105 ປີ ພັກຄອມມູນິດຈີນພິສູດໃຫ້ເຫັນເຖິງຄວາມສໍາເລັດທີ່ຍິ່ງໃຫຍ່

25/06/2026 19:29
ຂປລ ຂປລ. ການສ້າງຕັ້ງພັກຄອມມູນິດຈີນຄົບຮອບ 105 ປີບົນເສັ້ນທາງແຫ່ງຄວາມສໍາເລັດອັນຍິ່ງໃຫຍ່ຈາກອະດີດທີ່ເຄີຍເພິ່ງພາອາໄສການເຮັດກະສິກໍາແບບດັ່ງເດີມບໍ່ກຸ້ມກິນ, ທຸກຍາກຂາດເຂີນ, ຖືກກົດຂີ່ຂູດຮີດຂົ່ມເຫັງຈາກພວກຈັກກະພັດ-ຟາດຊິດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ຢ່າງລະອິດລະອ້ຽວກ້າວສູ່ປະເທດອຸດສາຫະກໍາທີ່ມີຂະໜາດເສດຖະກິດໃຫຍ່ອັນດັບຕົ້ນໆຂອງໂລກ, ຈາກລາຍໄດ້ສະເລ່ຍໃນອະດີດພຽງປະມານ 119 ຢວນຕໍ່ຄົນຕໍ່ປີ (ເກືອບ 19 ໂດລາຕໍ່ຄົນຕໍ່ປີ) ປັດຈຸບັນເພີ່ມຂຶ້ນເກືອບ 100,000 ຢວນຕໍ່ຄົນຕໍ່ປີ ຫລື ປະມານ 14.000 ກວ່າໂດລາ ແລະ ສາມາດລົບລ້າງຄວາມທຸກຍາກຂອງປະຊາຊົນໄດ້ 800 ລ້ານຄົນພຽງໄລຍະສັ້ນໆບໍ່ເຖິງ 5 ທົດສະວັດ ເຊິ່ງ ການເດີນທາງອັນຍາວໄກນັ້ນໄດ້ເຮັດໃຫ້ສາຍຕາຊາວໂລກແນມເບິ່ງຈີນເປັນໜຶ່ງໃນການປ່ຽນແປງທາງເສດຖະກິດ-ສັງຄົມໃຫຍ່ທີ່ສຸດແຫ່ງຍຸກສະໄໝໃໝ່.



ຂປລ. ການສ້າງຕັ້ງພັກຄອມມູນິດຈີນຄົບຮອບ 105 ປີບົນເສັ້ນທາງແຫ່ງຄວາມສໍາເລັດອັນຍິ່ງໃຫຍ່ຈາກອະດີດທີ່ເຄີຍເພິ່ງພາອາໄສການເຮັດກະສິກໍາແບບດັ່ງເດີມບໍ່ກຸ້ມກິນ, ທຸກຍາກຂາດເຂີນ, ຖືກກົດຂີ່ຂູດຮີດຂົ່ມເຫັງຈາກພວກຈັກກະພັດ-ຟາດຊິດລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ຢ່າງລະອິດລະອ້ຽວກ້າວສູ່ປະເທດອຸດສາຫະກໍາທີ່ມີຂະໜາດເສດຖະກິດໃຫຍ່ອັນດັບຕົ້ນໆຂອງໂລກ, ຈາກລາຍໄດ້ສະເລ່ຍໃນອະດີດພຽງປະມານ 119 ຢວນຕໍ່ຄົນຕໍ່ປີ (ເກືອບ 19 ໂດລາຕໍ່ຄົນຕໍ່ປີ) ປັດຈຸບັນເພີ່ມຂຶ້ນເກືອບ 100,000 ຢວນຕໍ່ຄົນຕໍ່ປີ ຫລື ປະມານ 14.000 ກວ່າໂດລາ ແລະ ສາມາດລົບລ້າງຄວາມທຸກຍາກຂອງປະຊາຊົນໄດ້ 800 ລ້ານຄົນພຽງໄລຍະສັ້ນໆບໍ່ເຖິງ 5 ທົດສະວັດ ເຊິ່ງ ການເດີນທາງອັນຍາວໄກນັ້ນໄດ້ເຮັດໃຫ້ສາຍຕາຊາວໂລກແນມເບິ່ງຈີນເປັນໜຶ່ງໃນການປ່ຽນແປງທາງເສດຖະກິດ-ສັງຄົມໃຫຍ່ທີ່ສຸດແຫ່ງຍຸກສະໄໝໃໝ່.

ເມື່ອເວົ້າເຖິງປະເທດຈີນທີ່ມີປະຊາກອນໜາແໜ້ນເຖິງ 1.4 ຕື້ຄົນ, ຫລາຍ ທ່ານ ອາດຮູ້ເປັນຢ່າງດີ ແລະ ບໍ່ສາມາດເບິ່ງຂ້າມໄດ້ປະຫວັດສາດທີ່ຍິ່ງໃຫຍ່ເປັນມູນເຊື້ອດີເລີດຂອງບັນພະບູລຸດຈີນຈາກຮຸ່ນສູ່ຮຸ່ນ, ຕົວຢ່າງໜຶ່ງໃນນັ້ນຄືຜົນງານການກໍ່ສ້າງກໍາແພງບູຮານເມືອງຈີນ “ໜຶ່ງໃນເຈັດສິ່ງມະຫັດສະຈັນຂອງໂລກ” ທີ່ມີຊື່ສຽງໂດ່ງດັງ, ຍາວທີ່ສຸດໃນໂລກປະມານ 21.000 ກວ່າກິໂລແມັດມີອາຍຸກວ່າ 2.700 ປີ; ເສັ້ນທາງສາຍໄໝບູຮານທີ່ມີປະຫວັດສາດຍາວນານ 2.155 ປີ ຕົ້ນກໍາເນີດການເປີດປະຕູຄ້າຂາຍຜ້າໄໝ, ໃບຊາ, ເຄື່ອງປັ້ນດິນເຜົາອອກສູ່ໂລກເວລານັ້ນ; ການເດີນທາງ ອັນຍາວໄກຂອງພັກຄອມມູນິດຈີນພໍດີມາເຖິງວາລະຄົບຮອບ 105 ປີຂອງການສ້າງຕັ້ງພັກຄອມມູນິດຈີນ (ວັນທີ1/7/1921-1/7/2026) ແລະ ອື່ນໆບໍ່ພຽງສະແດງໃຫ້ເຫັນບົດທົດສອບຄວາມຫຍຸ້ງຍາກຕ່າງໆນາໆ, ຜ່ານຜ່າອຸປະສັກກີດຂວາງ, ການອຸທິດເລືອດເນື້ອ-ສະຫລະຊີວິດເພື່ອຊາດຂອງປວງຊົນຊາວຈີນບັນດາເຜົ່າເທົ່ານັ້ນ ແຕ່ຫາກຍັງຢືນຢັນເຖິງບົດບາດການນໍາພາຂອງພັກຄອມມູນິດຈີນຢ່າງໜັກແໜ້ນທີ່ເຕັມ ໄປດ້ວຍຄວາມເກັ່ງກ້າປິຊາສາມາດ, ສະຫລາດສ່ອໄສ, ມີໄຫວພິບຄ່ອງແຄ້ວ, ແທດເຖິງຈິດໃຈປະຊາຊົນ ແລະ ກ້າວໄປຕາມຍຸກຕາມສະໄໝຢ່າງໝັ້ນຄົງຈົນເອື້ອອໍານວຍສະພາບແວດລ້ອມທີ່ດີ ແລະ ສ້າງເງື່ອນໄຂໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ແກ້ໄຂຄວາມທຸກຍາກ, ສ້າງວຽກເຮັດງານທໍາຕໍ່ຊາວໂລກຮອບດ້ານ. 
