ອິນໂດເນເຊຍ ຈັດກອງປະຊຸມເວທີປຶກສາຫາລືຄວາມກົມກຽວ ລະຫວ່າງ ອະລິຍະທຳ ຄັ້ງທີ 3

01/07/2026 13:02
ຂປລ ກອງປະຊຸມ ເວທີປຶກສາຫາລື ຄວາມກົມກຽວ ລະຫວ່າງ ອະລິຍະທຳຄັ້ງທີ 3 ພາຍໃຕ້ຫົວຂໍ້: “ກົມກຽວກັນ ແຕ່ມີຄວາມ ແຕກຕ່າງກັນ ທົ່ວໂລກ ເປັນຄອບຄົວ ດຽວກັນ” ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ເກາະບາຫລີ ຂອງອິນໂດເນເຊຍ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງປະຊຸມ ເວທີປຶກສາຫາລື ຄວາມກົມກຽວ ລະຫວ່າງ ອະລິຍະທຳຄັ້ງທີ 3 ພາຍໃຕ້ຫົວຂໍ້: “ກົມກຽວກັນ ແຕ່ມີຄວາມແຕກຕ່າງກັນ ທົ່ວໂລກ ເປັນຄອບຄົວ ດຽວກັນ” ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ເກາະບາຫລີ ຂອງອິນໂດເນເຊຍ. ໂດຍມີ ສະຫະພັນປັດຊະຍາຂົງຈື້ສາກົນ ແລະ ວົງການການເມືອງ, ວັດທະນະທຳ, ສື່ມວນຊົນ ແລະ ວົງການວິຊາການ ຂອງຫລາຍ ປະເທດ ໄດ້ເຂົ້າຮ່ວມ ໃນຮູບແບບ ເຊິ່ງໜ້າ ແລະ ອອນລາຍ ຫລາຍກວ່າ200 ກວ່າຄົນ. ໃນໂອກາດນີ້ ທ່ານ ໂຄສເຕີ ເຈົ້າແຂວງບາຫລີ ປະເທດອິນໂດເນເຊຍ ກ່າວຢືນຢັນວ່າ: ເກາະບາຫລີ ເປັນຕົວຢ່າງ ອັນມີຊີວິດ ຊີວາ ທີ່ສະແດງໃຫ້ເຫັນເຖິງ ອະລິຍະທຳ ຫລາຍເຄົ້າຂອງອິນໂດເນເຊຍ ຢູ່ຮ່ວມກັນຢ່າງກົມກຽວ, ແນວຄິດອັນເປັນມູນເຊື້ອຂອງເກາະບາຫລີ ກ່ຽວກັບຄົນກັບຄົນ ແລະ ຄົນກັບ ທຳມະຊາດ ຢູ່ຮ່ວມກັນຢ່າງກົມກຽວ ແມ່ນສອດຄ່ອງ ໃນລະດັບສູງ ກັບຫົວຂໍ້ ເວທີປຶກສາຫາລືຄັ້ງນີ້. ເມື່ອປະເຊີນໜ້າກັບ ສິ່ງທ້າທາຍຕ່າງໆເຊັ່ນ: ສົງຄາມ, ລັດທິເຈົ້າອຳນາດ, ການແບ່ງແຍກ ແລະ ການໃຊ້ ເຕັກໂນ ໂລຊີ ແບບເກີນຂອບເຂດ, ບັນດາຝ່າຍຄວນເສີມ ຂະຫຍາຍຄຸນຄ່າວັດທະນະທຳ ແຫ່ງການເຄົາລົບ ຄວາມແຕກຕ່າງກັນ, ສາມັກຄີຊ່ວຍເຫລືອ ເຊິ່ງກັນແລະກັນ, ຊຸກຍູ້ການແລກປ່ຽນ ແລະ ຖອດຖອນ ບົດຮຽນເຊິ່ງກັນແລະກັນ ດ້ານອະລິຍະທຳ, ຮ່ວມກັນສົ່ງເສີມ ການພັດທະນາ ແບບຍືນຍົງຂອງອະລິຍະທຳມະນຸດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top