ສປຈີນ ນໍາເຂົ້າແກສທຳມະຊາດ5 ລ້ານກວ່າໂຕນໃນເດືອນມິຖຸນານີ້

01/07/2026 13:52
ຂປລ ຍອດການນໍາເຂົ້າແກສ ທຳມະຊາດ (LNG) ຂອງຈີນໃນເດືອນມິຖຸນານີ້ ມີທ່າອ່ຽງໃກ້ຄຽງກັບ ໄລຍະດຽວກັນ ຂອງປີຜ່ານມາ.

ຂປລ.ສຳນັກຂ່າວ ອິນໂຟເຄວສ: ຂໍ້ມູນຈາກເຄັບເລີ (Kpler) ບໍລິສັດຕິດຕາມຂໍ້ມູນ ການແລ່ນກຳປັ່ນ ຂົນສົ່ງສິນຄ້າ ເປີດເຜີຍວ່າ: ຍອດການນໍາເຂົ້າແກສ ທຳມະຊາດ (LNG) ຂອງຈີນ ໃນເດືອນມິຖຸນານີ້ ມີທ່າອ່ຽງໃກ້ຄຽງ ກັບໄລຍະດຽວກັນຂອງປີຜ່ານມາ.

ສິ່ງນີ້ສະທ້ອນໃຫ້ເຫັນວ່າ ຈີນເລີ່ມກັບມາຊື້ເພີ່ມຂຶ້ນອີກຄັ້ງ ຫລັງຈາກທີ່ນໍາເຂົ້າໜ້ອຍລົງ ໃນໄລຍະຕົ້ນປີ ໂດຍຍອດການຜະລິດແກສ ພາຍໃນປະເທດທີ່ຫລຸດລົງ ປະກອບກັບ ຄວາມຕ້ອງການ ຊົມໃຊ້ພະລັງງານ ທີ່ເພີ່ມສູງຂຶ້ນໃນໄລຍະ ລະດູຮ້ອນ ແມ່ນປັດໄຈກະຕຸ້ນ ການນໍາເຂົ້າໃນເດືອນນີ້.

ຄາດວ່າຈີນ ເຊິ່ງເປັນຜູ້ນໍາເຂົ້າແກສ ທໍາມະຊາດແຫລວ ລາຍໃຫຍ່ທີ່ສຸດໃນໂລກ ຈະນໍາເຂົ້າແກັສທຳມະຊາດແຫລວ ປະມານ 5,29 ລ້ານໂຕນໃນເດືອນນີ້ ເຊິ່ງໃກ້ຄຽງກັບ ຍອດການຈັດສົ່ງ ຢ່າງເປັນທາງການ ຂອງປີຜ່ານມາ.

ໂດຍປັດໄຈທີ່ສົ່ງຜົນ ໃຫ້ຍອດນໍາເຂົ້າ ປັບຕົວເພີ່ມຂຶ້ນນັ້ນ ເນື່ອງມາຈາກ ປະລິມານການຜະລິດ ພາຍໃນປະເທດຫລຸດລົງ; ແກສສໍາຮອງເລີ່ມຫລຸດ ໜ້ອຍຖອຍລົງ; ສະພາບອາກາດ ທີ່ຮ້ອນຮຸນແຮງ ໃນໄລຍະລະດູຮ້ອນ ແລະ ລາຄາໃນຕະຫລາດໂລກ ປັບຕົວຫລຸດລົງຈາກລະດັບສູງສຸດ ໃນໄລຍະຈຸດພີກຂອງ ຄວາມຂັດແຍ່ງລະຫວ່າງ ສ.ອາເມລິກາ ແລະ ອີຣານ.

KPL

ຂ່າວອື່ນໆ

ads
ads

Top