ຂປລ
ວັນທີ 29 ມິຖຸນາ 2026, ກະຊວງການຕ່າງປະເທດຈັດປາຖະກະຖາວັນກຳມະກອນສາກົນ ( 1 ພຶດສະພາ 1886) ຄົບຮອບ 140 ປີ, ວັນເກີດ ທ່ານ ກາກມາກ ( 5 ພຶດສະພາ 1818) ຄົບຮອບ 208 ປີ, ວັນໄຊຊະນະ ຂອງສະຫະພາບໂຊຫວຽດເໜືອ ຟາດຊິດເຢຍລະມັນ ໃນສົງຄາມໂລກ ຄັ້ງທີ II (9 ພຶດສະພາ 1945) ຄົບຮອບ 81 ປີ, ວັນຜ່າວົງປິດລ້ອມກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ (18 ພຶດສະພາ 1959) ຄົບຮອບ 67 ປີ, ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນໍາພັກ ແລະ ແນວລາວຮັກຊາດ (24 ພຶດສະພາ 1960) ຄົບຮອບ 66 ປີ ແລະ ຕີລາຄາສະພາບແນວຄິດພະນັກງານຂອງກະຊວງການຕ່າງປະເທດໃນປັດຈຸບັນ.
ຂປລ. ໂດຍໃຫ້ກຽດເປັນປະທານຂອງສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານລັດຖະກອນຂອງກະຊວງການຕ່າງປະເທດ ເຂ້ົາຮ່ວມຮັບຟັງ.ໃນວາລະທີ 1 ສະຫາຍ ໄມທອງ ທຳມະວົງສາ ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ປາຖະກະຖາວັນສຳຄັນຕ່າງໆຂອງສາ ກົນກໍຄື ເຫດການທີ່ສຳຄັນຂອງຊາດ ເພື່ອເປັນການໂຄສະນາ-ສຶກສາອົບຮົມໃຫ້ພະນັກງານ-ສະມາຊິກພັກ ມີຄວາມຮັບຮູ້ ແລະ ເຂົ້າໃຈ ເຖິງມູນເຊ້ືອການຕ່ໍສູ້ອັນພິລະອາດຫານ, ການເຕີບໃຫຍ່ຂອງຊົນຊ້ັນກໍາມະກອນ ແລະ ຮໍ່າຮຽນແບບຢ່າງອັນດີງາມ ແລະ ແນວຄິດອັນກ້າວໜ້າຂອງຜູ້ນຳຂອງຊາດ ແລະ ສາກົນ, ນ້ຳໃຈຮັກຊາດອັນສູງສ່ົງ, ເດັດດ່ຽວໜຽວແໜ້ນຂອງນັກຮົບປະຕິວັດໃນຂະບວນການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ເພື່ອທົບທວນຄືນມູນເຊ້ືອອົງອາດກ້າຫານຂອງກອງທັບຂອງຜູ້ນໍາພັກ ແລະ ລັດ ໂດຍສະເພາະການນໍາພາອັນສະຫລາດສ່ອງໃສຂອງພັກ ໃນການຜ່າວົງປິດລ້ອມ, ກອງພັນ ທີ 2 ວິລະຊົນ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນໍາພັກ, ເພື່ອເສີມຂະຫຍາຍມູນເຊື້ອນ້ຳໃຈຮັກຊາດຂອງຜູ້ນໍາໃນເມື່ອ ກ່ອນເຂ້ົາໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສາມາດປຸກລະດົມຊຸກຍູ້ໃຫ້ມີການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດ ຄັ້ງທີ X ຂອງລັດ ໃຫ້ນໍາໄປສູ່ການເຄື່ອນໄຫວລົງເລິກວຽກງານຕົວຈິງ. ຈາກນັ້ນ, ສະຫາຍ ທອງສະຫວັນ ພົມວິຫານ ກໍໄດ້ລົງເລິກຜັນຂະຫຍາຍ ແລະ ຍົກໃຫ້ເຫັນກ່ຽວກັບການສ້າງຄວາມຮັບຮູ້-ເຂົ້າໃຈອັນຖືກຕ້ອງ, ເລິກເຊິ່ງ, ສາມາດກຳແໜ້ນ ແລະ ສືບຕໍ່ຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຮູບປະທຳ, ທີ່ສອດຄ່ອງກັບສະພາບການຕົວຈິງ ແລະ ໄດ້ຮັບ ຜົນດີ. ນອກຈາກນ້ີ, ສະຫາຍຍັງໄດ້ຕີລາຄາສະພາບແນວຄິດພະນັກງານຂອງກະຊວງການຕ່າງປະເທດໃນປັດຈຸບັນ ເພື່ອຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.
ໃນວາລະສຸດທ້າຍຂອງການບັນຍາຍ, ສະຫາຍໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະນຳ, ຄະນະກົມ, ສະມາຊິກພັກ, ພະນັກງານທັງໝົດຂອງກະຊວງການຕ່າງປະເທດ ຈົ່ງພ້ອມກັນເສີມຂະຫຍາຍມູນເຊ້ືອອັນດີງາມຂອງພັກ ເປັນຕົ້ນແມ່ນບົດຮຽນການນໍາພາຂອງພັກໃນແຕ່ລະໄລຍະ, ພ້ອມກັນນັ້ນກໍພ້ອມກັນຖອດຖອນບົດຮຽນຈາກບັນດາຂໍ້ຂາດຕົກບົກຜ່ອງໃນໄລຍະຜ່ານມາ ເພື່ອປັບປຸງປ່ຽນແປງການນໍາພາຂອງພັກໃນໄລຍະໃໝ່ ໃຫ້ສອດຄ່ອງ, ພ້ອມກັນສ້າງພັກໃຫ້ປອດໃສ, ເຂ້ັມແຂງ ແລະ ໜັກແໜ້ນ ເພື່ອຮັກສາບົດບາດກໍາອໍານາດຂອງພັກ ແລະ ປະຕິບັດໜ້າທ່ີໃນວຽກງານການຕ່າງປະທດ ໃຫ້ສຳເລັດຕາມເປົ້າໝາຍທີ່ວາງໄວ້.
ພາບ: ຂັນໄຊ
KPL