ຂປລ
ກະຊວງວິທະຍາສາດ ແລະ ເຕັກໂນໂລຊີສື່ສານ ແລະ ການສື່ສານ ຂອງສ.ເກົາຫລີເປີດເຜີຍວ່າ:ສ.ເກົາຫລີ ຈະຊຸກຍູ້ການລົງທຶນທີ່ມີມູນຄ່າສູງເຖິງ 1 ພັນຕື້ວອນ (ປະມານ 6,5 ແສນລ້ານໂດລາສະຫະລັດ)
ຂປລ.ສຳນັກຂ່າວ ອິນໂຟເຄວສ: ກະຊວງວິທະຍາສາດ ແລະ ເຕັກໂນໂລຊີສື່ສານ ແລະ ການສື່ສານ ຂອງສ.ເກົາຫລີເປີດເຜີຍວ່າ:ສ.ເກົາຫລີ ຈະຊຸກຍູ້ການລົງທຶນ ທີ່ມີມູນຄ່າສູງເຖິງ 1 ພັນຕື້ວອນ (ປະມານ 6,5 ແສນລ້ານໂດລາ ສະຫະລັດ) ໃນການກໍ່ສ້າງສູນຂໍ້ມູນ ປັນຍາປະດິດ (AI) ໃຫ້ສຳເລັດພາຍໃນປີ 2035.
ທ່ານ ແບ ຢອງຮຸນ (Baek Kyung-hoon), ລັດຖະມົນຕີກະຊວງ ວິທະຍາສາດໄດ້ເປີດເຜີຍ ແຜນການດັ່ງກ່າວ ໃນລະຫວ່າງການປະຊຸມ ສະຫລຸບການລົງທຶນ ລະດັບຊາດ ເຊິ່ງມີປະທານາທິບໍດີ ລີ ແຈມຢອງ (Lee Jae-myung) ຂອງສ.ເກົາຫລີ ເປັນປະທານ ຢູ່ທີ່ທຳນຽບຊອງວາແດ. ໂດຍທ່ານໄດ້ເນັ້ນຢ້ຳວ່າ: "ການມີຄັງຂໍ້ມູນທີ່ພ້ອມ ແລະ ຄອບຄຸມ ຄືກະແຈ ສຳຄັນທີ່ຈະຊ່ວຍໃຫ້ ສ.ເກົາຫລີ ຍາດແຍ່ງຄວາມເປັນຜູ້ນຳ ໃນການແຂ່ງຂັນດ້ານ AI ກາຍະພາບ (Physical AI) ໃນລະດັບໂລກ."
ນອກຈາກນີ້, ລັດຖະມົນຕີ ກະຊວງວິທະຍາສາດ ຍັງໄດ້ເປີດເຜີຍຕື່ມອີກວ່າ: ໃນໄລຍະ 3 ປີຕໍ່ຈາກນີ້ ຈະເປັນ"ກາລະໂອກາດອັນດີ" ໃນການກ້າວຂຶ້ນເປັນອັນດັບ 1 ໃນດ້ານເອໄອ ກາຍະພາບ ແລະ ລັດຖະບານຈະເປັນ ຜູ້ຮ່ວມບຸກເບີກ ອຸດສາຫະກຳກາຍະພາບນີ້ ໂດຍກຳນົດໃຫ້ເປັນ ອຸດສາຫະກຳຍຸດທະສາດ ລະດັບຊາດ./.
KPL