ​ການ​ ສູນ​ກາງ​ພັກ​ກອມ​ມູ​ນິດ​ ປະ​ທານ​ ປະ​ເທດ​ຈີນ ປະ​ທານ​ ຄະ​ນະ​ກຳ​ມະ​ການ​ ການ​ທະ​ຫານ​ສູນ​ກາງ​ຈີນ​ ໄດ້​ກ່າວ​ສະ​ແດງ​ ຄວາມ​ຢື້​ຢາມ​ ຖາມ​ຂ່າວ ແລະ ອວຍ​ພອນ​ເຖິງ ​ສະ​ມາ​ຊິກ​ພັກ​ກອມ​ມູ​ນິດ​ຈີນ ​ທຸກ​ຖ້ວນ​ໜ້າ ​ເນື່ອງ​ໃນ​ໂອ​ກາດ ວັນ​ສ້າງ​ຕັ້ງ​ ພັກ​ກອມ​ມູ​ນິດ​ຈີນ ​ຄົບ​ຮອບ 105 ປີ.​ຕະຫລອດ​ໄລ​ຍະ 105 ປີ​ຜ່ານ​ມາ​ນີ້, ພັກ​ກອມ​ມູ​ນິດ​ຈີນ ​ບຸກ​ບືນ​ສູ້​ຊົນ​ຢ່າງ​ບໍ່​ລົດ​ລະ, ປ່ຽນ​ແປງ​​ອະ​ນາ​ຄົດ ແລະ ຊາ​ຕາ​ກຳ ຂອງ​ປະ​ຊາ​ຊົນ​ຈີນ​ ໃນ​ຂັ້ນ​ກົກ​ຮາກ, ບຸກ​ເບີກ ​ເສັ້ນ​ທາງ ​ອັນ​ຖືກ​ຕ້ອງ​ ທີ່​ບັນ​ລຸ​ການ​ຟື້ນ​ຟູ ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ ​ອັນ​ຍິ່ງ​ໃຫຍ່​ ຂອງ​ປະ​ຊາ​ຊາດ​ຈີນ, ​ສະ​ແດງ ໃຫ້​ເຫັນ​ພະ​ລັງ​ຊີ​ວິດ ​ທີ່​ແຂງ​ແຮງ​ ຂອງ​ລັດ​ທິ​ມາກ, ສົ່ງ​ຜົນ​ສະ​ທ້ອນ ​ທີ່​ເລິກ​ເຊິ່ງ ​ຕໍ່​ຂະ​ບວນ​ວິ​ວັດ​ ຂອງ​ປະ​ຫວັ​ດ​ສາດ​ໂລກ, ໄດ້​ຝຶກ​ຝົນ ຫລໍ່ຫລອມ ​ພັກ​ກອມ​ມູ​ນິດ​ຈີນ ​ທີ່​ເຂັ້ມ​ແຂງ. ປັດ​ຈຸ​ບັນ, ພະ​ລັງ​ຊີ​ວິດ​ ທີ່​ເຂັ້ມ​ແຂງ​ ຂອງ​ພາ​ລະ​ກິດ​ ສັງ​ຄົມ​ນິ​ຍົມ ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ ສປ ຈີນ​ ພິ​ສູດ​ໃຫ້​ເຫັນ​ເຖິງ​ ຄວາມ​ຖືກ​ຕ້ອງ ​ຕາມຫລັກ​ ວິ​ທະ​ຍາ​ສາດ ແລະ ລັກ​ສະ​ນະ​ ສັດ​ຈະ​ທຳ​ ຂອງ​ລັດ​ທິ​ມາກ​ ຢ່າງ​ເຕັມ​ສ່ວນ, ​ສະ​ແດງ​ເຖິງ ​ລັກ​ສະ​ນະ​ ປະ​ຊາ​ຊົນ ແລະ ລັກ​ສະ​ນະ​ພຶດ​ຕິ​ກຳ ​ຂອງ​ລັດ​ທິ​ມາກ​ ຢ່າງ​ເຕັມ​ສ່ວນ, ທັງ​​ສະ​ແດງ ໃຫ້​ເຫັນ​ເຖິງ ​ລັກ​ສະ​ນະ ​ເປີດ​ປະ​ຕ ສູ່​ພາຍນອກ ແລະ ລັກ​ສະ​ນະ​ຍຸກ​ສະ​ໄໝ ​ຂອງ​ລັດ​ທິ​ມາກ ​ຢ່າງ​ເຕັມ​ສ່ວນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top