ຂປລ
ທ້າຍອາທິດຜ່ານມາ, ສະຫາຍ ພົອ ວິໄລ ຫລ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ພ້ອມຄະນະໄດ້ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງບ່ໍແກ້ວ ແລະ ໄດ້ພົບປະຄະນະບໍລິຫານງານພັກແຂວງ.
ຂປລ. ເພື່ອຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງສູນກາງພັກ ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກແຂວງບໍ່ແກ້ວ ໂດຍສະເພາະການພັດທະນາເສດຖະກິດ-ສັງຄົມ, ການປັບປຸງພື້ນຖານໂຄງລ່າງ, ວຽກງານປ້ອງກັນຊາດ ປ້ອງ-ກັນຄວາມສະຫງົບ ແລະ ການສ້າງຕາແສງຢູ່ແຂວງບໍ່ແກ້ວ ໃຫ້ໄດ້ຮັບຜົນດີ.
ສະຫາຍ ພົຈວ ແປ້ນຄຳ ບຸດຈັນແພງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາ ປະຊາຊົນແຂວງບໍ່ແກ້ວ ໄດ້ລາຍງານການນໍາພາ-ຊີ້ນໍາ ແລະ ການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງ ເຫັນວ່າໄດ້ມີຫລາຍດ້ານທີ່ພົ້ນເດ່ັນສະແດງອອກໃນໄລຍະ 6 ເດືອນຜ່ານມາ ມີຄະດີເກີດຂຶ້ນທັງໝົດ 270 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 352 ຄົນ, ຍິງ 19 ຄົນ, ຄົນຕ່າງປະເທດ 78 ຄົນ ຍິງ 1 ຄົນ; ເລີກຮື້ກຸ່ມແກ້ງສະແກມເມີ ຈໍານວນ 11 ຄ້ັງ, ກັກຕົວຜູ້ຖືກຫາໄດ້ 949 ຄົນ, ຍິງ 258 ຄົນ, ຕ່າງປະເທດ 747 ຄົນ ຍິງ 174 ຄົນ; ການພັດທະນາເສດຖະກິດຂະຫຍາຍຕົວຢູ່ໃນລະດັບ 5,1% ລວມຍອດຜະລິດຕະພັນພາຍໃນ ຫລື GDP ສາມາດປະຕິບັດໄດ້ 3.946 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນໄດ້ 816 ໂດລາສະຫະລັດຕໍ່ຄົນຕໍ່ປີ, ການຈັດເກັບລາຍຮັບສາມາດປະຕິບັດ ໄດ້ 477,45 ຕື້ກີບ ເທົ່າກັບ 49,34%, ໄດ້ກໍ່ສ້າງເສັ້ນທາງເບຕົງເສີມເຫລັກ 8 ເສັ້ນເທສະບານປະຕິບັດໄດ້ 94,30%; ໂຄງການກໍ່ສ້າງເສັ້ນທາງປູຢາງສອງຊັ້ນ ເມືອງປາກທາ ຫາ ເມືອງຜາອຸດົມ ປະຕິບັດໄດ້ 53,65%; ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນແຕ່ບ້ານຫ້ວຍຊາຍນ້ອຍ ເມືອງຫ້ວຍຊາຍ ຫາ ບ້ານຫ້ວຍແອ່ນ ເມືອງປາກທາ ປະຕິບັດໄດ້ 30,24%, ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນຕາມລໍາແມ່ນໍ້າຂອງທີ່ກໍາລັງຈັດຕັ້ງປະຕິບັດຢູ່ມີ 3 ໂຄງການ ແລະ ໄດ້ປະກາດສ້າງຕັ້ງຕາແສງທົ່ວແຂວງບໍ່ແກ້ວສໍາລັດ 23 ຕາແສງ, ເທ່ົາ ກັບ 100%.
ໂອກາດນີ້, ສະຫາຍ ພົອ ວິໄລ ຫລ້າຄໍາຟອງ ໄດ້ມີຄຳເຫັນຊີ້ນຳຫລາຍບັນຫາ ໂດຍສະເພາະແມ່ນການສ້າງຮາກຖານການເມືອງໃຫ້ເຂັ້ມແຂງ, ພັດທະນາໜ່ວຍພັກໃຫ້ໜັກແໜ້ນ ແລະ ໃກ້ຊິດປະຊາຊົນ, ປ້ອງກັນ ແລະ ແກ້ໄຂບັນຫາສັງຄົມ ເຊັ່ນ: ຢາເສບຕິດ, ການພະນັນ ແລະ ອາຊະຍາກຳ, ຮັກສາຄວາມສະຫງົບຄວບຄູ່ກັບການພັດທະນາ, ການແກ້ໄຂຄວາມທຸກຍາກຍົກລະດັບຊີວິດປະຊາຊົນເປັນເປົ້າໝາຍຫລັກ, ນຳໃຊ້ເຕັກໂນໂລຊີ ແລະ ເຄ່ືອງຈັກທັນສະໄໝເຂ້ົາສູ່ການຜະລິດ, ສົ່ງເສີມການປູກຝັງ ແລະ ລ້ຽງສັດໃຫ້ເປັນອາຊີບຍືນຍົງ, ສ້າງກຸ່ມຜະລິດສູ່ການເປັນທຸລະກິດ,ຊ່ວຍເຂົາເຈົ້າວາງແຜນການຜະລິດ ແລະ ຊອກຫາຕະຫລາດຮອງຮັບ, ໃຫ້ເນັ້ນການປະຕິບັດຕົວຈິງບໍ່ແມ່ນເຮັດພຽງເພື່ອລາຍງານ, ກວດກາ ແລະ ປະເມີນຜົນຢ່າງສະໝ່ຳສະເໝີເພື່ອພັດທະນາການເມືອງ, ສັງຄົມ, ເສດຖະກິດ ແລະ ຄວາມສະຫງົບໄປພ້ອມກັນ.
ໃນໂອກາດດຽວກັນນີ້, ບໍລິສັດ ຈາງຮວຍຍີນຮັບເໝົາກໍ່ສ້າງເຄຫາສະຖານ ຈຳກັດ ຜູ້ດຽວ ໄດ້ສະໜັບສະໜູນຄອມພິວເຕີ ຈຳນວນ 69 ຊຸດ, ປ່ິນເຕີ 23 ເຄ່ືອງ ແລະ ລົດຈັກ 23 ຄັນ ລວມມູນຄ່າ 410 ລ້ານກີບ ໂດຍສະຫາຍ ພົອ ວິໄລ ຫລ້າຄໍາຟອງ ໄດ້ມອບຕໍ່ໃຫ້ 23 ຕາແສງ ໃນ 5 ເມືອງ ພາຍໃນແຂວງບໍ່ແກ້ວ ເພ່ືອນຳໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ມີຄວາມສະດວກຂຶ້ນ.
KPL