ຂປລ
ທ່ານຮຸນມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ເປີດເຜີຍວ່າ: 80-85% ຂອງຢາເສບຕິດຜິດກົດໝາຍ ທີ່ເຂົ້າສູ່ກຳປູເຈຍ ມີຈຸດໝາຍປາງທາງ ຢູ່ທີ່ປະເທດທີ 3. ໂດຍຂໍ້ມູນສະຖິຕິ ປະຈຳປີ 2025 ລະບຸວ່າ ມີພຽງ 15-20% ຂອງຢາເສບຕິດ ທີ່ເຂົ້າສູ່ ກຳປູເຈຍ
ຂປລ.ສຳນັກຂ່າວຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້ ທ່ານຮຸນມາເນດ ນາຍົກລັດຖະມົນຕີ ກຳປູເຈຍ ເປີດເຜີຍວ່າ: 80-85% ຂອງຢາເສບຕິດຜິດກົດໝາຍ ທີ່ເຂົ້າສູ່ກຳປູເຈຍ ມີຈຸດໝາຍປາງທາງ ຢູ່ທີ່ປະເທດທີ 3. ໂດຍຂໍ້ມູນສະຖິຕິ ປະຈຳປີ 2025 ລະບຸວ່າ ມີພຽງ 15-20% ຂອງຢາເສບຕິດ ທີ່ເຂົ້າສູ່ ກຳປູເຈຍ ທີ່ຖືກລັກລອບ ຄ້າຂາຍ ເພື່ອເສບພາຍໃນປະເທດ.
ນີ້ເປັນຫລັກຖານວ່າ ຕະຫລາດຢາເສບຕິດໃນ ກຳປູເຈຍ ຫລຸດລົງ ເນື່ອງຈາກປະຊາຊົນ ໂດຍສະເພາະ ຄົນລຸ້ນ ໃໝ່ ຜູ້ຍິງ ແລະ ນັກຮຽນ ນັກສຶກສາ ເລີ່ມຮູ້ເຖິງອັນຕະລາຍ ຂອງຢາເສບຕິດຫລາຍຂຶ້ນ. ຂະນະດຽວກັນ ນີ້ກໍເປັນສັນຍານບວກ ທີ່ພັກດັນໃຫ້ ກຳປູເຈຍ ປ້ອງກັນອາຊະຍະກຳ ຢາເສບຕິດ ເພື່ອໃຫ້ເປັນປະເທດ ທີ່ປອດໄພ ຕໍ່ການຢູ່ອາໄສ, ການທ່ອງທ່ຽວ, ການລົງທຶນ ຈາກຕ່າງປະເທດ ແລະ ການພັດທະນາທີ່ຍືນຍົງ.
ນອກນີ້ ທ່ານຮຸນມາເນດ ຍັງຮຽກຮ້ອງ ໃຫ້ປະຊາຊົນທຸກຄົນ ຊ່ວຍກັນແຈ້ງເບາະແສ ອາຊະຍະກຳຢາເສບຕິດທຸກປະເພດ ຜ່ານແອັບພີເຄຊັນ ໂທລະສັບມືຖື ແລະ ລະບົບສາຍ ດ່ວນ ເພື່ອກວາດລ້າງ ຢາເສບຕິດຕາມຈຸດຕ່າງໆ ໃຫ້ໝົດ. ໂດຍທາງການ ກຳປູເຈຍ ຈະໃຊ້ມາດຕະການທາງປົກຄອງ ແລະ ກົດໝາຍ ໃນການຈຳກັດການຈຳໝາຍ ແລະ ໃຊ້ຢາເສບ ຕິດໃນຊຸມຊົນ.
KPL