ຂປລ
ກອງປະຊຸມ ລະດັບລັດຖະມົນຕີ ປ້ອງກັນຄວາມສະຫງົບຂອງ ສປປ ລາວ, ສສ ຫວຽດນາມ ແລະ ກຳປູເຈຍ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ພະນົມເປັນ ຂອງກຳປູເຈຍ, ຈຸດປະສົງ ເພື່ອເພີ່ມທະວີກົນໄກ ການຮ່ວມມືຂອງ 3 ປະເທດດັ່ງກ່າວ ໃນຂົງເຂດປ້ອງກັນ ຄວາມໝັ້ນຄົງຂອງພາກພື້ນ, ການຕ້ານອາຊະຍາກຳ ຂ້າມຊາດ ແລະ ອື່ນໆ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 30 ມິຖຸນາແລ້ວນີ້, ກອງປະຊຸມ ລະດັບລັດຖະມົນຕີ ປ້ອງກັນຄວາມສະຫງົບຂອງ ສປປ ລາວ, ສສ ຫວຽດນາມ ແລະ ກຳປູເຈຍ ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ພະນົມເປັນ ຂອງກຳປູເຈຍ, ຈຸດປະສົງ ເພື່ອເພີ່ມທະວີກົນໄກ ການຮ່ວມມືຂອງ 3 ປະເທດດັ່ງກ່າວ ໃນຂົງເຂດປ້ອງກັນ ຄວາມໝັ້ນຄົງຂອງພາກພື້ນ, ການຕ້ານອາຊະຍາກຳ ຂ້າມຊາດ ແລະ ອື່ນໆ.ກອງປະຊຸມຄັ້ງນີ້ ແມ່ນສ່ວນໜຶ່ງ ທີ່ສຳຄັນຂອງກົນໄກ ການສົນທະນາຂັ້ນສູງ ລະຫວ່າງ ພາກສ່ວນປ້ອງກັນ ຄວາມສະຫງົບຂອງ 3 ປະເທດ, ບັນດາຝ່າຍ ໄດ້ລົງເລິກແລກປ່ຽນຄວາມເຫັນກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ການຕ້ານອາຊະຍາກຳຂ້າມຊາດ, ການຄ້າຂາຍຢາເສບຕິດ, ການຫລອກລວງ ທາງໂທລະຄົມ, ການຄ້າມະນຸດ, ການຮ່ວມມື ດ້ານປ້ອງກັນຄວາມສະຫງົບ ຢູ່ເຂດຊາຍແດນ ແລະ ອື່ນໆ, ທັງໄດ້ບັນລຸຄວາມເຫັນ ທີ່ເປັນເອກະພາບກັນ ຢ່າງກວ້າງຂວາງ ກ່ຽວກັບ ການເພີ່ມທະວີ ການແລກປ່ຽນ ຂໍ້ມູນຂ່າວສານ, ການບັງຄັບໃຊ້ ກົດໝາຍຮ່ວມກັນ ແລະ ການເສີມສ້າງ ຄວາມສາມາດຕື່ມອີກ. ທຸກຝ່າຍທີ່ເຂົ້າຮ່ວມ ກອງປະຊຸມເຫັນດີ ເປັນເອກະພາບກັນວ່າ: ຈະສືບຕໍ່ຊຸກຍູ້ກົນໄກ ການຮ່ວມມື ລະຫວ່າງ ພາກສ່ວນບັງຄັບໃຊ້ ກົດໝາຍຂອງ 3 ປະເທດ ຫັນເປັນແບບປົກກະຕິ ແລະ ເປັນລະບຽບການ, ຍົກສູງຄວາມສາມາດຮ່ວມກັນ ຮັບມືກັບ ອາຊະຍາກຳຂ້າມຊາດ, ຮ່ວມກັນ ປົກປັກຮັກສາ ສັນຕິພາບ ແລະ ສະຖຽນລະພາບ ຂອງພາກພື້ນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL