asdasdasdf

30/06/2026 11:51
ຂປລ ໃນອາທິດຜ່ານມາ, ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ
ຂປລ.  ພ້ອມດ້ວຍຄະນະໃນໂອກາດມາ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກໍາອາຊຽນ ຄັ້ງທີ 22 ທີ່ ສປປ ລາວ ເປັນເຈົ້າພາບ. ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ສແດງຄວາມຍິນດີ ຕ້ອນຮັບ ແລະ ຕີລາຄາສູງຕໍ່ທ່ານ ກາວ ກິມ ຮຸນ ເລຂາທິການໃຫຍ່ອາ ຊຽນ ພ້ອມຄະນະ ທີ່ໄດ້ເດີນທາງມາ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ວິທະຍາສາດເຕັກໂນໂລຊີ ແລະ ນະ ວັດຕະກໍາອາຊຽນ ຄັ້ງທີ 22 ໃນ ຄັ້ງນີ້ ຊຶ່ງກອງປະຊຸມດັ່ງກ່າວ ຈະ ບໍ່ສາມາດເກີດຂຶ້ນໄດ້ຖ້າບໍ່ໄດ້ຮັບ ການເອົາໃຈໃສ່, ພົວພັນສະໜິດ ແໜ້ນ ແລະ ປະສານສົມທົບກັນ ຢ່າງກົມກຽວລະຫວ່າງຄະນະກອງ ເລຂາຂອງ ສປປ ລາວ ກໍຄື ກະຊວງ ສຶກສາທິການ ແລະ ກິລາ ແລະ ຄະ ນະຮັບຜິດຊອບຂອງກອງເລຂາອາ ຊຽນ ທີ່ໄດ້ມີຄວາມພະຍາຍາມໃນ ການກະກຽມຄວາມພ້ອມຫລາຍ ດ້ານ ເພື່ອເຮັດໃຫ້ກອງປະຊຸມໃນ ຄັ້ງນີ້ ປະສົບຜົນສຳເລັດຕາມຈຸດປະ ສົງ ແລະ ຄາດໝາຍທີ່ວາງໄວ້ຢ່າງ ຈົບງາມ. ການມາຢ້ຽມຢາມ ແລະ ເຂົ້າ ຮ່ວມກອງປະຊຸມຂອງທ່ານ ພ້ອມ ຄະນະໃນຄັ້ງນີ້ ຖືເປັນນິມິດໝາຍ ທີ່ດີ ແລະ ມີຄວາມສໍາຄັນຫລາຍ ເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍ ບັນດາເນື້ອໃນທີ່ໄດ້ລະບຸໃນກອບ ອາຊຽນ ຊຶ່ງ ສປປ ລາວ ກໍໄດ້ຮັບ ກຽດເປັນເຈົ້າພາບເປັນຕົ້ນແມ່ນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 (ກອງປະຊຸມແບບຄົບຄະນະ) ແລະ ໃນກອງປະຊຸມດັ່ງກ່າວ ສປປ ລາວ ກໍໄດ້ຢືນຢັນຢ່າງໜັກແໜ້ນ ຕໍ່ຄວາມໝາຍໝັ້ນສືບຕໍ່ເພີ່ມທະວີ ຄວາມເຂັ້ມແຂງຂອງປະຊາຄົມອາ ຊຽນ, ຮັດແໜ້ນການເຊື່ອມໂຍງເຊື່ອມຈອດດ້ານຕ່າງໆ ໂດຍສະ ເພາະດ້ານເສດຖະກິດ, ສົ່ງເສີມ ການຄ້າ-ການລົງທຶນພາຍໃນອາ ຊຽນ, ຮັດແໜ້ນຄວາມແຕກໂຕນ ດ້ານການພັດທະນາ ແລະ ການ ໄປມາຫາສູ່ລະຫວ່າງປະຊາຊົນໃຫ້ ຫລາຍຂຶ້ນ. ຄຽງຄູ່ກັນນີ້, ບັນດາ ປະເທດອາຊຽນ ກໍຕ້ອງສືບຕໍ່ເສີມ ຂະຫຍາຍການພົວພັນຮ່ວມມືກັບຄູ່ ຮ່ວມມືພາຍນອກ ເຮັດໃຫ້ບົດບາດ ສໍາຄັນກາຍເປັນແກນກາງຂອງອາ ຊຽນ ໃນໂຄງສ້າງການຮ່ວມມືພາກ ພື້ນທີ່ພວມຜັນແປ ແລະ ບົດບາດສໍາ
KPL

ຂ່າວອື່ນໆ

ads
ads

Top