ດັ່ງທີ່ຮູ້ນໍາກັນຫລັງຈາກການສ້າງຕັ້ງພັກຄອມມູນິດຈີນໃນປີ 1921 ໃນເວລາ ນັ້ນພື້ນຖານເສດຖະກິດຍັງອອ່ນດ້ອຍ, ປະຊາຊົນຜະເຊີນໜ້າກັບຄວາມທຸກຍາກຂາດເຂີນ, ການຜະລິດຍັງໃຊ້ເຕັກນິກເກົ່າແກ່ດັ່ງເດີມແບບປະຖົມປະຖານບໍ່ກຸ້ມຢູ່ກຸ້ມກິນ, ພວກຈັກກະພັດ-ຟາດຊິດລ່າເມືອງຂຶ້ນຮຸກຮານຂົ່ມເຫັງ; ປີ 1949 ປະເທດໄດ້ເລີ່ມການ ສ້າງພື້ນຖານອຸດສາຫະກໍາ, ລະບົບການສຶກສາ,ສາທາລະນະສຸກ ແລະ ສິ່ງອໍານວຍຄວາມສະດວກອື່ນໆ. ຕໍ່ມາໃນຍຸກການປະຕິຮູບ ແລະ ເປີດປະເທດຈີນໄດ້ເລັ່ງການເຕີບໂຕດ້ານເສດຖະກິດຈົນກາຍເປັນປະເທດໜຶ່ງທີ່ມີຂະໜາດເສດຖະກິດໃຫຍ່ອັນດັບຕົ້ນໆຂອງໂລກແຊງໜ້າປະເທດຍີ່ປຸ່ນ,ຊາດເອີຣົບ ແລະ ອາດກາຍອາເມລິກາໃນປັດຈຸບັນ; ການຟື້ນຟູເສັ້ນທາງສາຍໄໝທີ່ນອນຫລັບໄຫລ 2.000 ກວ່າປີໃຫ້ເກີດຄືນໃໝ່, ໂດຍ ທ່ານ ສີຈິ້ນ ຜິງ ປະທານປະເທດຈີນໄດ້ປະກາດຈັດຕັ້ງປະຕິບັດຢ່າງເປັນທາງການໃນປີ 2013 ເຖິງ ປັດຈຸບັນມີຫລາຍກວ່າ 150 ປະເທດທົ່ວໂລກເຂົ້າຮ່ວມໂຄງການເສັ້ນທາງສາຍໄໝໃໝ່ ຫລື ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ, ໜຶ່ງໃນນັ້ນ ກໍມີ ສປປ ລາວເຂົ້າຮ່ວມຜ່ານໂຄງການເສັ້ນທາງລົດໄຟລາວ-ຈີນ. 

ໂດຍກ່ຽວຂ້ອງກັບວັນສໍາຄັນດັ່ງກ່າວໃນລະຫວ່າງວັນທີ 15 ມິຖຸນາ 2026, ສື່ມວນຊົນຈີນ (ຊີຈີທີເອັນ) ໄດ້ນໍາສະເໜີບົດຄວາມເຖິງ ທ່ານ ສີຈິ້ນ ຜິງ ປະທານປະເທດຈີນເຄີຍກ່າວໄວ້ວ່າເສັ້ນທາງ 100 ກວ່າປີຂອງພັກຄອມມູນິດຈີນໄດ້ມາບໍ່ງ່າຍ ແລະ ການສ້າງຕັ້ງພັກນີ້ຂຶ້ນມາກໍເພື່ອ ປະຊາຊົນໂດຍຖືວ່າ“ ປະຊາຊົນຄືແຜ່ນດິນ ” ແລະ ການຮັກສາແຜ່ນດິນກໍຄືການຮັກສາໃຈຂອງປະຊາຊົນ. ໃນເດືອນຕຸລາຂອງປີກາຍໃນກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກຄອມມູນິດຈີນຊຸດທີ 20, ທ່ານ ສີ ຈິ້ນຜິງ ໄດ້ກ່າວວ່າ ຕ້ອງຢືນຢັນບໍ່ລືມເຈດຕະນາເດີມ, ຍຶດຈຸດຢືນຂອງປະຊາຊົນຕະຫລອດຈົນໃສ່ໃຈບັນຫາຂອງປະຊາຊົນ, ການຄຸ້ມຄອງ ແລະ ປັບປຸງຄຸນນະພາບຊີວິດຂອງປະຊາຊົນໄປພ້ອມກັບການພັດທະນາ. ທ່ານເນັ້ນໃຫ້: ຍູ້ແຮງຄວາມຮັ່ງມີຮ່ວມກັນຢ່າງໝັ້ນຄົງເສີມສ້າງການບໍລິການສາທາລະນະຂັ້ນພື້ນຖານ, ສົ່ງເສີມຄວາມເທົ່າທຽມໃນການ ເຂົ້າເຖິງບໍລິການສາທາລະນະຕອບສະໜອງຄວາມຕ້ອງການດ້ານການຈ້າງງານ, ການສຶກສາ, ປະກັນສັງຄົມ, ທີ່ຢູ່ອາໄສ, ການຮັກສາເບິ່ງແຍງຜູ້ສູງອາຍຸ, ການແຕ່ງງານ, ການເກີດ ແລະ ການລ້ຽງດູເດັກເພື່ອເພີ່ມຄວາມສຸກ ແລະ ຄວາມປອດໄພໃຫ້ ປະຊາຊົນຢ່າງຕໍ່ເນື່ອງ. 
ຖ້າຫັນໄປເບິ່ງແຜນພັດທະນາເສດຖະກິດ–ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ຂອງຈີນຈະເຫັນວ່າ “ຊີວິດຄວາມເປັນຢູ່ຂອງປະຊາຊົນເປັນຈຸດສຳຄັນໂດຍໃນຕົວຊີ້ວັດ ຫລັກ 20 ລາຍການ ມີ 7 ລາຍການກ່ຽວກັບຊີວິດຄວາມເປັນຢູ່ຄິດເປັນຫລາຍກວ່າ 1 ໃນ 3 ໂດຍມຸ່ງເນັ້ນການຈ້າງງານ, ການເພີ່ມລາຍຮັບ, ການສຶກສາ, ສາທາລະນະສຸກ, ການເບິ່ງແຍງຜູ້ສູງອາຍຸ ແລະ ເດັກ. ປີ 2026 ເປັນປີເລີ່ມຕົ້ນຂອງແຜນ 5 ປີ ຄັ້ງທີ 15 ແລະ ຄົບຮອບ 105 ປີແຫ່ງການກໍ່ຕັ້ງພັກຄອມມູນິດຈີນ ໂດຍໃນເດືອນມັງກອນທີ່ ຜ່ານມາ ທ່ານ ສີ ຈິ້ນຜິງຍັງໄດ້ຮຽກຮ້ອງໃຫ້ສະມາຊິກພັກ ແລະ ການນໍາທຸກ ລະດັບເອົາໃຈໃສ່ປູກຝັງຄ່ານິຍົມທາງການເມືອງທີ່ຖືກຕ້ອງຍຶດຫລັກການ ເຮັດວຽກເພື່ອປະຊາຊົນສ້າງຜົນງານຈາກການລົງມືປະຕິບັດຕົວຈິງເພື່ອສ້າງຄວາມຜາສຸກໃຫ້ປະຊາຊົນ ແລະ ໄດ້ຮັບການຍອມຮັບຈາກສັງຄົມ.
ພ້ອມດຽວກັນນີ້, ໃນໂອກາດຄົບຮອບ 105 ປີຂອງການສ້າງຕັ້ງພັກຄອມມູນິດຈີນນີ້, ສື່ມວນຊົນຕ່າງປະເທດທົ່ວໂລກຍັງຍົກຜົນງານພົ້ນເດັ່ນຂອງຈີນຍາດມາໄດ້ເປັນຮູບປະທໍາມາສະເໜີຜ່ານສື່ຕ່າງໆວ່າ: ເມື່ອເສດຖະກິດຈີນຂະຫຍາຍຕົວຢ່າງໝັ້ນທ່ຽງແນ່ນອນວ່າມັນຈະເອື້ອອໍານວຍສິ່ງແວດລ້ອມທີ່ດີຈາກພາຍໃນສູ່ພາຍນອກຢ່າງຈະແຈ້ງຕໍ່ການພົວພັນດ້ານການຄ້າ, ການສົ່ງອອກ-ນໍາເຂົ້າ, ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນທົ່ວໂລກຢ່າງສະດວກສະບາຍເຊັ່ນກັນເພາະວ່າຈີນ ມີຂະໜາດເສດຖະກິດໃຫຍ່ທີ່ສຸດໃນໂລກ, ເປັນສູນກາງອຸດສາຫະກໍາໂລກ, ຜູ້ຂັບເຄື່ອນຕ່ອງໂສ້ການສະໜອງໂລກ, ມີພື້ນຖານໂຄງລ່າງເຕັກນິກວິທະຍາສາດ-ເຕັກໂນໂລຊີທັນສະໄໝແຖວໜ້າຂອງໂລກ ເຊິ່ງໃນນັ້ນມີ 9 ຜົນງານສະແດງໃຫ້ຊາວໂລກຮູ້ຢ່າງກວ້າງຂວາງຄື 1). ຈີດີພີຂອງຈີນ: ມີຂະໜາດເສດຖະກິດໃຫຍ່ເປັນອັນດັບຕົ້ນໆຂອງ ໂລກສະເລ່ຍ 130 ລ້ານລ້ານຢວນຕໍ່ປີໃນ 5 ປີຜ່ານມາ (ຫລາຍກວ່າ 19 ລ້ານລ້ານໂດລາສະຫະລັດ), ສະເລ່ຍລາຍໄດ້ຕໍ່ຫົວຄົນປະມານ 14.000 ໂດລາຕໍ່ຄົນຕໍ່ປີ; 2).