ເພີ່ມຄວາມຮູ້ໃຫ້ພະນັກງານ ກຽມສ້າງບົດລາຍງານຜົນການສຳຫລວດ ພົນລະເມືອງທີ່ຢູ່ອາໄສທົ່ວປະເທດ

01/07/2026 15:19
ຂປລ ຂປລ. ເມື່ອບໍ່ດົນມານີ້ ສູນສະຖິຕິ ແຫ່ງຊາດ, ກະຊວງການເງິນ ຈັດ ພິທີປິດຊຸດຝຶກອົບຮົມກ່ຽວກັບການ ກວດແກ້ ແລະ ການປຸງແຕ່ງຂໍ້ມູນ ຊຶ່ງຖືເປັນບາດກ້າວທີ່ສຳຄັນໃນຂະ ບວນການຈັດຕັ້ງປະຕິບັດການສຳ ຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ 5 ປີ 2025

ໂດຍ ມີທ່ານ ນາງ ເພັດສະໝອນ ສອນຫົວໜ້າສູນສະຖິຕິແຫ່ງຊາດ, ຄະ ນະຊີ້ນຳລະດັບຊາດ ສຳລັບການ ສຳຫລວດພົນລະເມືອງ ແລະ ທີ່ຢູ່ ອາໄສ ທົ່ວປະເທດ ຄັ້ງທີ 5, ທ່ານ ບັກທີຢໍ ຄາດິໂຣຟ ຜູ້ຕາງໜ້າອົງ ການສະຫະປະຊາດກອງທຶນ ສຳລັບ ປະຊາກອນ, ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ເພັດສະໝອນ ສອນ ໄດ້ກ່າວວ່າ: ຊຸດຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບຄວາມອາດສາມາດ ໃຫ້ແກ່ພະນັກງານສູນສະຖິຕິແຫ່ງ ຊາດ ກ່ຽວກັບຫລັກການ, ວີທີ ການ ແລະ ການປະຕິບັດຕົວຈິງໃນ ການກວດແກ້ ແລະ ປຸງແຕ່ງຂໍ້ມູນໂດຍນຳໃຊ້ປັນຍາປະດິດ (AI) ຊຶ່ງຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບ ຫລັກການການກວດແກ້ຂໍ້ມູນ, ການ ປຸງແຕ່ງຂໍ້ມູນລວມທັງການໃສ່ລະ ຫັດ ແລະ ການກວດແກ້ຄວາມສອດ ຄ່ອງຂອງຂໍ້ມູນທີ່ໄດ້ຈາກການລົງ ເກັບກຳຂໍ້ມູນຢູ່ພາກສະໜາມໃນ ທ້າຍປີ 2025 ແລະ ການສຳຫລວດ ປະເມີນຄຸນນະພາບພາຍຫລັງການ ສຳຫລວດໃຫຍ່ໃນເດືອນມີນາ ປີ 2026 ໂດຍນຳໃຊ້ລະບົບ AI ເຂົ້າໃນວຽກງານດັ່ງກ່າວ. ຜົນສຳເລັດຂອງການຍົກລະ ດັບຄວາມຮູ້ຄວາມສາມາດໃຫ້ແກ່ ພະນັກງານສູນສະຖິຕິແຫ່ງຊາດ ຈະ ສ້າງພື້ນຖານເພື່ອກ້າວໄປສູ່ການ ກຽມສ້າງບົດລາຍງານຜົນຂອງ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 5 ປີ 2025 ສະບັບສົມບູນ, ຄາດວ່າບົດ ລາຍງານດັ່ງກ່າວ ຈະໄດ້ເຜີຍແຜ່ໃນ 2-3 ເດືອນຂ້າງໜ້າ

KPL

ຂ່າວອື່ນໆ

    • ມອບປຶ້ມເຖິງຫລານໃຫ້ຫ້ອງສະໝຸດໂຮງຮຽນ20ແຫ່ງ ໃນນະຄອນຫລວງວຽງຈັນວັດທະນະທຳ-ສັງຄົມ

      ມອບປຶ້ມເຖິງຫລານໃຫ້ຫ້ອງສະໝຸດໂຮງຮຽນ20ແຫ່ງ ໃນນະຄອນຫລວງວຽງຈັນ

      7/1/2026 3:39:01 PM

      ຂປລ. ໃນວັນທີ 29 ມິຖຸນາ 2026, ຄອບຄົວ ທ່ານ ທູດ ສຸທຳ ສາກົນນິຍົມ ແລະ ທ່ານ ທູດ ມະໄລວຽງ ສາກົນນິຍົມ ໄດ້ຈັດພິທີ ມອບປຶ້ມທີ່ມີຊື່ວ່າ “ຈົດໝາຍເຖິງຫລານ” ທີ່ຂຽນໂດຍ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະ ບໍລິຫານງານສູນກາງພັກ, ປະທານ ປະເທດ ແຫ່ງ ສປປ ລາວ ສະບັບ ພາສາລາວ ແລະ ພາສາອັງກິດ

    • ຝຶກອົບຮົມ ທັກສະການນຳໃຊ້ ເອໄອ ເຂົ້າໃນວຽກສື່ມວນຊົນຫລາຍຮູບແບບ-ຫລາຍຊ່ອງທາງວັດທະນະທຳ-ສັງຄົມ

      ຝຶກອົບຮົມ ທັກສະການນຳໃຊ້ ເອໄອ ເຂົ້າໃນວຽກສື່ມວນຊົນຫລາຍຮູບແບບ-ຫລາຍຊ່ອງທາງ

      6/23/2026 10:33:58 AM

      ຂປລ. ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ຮ່ວມກັບ ກະຊວງວັດທະ ນະທຳ, ກິລາ ແລະ ການທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດພິທີເປີດຊຸດຝຶກອົບຮົມວຽກງານສື່ມວນຊົນ ພາຍໃຕ້ຫົວຂໍ້ “ທັກສະການນຳໃຊ້ເຄື່ອງມືປັນຍາປະດິດ (AI) ເຂົ້າໃນວຽກງານສື່ມວນຊົນຫລາຍຮູບແບບ-ຫລາຍຊ່ອງທາງ” ແລະ “ທັກສະການຜະລິດລາຍການ, ຂ່າວ, ບົດຂ່າວ ຜ່ານໂທລະ ສັບມືຖື”

    • ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍວັດທະນະທຳ-ສັງຄົມ

      ສອງ​ກະ​ຊວງວັດ​ທະ​ນະ​ທຳ ລາວ-ຫວຽດ​ນາມ ຮັດ​ແໜ້ນ​ການ​ຮ່ວມ​ມື​ສອງ​ຝ່າຍ

      5/13/2026 10:47:45 AM

      ພິທີພົບປະສອງຝ່າຍ ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 12 ພຶດສະພາ 2026 ຢູ່ນະຄອນຫລວງວຽງຈັນ,

    • ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1ວັດທະນະທຳ-ສັງຄົມ

      ບໍລິສັດ ເບຍລາວ ຈຳກັດ ເປີດໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ LDP1

      4/9/2026 9:37:49 PM

      ຂປລ. ພິທີເປີດນໍາໃຊ້ໂຄງການຂະຫຍາຍກຳລັງການຜະລິດໄລຍະຍາວ ບໍລິສັດ ເບຍລາວ ຈຳກັດ ໄລຍະທີ 1 (LDP1) ຂັບເຄື່ອນການເຕີບໂຕແບບຍືນຍົງ ຈັດຂຶ້ນໃນວັນທີ 9 ເມສາ 2026 ຊຶ່ງໂຄງການນີ້ ເປັນສ່ວນໜຶ່ງ ຂອງແຜນພັດທະນາ 10 ປີ ບໍລິສັດ ເບຍລາວ ຈຳກັດ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງອຸດສາຫະກຳ ແລະ ຄວາມຄ່ອງຕົວທາງດ້ານເສດຖະກິດຂອງ ສປປ ລາວ, ພ້ອມຂັບເຄື່ອນການເຕີບໂຕແບບຍືນຍົງໃນໄລຍະໃໝ່, ໃຫ້ກຽດເຂົ້າຮ່ວມໃນພິທີມີ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ມີ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປະທານຄະນະກໍາມະການປົກຄອງເມືອງຫາດຊາຍຟອງ, ທ່ານເອກອັກຄະລັດຖະທູດ ແດນມາກ ປະຈຳຫວຽດ ນາມ ແລະ ສປປ ລາວ, ຮອງປະທານບໍລິຫານ ກຸ່ມບໍລິສັດ ຄາສເບີກ ພາກພື້ນອາຊີ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    •  ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບວັດທະນະທຳ-ສັງຄົມ

      ບິນໄປຫວຽດນາມກັບຂໍ້ສະເໜີສຸດພິເສດຈາກ ຫວຽດເຈັດ ພ້ອມຮັບໂຊກລາບ

      3/5/2026 2:22:12 PM

      ສາຍການບິນຫວຽດເຈັດ (Vietjet) ໄດ້ເຊີນຊວນນັກທ່ອງທ່ຽວຈາກປະເທດລາວ ສໍາຜັດກັບວັດທະນະທຳທີ່ສົດໃສ, ອາຫານທີ່ມີຊື່ສຽງລະດັບໂລກ ແລະ ທິວທັດທຳມະຊາດທີ່ສວຍງາມຂອງຫວຽດນາມ ດ້ວຍໂປຣໂມຊັນພິເສດ “ບິນກັບ Vietjet, ລຸ້ນຮັບໂຊກຄຳ” (Fly Vietjet, Strike Gold) ເຊິ່ງເລີ່ມຕັ້ງແຕ່ວັນທີ 3 ມີນາ ຫາ 19 ພຶດສະພາ 2026.

ads
ads

Top