ຂປລ
ກະຊວງສາທາລະນະສຸກ ຂອງກົງໂກ ເປີດເຜີຍວ່າ: ເຊື້ອພະຍາດ ອີໂບລາ (Ebola) ໄດ້ແຜ່ກະຈາຍໄປສູ່ເຂດສາທາລະນະສຸກ ມັນດີມາ (Mambasa) ໃນແຂວງ ອີຕູຣີ (Ituri) ທາງພາກຕາເວັນອອກ ຂອງປະເທດ
ຂປລ.ສຳນັກຂ່າວ ອິນໂຟເຄວສ: ກະຊວງສາທາລະນະສຸກ ຂອງກົງໂກ ເປີດເຜີຍວ່າ: ເຊື້ອພະຍາດ ອີໂບລາ (Ebola) ໄດ້ແຜ່ກະຈາຍໄປສູ່ເຂດສາທາລະນະສຸກ ມັນດີມາ (Mambasa) ໃນແຂວງ ອີຕູຣີ (Ituri) ທາງພາກຕາເວັນອອກ ຂອງປະເທດ, ຫລັງຈາກກວດພົບຜູ້ຕິດເຊື້ອ ທີ່ໄດ້ຮັບການຢືນຢັນຜົນ 1 ຄົນ ເມື່ອວັນທີ 26 ມິຖຸນາຜ່ານມາ.
ຫຼ້າສຸດກະຊວງສາທາລະນະສຸກ ແຈ້ງວ່າ ຈຳນວນເຂດສາທາລະນະສຸກ ທີ່ໄດ້ຮັບຜົນກະທົບໃນ 3 ແຂວງຂອງ ກົງໂກ ໄດ້ແກ່ ແຂວງອີຕູຣີ, ກີວູເໜືອ (North Kivu) ແລະ ກີວູໃຕ້ (South Kivu) ໄດ້ເພີ່ມຂຶ້ນເປັນ 35 ແຫ່ງ. ໂດຍ ເຂດສາທາລະນະສຸກ ແມ່ນໜ່ວຍງານບໍລິຫານ ຈັດການດ້ານສາທາລະນະສຸກ ແລະ ການເບິ່ງແຍງຂັ້ນພື້ນຖານ ທີ່ກວມເອົາໂຮງໝໍ, ສູນອະນາໄມ ແລະ ຊຸມຊົນອ້ອມຂ້າງ.
ປະຈຸບັນ ກົງໂກ ມີຜູ້ຕິດເຊື້ອພະຍາດ ອີໂບລາ ທີ່ໄດ້ຮັບການຢືນຢັນ ຜົນແລ້ວ 1.274 ຄົນ, ໃນນັ້ນລວມມີຜູ້ເສຍຊີວິດ 360 ຄົນ, ເຮັດໃຫ້ອັດຕາການເສຍຊີວິດ ໂດຍລວມຢູ່ທີ່ 28.3%. ໃນຂະນະດຽວກັນ ມີຜູ້ປ່ວຍປິ່ນປົວຫາຍດີແລ້ວ 178 ຄົນ ແລະ ຜູ້ປ່ວຍທີ່ກຳລັງກັກຕົວ ຫລື ປິ່ນປົວ ຢູ່ໂຮງໝໍ 502ຄົນ. ນອກຈາກນີ້, ຍັງມີຜູ້ຕ້ອງສົງໄສວ່າ ຕິດເຊື້ອອີກ 239 ຄົນ, ໃນນັ້ນລວມມີ ຜູ້ເສຍຊີວິດ 70 ຄົນ./.
KPL