ຂປລ
ພິທີໂຮມຊຸມນຸມ ສະເຫລີມ ສະຫລອງ ວັນສ້າງຕັ້ງ ພັກກອມມູນິດຈີນ ຄົບຮອບ 105 ປີໄດ້ຈັດຂຶ້ນ ຢ່າງຍິ່ງໃຫຍ່ໃນເວລາ 10 ໂມງຂອງວັນທີ 1 ກໍລະກົດ ນີ້ຢູ່ຫໍສະພາ ປະຊາຊົນ ແຫ່ງຊາດຈີນ ທີ່ນະຄອນຫລວງປັກກິ່ງ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ພິທີໂຮມຊຸມນຸມ ສະເຫລີມ ສະຫລອງ ວັນສ້າງຕັ້ງ ພັກກອມມູນິດຈີນ ຄົບຮອບ 105 ປີໄດ້ຈັດຂຶ້ນ ຢ່າງຍິ່ງໃຫຍ່ໃນເວລາ 10 ໂມງຂອງວັນທີ 1 ກໍລະກົດ ນີ້ຢູ່ຫໍສະພາ ປະຊາຊົນ ແຫ່ງຊາດຈີນ ທີ່ນະຄອນຫລວງປັກກິ່ງ. ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງ ພັກກອມມູນິດຈີນ, ປະທານປະເທດ, ປະທານ ຄະນະກຳມະການ ການທະ ຫານສູນກາງຈີນ ໄດ້ໃຫ້ກຽດປະດັບ “ຫລຽນໄຊ 1 ກໍລະກົດ” ໃຫ້ແກ່ ຜູ້ໄດ້ຮັບຫລຽນໄຊ ແລະ ກ່າວຄຳປາໄສ ສຳຄັນວ່າ: ໄວໜຸ່ມ ແມ່ນກຳລັງຫລັກແຫລ່ງ ໃນການຟື້ນຟູ ຄວາມຈະເລີນຮຸ່ງ ເຮືອງອັນຍິ່ງ ໃຫຍ່ ຂອງປະຊາຊາດຈີນ, ໄວໜຸ່ມຈີນ ໃນຍຸກໃໝ່ ຕ້ອງແລ່ນການຕໍ່ໄມ້ ແຫ່ງປະຫວັດສາດ ໃຫ້ດີບົນຂະບວນການໃໝ່. ປະຫວັດສາດ ອັນສະຫງ່າລາສີ 105 ປີ ຂອງພັກກອມມູນິດຈີນ ເຮັດໃຫ້ຮູ້ສຶກ ພາກພູມໃຈ, ຮອດກາງສະຕະວັດນີ້, ພວກເຮົາ ຈະສ້າງປະເທດ ສັງຄົມນິຍົມ ທີ່ທັນສະໄໝເຂັ້ມແຂງ ໃຫ້ສຳເລັດ ຢ່າງຮອບດ້ານ ແລະ ບັນລຸເປົ້າໝາຍສູ້ຊົນ 100 ປີ ເຫດການທີສອງ. ສະຫາຍທົ່ວພັກ ຈົ່ງບຸກບືນກ້າວໜ້າ ບົນຂະບວນການໃໝ່, ສ້າງຜົນງານໃນຍຸກໃໝ່, ແລະ ບຸກບືນສູ້ຊົນສ້າງໜ້າ ປະຫວັດສາດໃໝ່ ອັນສະຫງ່າລາສີ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL