ຂປລ
ທ່ານ ຈອດໂຣດຣິເກຊ(Jorge Rodriguez) ປະທານ ສະພາແຫ່ງຊາດ ເວເນຊູເອລາ ໄດ້ເປີດເຜີຍ ຄັ້ງຫລ້າສຸດວ່າ: ຈຳນວນຜູ້ເສຍຊີວິດ ຈາກເຫດ ການແຜ່ນດິນໄຫວ ໄດ້ເພີ່ມຂຶ້ນ 1.719 ຄົນ ແລະ ຕົວເລກຜູ້ເສຍຊີວິດ ອາດເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ວັນທີ30ມິຖຸນານີ້, ທ່ານ ຈອດໂຣດຣິເກຊ(Jorge Rodriguez) ປະທານ ສະພາແຫ່ງຊາດ ເວເນຊູເອລາ ໄດ້ເປີດເຜີຍ ຄັ້ງຫລ້າສຸດວ່າ: ຈຳນວນຜູ້ເສຍຊີວິດ ຈາກເຫດ ການແຜ່ນດິນໄຫວ ໄດ້ເພີ່ມຂຶ້ນ 1.719 ຄົນ ແລະ ຕົວເລກຜູ້ເສຍຊີວິດ ອາດເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງ.ນອກນີ້ ຍັງມີຜູ້ບາດເຈັບ ຫລາຍກວ່າ 5.000 ຄົນ.ຂະນະທີ່ ກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາ ອຸປະຖຳເງິນ ຫລາຍກວ່າ 300 ລ້ານ ໂດລາສະຫະລັດ ເພື່ອໜູນຊ່ວຍໃຫ້ ເວເນຊູເອລາ, ເພີ່ມຂຶ້ນທົບ 2 ເທົ່າ ເມື່ອທຽບໃສ່ກັບ ຄຳໝັ້ນສັນຍາ ກ່ອນນັ້ນແມ່ນ 150 ລ້ານໂດລາສະຫະລັດ. ຕາມແຈ້ງການ, ບ້ວງເງິນຊ່ວຍເຫລືອນີ້ ຈະສະໜອງ ບໍລິການສົ່ງເສີມ ການແພດສຸກເສີນ, ໜູນຊ່ວຍທັນຍະຫານ, ນ້້ຳດື່ມ ແລະ ອະນາໄມ, ບ່ອນຜັກອາໄສ, ການປ້ອງກັນ ແລະ ພາລະທິການ. ນອກນັ້ນ, ສະຫະລັດ ອາເມລິກາ ໄດ້ຜັນຂະຫຍາຍ 4 ທິມ ຊອກຫາ ແລະ ກູ້ໄພກູ້ຊີບຕົວເມືອງ ໄປຍັງ ເວເນຊູເອລາ, ລວມມີ ໜ່ວຍກູ້ໄພ ຫລາຍກວ່າ 30 ຄົນ ແລະ ໝາກູ້ໄພ ເກືອບ 20 ໂຕ.ນອກນີ້ ຍັງມີອີກ ຫລາຍປະເທດ ພວມໃຫ້ການຊ່ວຍເຫລືອ ເວເນຊູເອລາ ຢ່າງຮີບດ່ວນ ຊຶ່ງເປັນສູນເສຍ ຄັ້ງໃຫຍ່ສຸດ ໃນປະເທດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL