ມາເລເຊຍ ຄາດຄະເນລາຄາອາຫານຈະເພີ່ມຂຶ້ນ 8%

01/07/2026 13:47
ຂປລ ທ່ານ ອັກມານ ນັສຣຸນເລາະ ໂມຣດ ນາຊີ (Akmal Nasir) ລັດຖະມົນຕີກະຊວງເສດຖະກິດຂອງມາເລເຊຍ ເປີດເຜີຍວ່າ: ລາຄາຝຸ່ນ ແລະ ຕົ້ນທຶນທີ່ກ່ຽວຂ້ອງກັບອາຫານ ມີທ່າອ່ຽງປັບຕົວສູງຂຶ້ນຫຼາຍ.

ຂປລ.ສຳນັກຂ່າວ ອິນໂຟເຄວສ: ທ່ານ ອັກມານ ນັສຣຸນເລາະ ໂມຣດ ນາຊີ (Akmal Nasir) ລັດຖະມົນຕີກະຊວງເສດຖະກິດຂອງມາເລເຊຍ ເປີດເຜີຍວ່າ: ລາຄາຝຸ່ນ ແລະ ຕົ້ນທຶນ ທີ່ກ່ຽວຂ້ອງ ກັບອາຫານ ມີທ່າອ່ຽງປັບຕົວສູງຂຶ້ນຫຼາຍ. ໂດຍຄາດວ່າລາຄາຝຸ່ນຈະເພີ່ມຂຶ້ນ 15-20% ໃນຂະນະທີ່ຕົ້ນທຶນອາຫານ ອາດສູງຂຶ້ນປະມານ 8%ເນື່ອງຈາກ ມາເລເຊຍ ຕ້ອງອາໃສ ການນຳເຂົ້າ ປັດໄຈການຜະລິດ ໃນປະລິມານຫລາຍ.

ທ່ານ ອັກມານໄດ້ຖະແຫລງ ຕໍ່ລັດຖະສະພາໃນວັນທີ29 ມິຖຸນາ ວ່າ: ມາເລເຊຍນຳເຂົ້າຝຸ່ນປະມານ 63% ຂອງຄວາມຕ້ອງການຊົມໃຊ້ ທັງໝົດ, ສົ່ງຜົນໃຫ້ຂະແໜງການ ກະສິກຳມີ ຄວາມອອ່ນແອ ຕໍ່ການປ່ຽນແປງ ແລະ ການຢຸດຈຶ້ງ ຂອງຕ່ອງໂສ້ ຄວາມຕ້ອງການໂລກ. ໂດຍສະເພາະແມ່ນ ວິສາຫະກິດຂະໜາດກາງ ແລະ ຂະໜາດຍ່ອຍ (SME) ເຊິ່ງເປັນກຸ່ມ ທີ່ມີຄວາມສ່ຽງ ໄດ້ຮັບຜົນກະທົບ ຫລາຍທີ່ສຸດ ເນື່ອງຈາກມີສະພາບຄ່ອງ ທາງການເງິນຈຳກັດ ແລະ ຈະຜະເຊີນກັບແຮງກົດດັນ ດ້ານກະແສເງິນສົດຫລາຍຂຶ້ນ ຫາກຕົ້ນທຶນ ການຜະລິດ ຍັງປັບຕົວສູງຂຶ້ນ ຢ່າງຕໍ່ເນື່ອງ.

ເຖິງຢ່າງໃດກໍຕາມ,ລັດຖະບານ ພວມດຳເນີນມາດຕະການ ເພື່ອຮັກສາຄວາມໝັ້ນຄົງດ້ານ ສິນຄ້າອຸປະໂພກ-ບໍລິໂພກທີ່ຈຳເປັນ, ຄວບຄຸມລາຄາສິນຄ້າພື້ນຖານ ແລະ ເພີ່ມປະສິດທິພາບ ລະບົບການກະຈາຍ ສິນຄ້າ ເພື່ອຫລຸດຜ່ອນ ຜົນກະທົບຈາກການປັບຂຶ້ນ ຂອງລາຄາ.

ໂດຍລັດຖະມົນຕີ ກະຊວງເສດຖະກິດມາເລເຊຍ ກ່າວຕື່ມວ່າ: ລັດຖະບານໄດ້ວາງແນວທາງ ຮັບມືກັບວິກິດການ ຄວາມຕ້ອງການໂລກ ທີ່ມີທ່າອ່ຽງແກ່ຍາວ. ໂດຍປັດຈຸບັນ ປະລິມານເຂົ້າສານ ພາຍໃນປະເທດ ລວມທັງສາງສຳຮອງ ແມ່ນມີພຽງພໍສຳລັບການບໍລິໂພກ 5-6 ເດືອນ.ສ່ວນອາຫານທີ່ຈຳເປັນອື່ນໆ ເຊັ່ນ: ຊີ້ນໄກ່, ໄຂ່, ປາ, ນົມ ແລະ ໝາກໄມ້ ແມ່ນມີພຽງພໍ ຢ່າງໜ້ອຍ 1 ເດືອນ./.

KPL

ຂ່າວອື່ນໆ

ads
ads

Top