ສາມາດ ລຶບລ້າງຄວາມທຸກຍາກຂອງປະຊາຊົນໄດ້ 800 ລ້ານຄົນໂດຍບໍ່ມີຊາດໃດ ເຮັດໄດ້ໃນ ປະຫວັດສາດ; 3).ມີເຄື່ອຂ່າຍທາງລົດໄຟຄວາມໄວສູງຫລາຍກວ່າ 48.000 ກິໂລແມັດ ຍາວທີ່ສຸດໃນໂລກ; 4). ເຄືອຂ່າຍທາງດ່ວນມີຄວາມຍາວຫລາຍກວ່າ190.000ກິໂລແມັດ; 5). ການສຶກສາ: ອັດຕາຮູ້ໜັງສືຂອງຜູ້ໃຫຍ່ກວມສູງກວ່າ 97%; 6).

ອາວະກາດ: ສໍາເລັດສ້າງສະຖານີອາວະກາດທຽນກົງ ແລະ ສາມາດສົ່ງຍານລົງສໍາຫລວດທາງໄກຂອງດວງຈັນໄດ້; 7). ການຄ້າຕ່າງປະເທດ: ຈີນເປັນໜຶ່ງໃນປະເທດທີ່ມີຄູ່ຄ້າໃຫຍ່ສຸດຂອງໂລກ, ກວມຫລາຍກວ່າ 120 ປະເທດ; 8). ມີເຄື່ອຂ່າຍຄົມມະນາຄົມທາງອາກາດ, ທາງບົກ ແລະ ທາງນໍ້າຍາວທີ່ສຸດໃນໂລກທີ່ເຊື່ອມໂຍງເຊື່ອມຈອດກັນກັບເສັ້ນທາງລົດໄຟ, ກໍາປັ່ນ ແລະ ເຮືອບິນຜ່ານໂຄງການຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງກວມເອົາ 150 ກວ່າປະເທດທົ່ວໂລກ; 9). ຈີນເປັນຜູ້ຜະລິດ ແລະ ສົ່ງອອກ ລົດໄຟຟ້າທີ່ເປັນມິດຕໍ່ສິ່ງແວດລ້ອມອັນດັບໜຶ່ງຂອງໂລກກວມເອົາປະມານ 70% ໃນ ປີ 2025 ສົ່ງອອກລົດໄຟຟ້າເກືອບ 3 ລ້ານຄັນ ແລະ ອື່ນໆ. ນອກຈາກນັ້ນ ຈີນຍັງຈະກາຍເປັນສູນກາງຕົວແບບສັນຕິພາບ ແລະ ຄວາມໝັ້ນຄົງໂລກອີກດ້ວຍໃນອະນາຄົດເນື່ອງຈາກຈີນໄດ້ສະແດງຈຸດຢືນຕະຫລອດຕໍ່ປະຊາຄົມໂລກວ່າຕົນຖືເອົາ ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ, ຢຶດໝັ້ນສັນຕິພາບ-ຄວາມສະຫງົບ, ແບ່ງປັນການພັດທະນາ-ຫລຸດຜ່ອນຄວາມແຕກໂຕນກັນບໍ່ຖິ້ມໃຜໄວ້ຢູ່ເບື້ອງຫລັກ, ສ້າງສະພາບແວດລ້ອມທີ່ດີເອື້ອອໍານວຍໃຫ້ແກ່ການສ້າງສາພັດທະນາປະຊາຄົມໂລກຮ່ວມກັນ ແລະ ກ້າວໄປຫາຄວາມຈະເລີນຮຸ່ງເຮືອງຢູ່ດີກິນດີພ້ອມກັນ.
ຫວ່າງມໍ່ໆມານີ້, ບັນດາປະມຸກລັດ, ນາຍົກລັດຖະມົນຕີ ແລະ ຜູ້ນໍາ ລະດັບສູງຈາກຫລາຍກວ່າ 20 ປະເທດ ໃນນັ້ນມີ ທ່ານ ໂດໂນທຣໍາ ປະທານາທິບໍດີ ອາເມລິກາ, ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີລັດເຊຍ, ລວມທັງ ທ່ານ ທອງລຸນ ສີສຸລິດ ປະທານປະເທດລາວ ແລະ ຊາດອື່ນໆທົ່ວໂລກໄດ້ເດີນທາງມາຢ້ຽມຢາມທາງລັດຖະກິດຢູ່ຈີນ ເຊິ່ງໄດ້ສະທອ້ນໃຫ້ເຫັນເຖິງບົດບາດອິດທິພົນ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເປັນຜູ້ນໍາທີ່ເປັນຕົວແບບຂອງຈີນຕໍ່ໂລກພາຍນອກ. 
ໄລຍະດຽວກັນນັ້ນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ກໍໄດ້ເດີນທາງຢ້ຽມຢາມທາງລັດຖະກິດຢູ່ຈີນເປັນເວລາ 5 ວັນ (2-6 ມິຖຸນາ 2026) ຕາມຄໍາເຊີນຂອງ ທ່ານ ສີ ຈິ້ນຜິງ ປະທານປະເທດແຫ່ງ ສປຈີນ ເຊິ່ງທັງສອງ ຝ່າຍກໍໄດ້ຕີລາຄາສູງຕໍ່ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຕາມທິດ 4 ດີ, ຄູ່ຮ່ວມຊາຕາກໍາລາວ-ຈີນ ແລະ ຜົນສໍາເລັດອັນຍິ່ງໃຫຍ່ອື່ນໆ,ພ້ອມນີ້ສອງຝ່າຍ ກໍໄດ້ຈັດພິທີຖະແຫລງການຮ່ວມກັນວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່ ແລະ ໄດ້ລົງນາມເອກະສານ ສໍາຄັນຮ່ວມກັນ 32 ສະບັບ. ຝ່າຍລາວນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວກໍໄດ້ຖືໂອກາດກ່າວຊົມເຊີຍຢ່າງສຸດອົກສຸດໃຈຕໍ່ ການສ້າງຕັ້ງພັກຄອມມູນິດຈີນຄົບຮອບ 105 ປີ, ຕີລາຄາສູງວ່ານັບແຕ່ກອງປະຊຸມໃຫຍ່ຄັ້ງທີ XVIII ຂອງພັກກອມມູນິດຈີນເປັນຕົ້ນມາ, ໃນເມື່ອປະເຊີນຫນ້າກັບໂລກທີ່ ມີການຜັນແປຢ່າງສະຫລັບຊັບຊ້ອນ, ສູນກາງພັກກອມມູນິດຈີນທີ່ມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງໄດ້ນໍາໃຊ້ມາດຕະການທີ່ມີລັກສະນະຍຸດທະສາດ, ດໍາເນີນພຶດຕິກຳ ທີ່ມີລັກສະນະການປ່ຽນແປງ, ໄດ້ບັນລຸຄວາມຄືບຫນ້າແບບບຸກທະລຸໃນດ້ານຕ່າງໆ, ຍາດໄດ້ຜົນສຳເລັດທີ່ເປັນຂີດຫມາຍ,ເຊິ່ງໄດ້ຊຸກຍູ້ພາລະກິດພັກ-ລັດບັນລຸຜົນງານລັກສະນະປະຫວັດສາດ, ເກີດມີການປ່ຽນແປງທີ່ມີລັກສະນະປະຫວັດສາດ. ຝ່າຍລາວ ຕີລາຄາຢ່າງສູງ, ພາຍໃຕ້ການນໍາພາອັນເຂັ້ມແຂງຂອງສູນກາງພັກຄອມມູນິດຈີນ ໂດຍສະຫາຍ ສີ ຈິ້ນຜິງ ເປັນແກນກາງນັ້ນ, ປະຊາຊົນຈີນໄດ້ສຳເລັດຫນ້າທີ່ເປົ້າຫມາຍຕົ້ນຕໍຂອງແຜນການ 5 ປີ ຄັ້ງທີ 14, ການຫັນເປັນທັນສະໄຫມແບບຈີນ ໄດ້ມີບາດກ້າວເຂັ້ມແຂງໃຫມ່, ຂະບວນການໃຫມ່ເພື່ອບັນລຸເປົ້າຫມາຍ 100 ປີ ເຫດການທີ 2 ໄດ້ເປີດສາກເປັນຢ່າງດີ. ຝ່າຍລາວອວຍພອນ ແລະ ເຊື່ອຫມັ້ນວ່າ, ພາຍໃຕ້ການນໍາພາອັນເຂັ້ມແຂງຂອງສູນກາງພັກຄອມມູນິດຈີນທີ່ມີ ສະຫາຍ ສີ ຈິ້ນຜິງ ເປັນແກນກາງ, ພັກ-ລັດ ແລະ ປະຊາຊົນຈີນຈະສຳເລັດຫນ້າທີ່ເປົ້າຫມາຍທຸກປະການທີ່ໄດ້ກຳນົດໃນແຜນການ 5 ປີ ຄັ້ງທີ 15, ຍາດໄດ້ຜົນສໍາເລັດໃຫມ່ ສອງມະຫັດສະຈັນທີ່ມີເສດຖະກິດຂະຫຍາຍຕົວຢ່າງວ່ອງໄວ ແລະ ສັງຄົມຮັກສາໄດ້ ຄວາມຫມັ້ນຄົງຢ່າງຍາວນານ, ເປີດສັງກາດໃຫມ່ແຫ່ງການກໍ່ສ້າງການຫັນເປັນທັນສະໄຫມແບບຈີນຢ່າງແຂງແຮງ, ປະກອບສ່ວນໃຫມ່ ແລະ ໃຫຍ່ຫລວງກວ່າເກົ່າເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນະຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ໃນໂລກ.
ດ້ວຍເສັ້ນທາງລະອິດລະອ້ຽວຕະຫລອດ 105 ປີແຫ່ງການສ້າງຕັ້ງພັກຄອມມູນິດຈີນນັ້ນໄດ້ຢືນຢັນຢ່າງໜັກແໜ້ນຕໍ່ການນໍາພາປະເທດກ້າວຜ່ານຄວາມທຸກຍາກ, ຄວາມຫລ້າຫລັງສູ່ຄວາມເປັນໜຶ່ງເສດຖະກິດຂະໜາດໃຫຍ່ຂອງໂລກ, ເພິ່ງຕົ້ນເອງ ກຸ້ມຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງຮອບດ້ານຜ່ານການປະຕິຮູບ, ການເປີດປະເທດ, ການຖືເອົາປະຊາຊົນເປັນໃຈກາງ, ຜົນສໍາເລັດອັນຍິ່ງໃຫຍ່ຂອງການພັດທະນາເສດຖະກິດ–ສັງຄົມ ແລະ ການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ທັງໝົດນັ້ນລ້ວນແຕ່ເກີດຈາກການນໍາພາຂອງພັກຄອມມູນິດຈີນ, ພະລັງມະຫາສາມັກຄີຂອງທົ່ວປວງຊົນຈີນບັນດາເຜົ່າຈິ່ງເຮັດໃຫ້ບັນລຸເປົ້າໝາຍມະຫັດສະຈັນ, ນໍາຄວາມຜາສຸກມາໃຫ້ປະຊາຊົນ ແລະ ຊ່ວຍຊຸກຍູ້ສົ່ງເສີມການພັດທະນາຮ່ວມກັນ ທົ່ວໂລກຢ່າງໝັ້ນຄົງ.
ໂດຍ: ເກີດຂວັນໃຈ ມາລີຈັນສີ

KPL

ຂ່າວອື່ນໆ

ads
ads

Top