ສາທາລະນະສຸກແຂວງເຊກອງ ເຝົ້າລະວັງ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ

30/06/2026 10:25
ຂປລ ຂປລ. ໄລຍະແຕ່ເດືອນ ພຶດສະພາ ຫາ ພະຈິກ ຂອງທຸກປີ ແມ່ນຢູ່ໃນໄລຍະແພ່ພັນ ຂອງຍຸງລາຍ ຊຶ່ງພະແນກສາທາລະນະສຸກແຂວງເຊກອງ ກໍໄດ້ກຽມພ້ອມແຕ່ຫົວທີ ເຂັ້ມງວດເຝົ້າລະວັງຕໍ່ການລະບາດ ຂອງພະຍາດໄຂ້ຍຸງລາຍ ໂດຍໄດ້ວາງຍຸດທະສາດ ໃນການຕອບໂຕ້ ເພື່ອປ້ອງກັນ ແລະ ຄວບຄຸມ ໃຫ້ມີປະສິດທິຜົນ.

ຂປລ. ໄລຍະແຕ່ເດືອນ ພຶດສະພາ ຫາ ພະຈິກ ຂອງທຸກປີ ແມ່ນຢູ່ໃນໄລຍະແພ່ພັນ ຂອງຍຸງລາຍ ຊຶ່ງພະແນກສາທາລະນະສຸກແຂວງເຊກອງ ກໍໄດ້ກຽມພ້ອມແຕ່ຫົວທີ ເຂັ້ມງວດເຝົ້າລະວັງຕໍ່ການລະບາດ ຂອງພະຍາດໄຂ້ຍຸງລາຍ ໂດຍໄດ້ວາງຍຸດທະສາດ ໃນການຕອບໂຕ້ ເພື່ອປ້ອງກັນ ແລະ ຄວບຄຸມ ໃຫ້ມີປະສິດທິຜົນ.
        ທ່ານ ດຣ. ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ ໃຫ້ສໍາພາດວ່າ: ການຈັດຕັ້ງປະຕິບັດວຽກງານຕອບໂຕ້ການລະບາດພະຍາດຕາມລະດູການ ໂດຍສະເພາະ ພະຍາດໄຂ້ຍຸງລາຍ ໄດ້ວາງ 3 ຍຸດທະສາດປະຕິບັດຄື: ຍຸດທະສາດທີ 1 ແມ່ນໃຫ້ຄວາມຮູ້ສ່ວນບຸກຄົນ ໂດຍການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ຜ່ານສື່ວິທະຍຸຂອງແຂວງ ກ່ຽວກັບວິທີການປ້ອງກັນ, ໃຫ້ຄວາມຮູ້ກັບທີ່ແກ່ຄົນເຈັບໃນສະຖານບໍລິການປິ່ນປົວ, ຕາໜ່າງສາທາລະນະສຸກ, ມີການຈັດຕັ້ງຄະນະກຳມະການປ້ອງກັນ ແລະ ຄວບຄຸມ ໃນແຕ່ລະພະແນກການ, ໄດ້ແບ່ງທີມງານຮັບຜິດຊອບຕິດຕາມ ກວດກາ ການມີສ່ວນຮ່ວມ ຂອງທຸກພາກສ່ວນໃນການຮັກສາອະນາໄມ, ຢູ່ໃນຂັ້ນບ້ານ (ລົງເລິກບ້ານເທສະບານເມືອງ ເນື່ອງຈາກມີຄວາມສ່ຽງ ແລະ ມີກໍລະນີຕິດເຊື້ອໄຂ້ຍຸງລາຍ ສູງກວ່າໝູ່) ພ້ອມທັງລົງເຄື່ອນໄຫວ ນໍາເອົາບັນດານິຕິກຳ, ແຈ້ງການຕ່າງໆ ຂອງກະຊວງສາທາລະນະສຸກ ໄປເຜີຍແຜ່ ແນະນໍາ ລວມເຖິງຫລັກ ການປະຕິບັດ 5ປ, ສະໜອງຊາຍອາເບດ ເພື່ອທໍາລາຍໜອນນໍ້າຍຸງລາຍ ແລະ ຊຸກຍູ້ງົບປະມານຈໍານວນໜຶ່ງໃຫ້ບ້ານ ໄດ້ປະຕິບັດກິດຈະກຳຮັກສາອະນາໄມ 3 ສະອາດ ໃຫ້ມີປະສິດທິຜົນ. ສຳລັບຍຸດທະສາດທີ 2 ແມ່ນທໍາລາຍແຫລ່ງແພ່ພັນໜອນນໍ້າຍຸງລາຍ ໂດຍການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ຊຶ່ງໄດ້ອອກແຈ້ງການ ໄປຫາບັນດາພະແນກການ, ເມືອງ ລົງໄປຮອດຂັ້ນບ້ານ ໃຫ້ມີສ່ວນຮ່ວມໃນການທໍາລາຍແຫລ່ງແພ່ພັນໜອນນໍ້າຍຸງລາຍໃນທຸກອາທິດ ຖ້າມີການພົບເຫັນໜອນນໍ້າຍຸງລາຍ ແມ່ນໃຫ້ຮີບຮ້ອນລາຍງານຫາພະແນກສາທາລະນະສຸກແຂວງ. ສ່ວນຍຸດທະ ສາດທີ 3 ກໍແມ່ນການຄວບຄຸມກໍລະນີ ກໍຄືການປິ່ນປົວ ໂດຍໄດ້ກຽມຄວາມພ້ອມດ້ານບຸກຄະລາກອນແພດ-ໝໍ ຊຶ່ງໄດ້ມີການຝຶກອົບຮົມເພີ່ມຄວາມຮູ້ຕື່ມອີກ ໃຫ້ມີຄວາມຊໍານານໃນການປິ່ນປົວສຸຂະພາບ ຂອງຄົນເຈັບ, ກະກຽມອຸປະກອນ, ຢາ ແຮໄວ້ໃຫ້ພຽງພໍຕໍ່ການນໍາໃຊ້. ນອກນັ້ນ, ກໍໄດ້ກະກຽມຕຽງນອນຄົນເຈັບ ຈາກ 75 ຕຽງທີ່ມີແລ້ວ ເພີ່ມອີກ 50 ຕຽງ ໄວ້ຮອງຮັບ. ມາຮອດປັດຈຸບັນນີ້ (ນັບໃນໄລຍະ 6 ເດືອນຕົ້ນປີ 2026) ຕົວເລກຜູ້ຕິດເຊື້ອໄຂ້ຍຸງລາຍ ມີ 214 ກໍລະນີ ແຕ່ຢູ່ຂັ້ນສາມາດຄວບຄຸມໄດ້ ໂດຍເມືອງລະມາມ ມີຜູ້ຕິດເຊື້ອ ກວມຫລາຍກວ່າໝູ່.

      ທ່ານ ດຣ. ນາງ ລໍາພັນ ໄຊຄໍາມີ ກ່າວຕື່ມວ່າ: ເຖິງແມ່ນ ຜູ້ຕິດເຊື້ອໄຂ້ຍຸງລາຍ ຈະບໍ່ມີກໍລະນີຮ້າຍແຮງກໍຕາມ, ແຕ່ສາທາລະນະສຸກແຂວງ ບໍ່ໄດ້ນິ້ງນອນໃຈ ຍັງສືບຕໍ່ປະຕິບັດ 3 ຍຸດທະສາດ ທີ່ເຫັນວ່າ ໄດ້ຜົນດີຕາມຄາດໝາຍ ແລະ ວາງແຜນຊຸກຍູ້ບັນດາພະແນກການ, ເມືອງ, ບ້ານ ໃຫ້ມີສ່ວນຮ່ວມໃນການປະຕິບັດກິດຈະກຳອະນາໄມ 3 ສະອາດ, ປະຕິບັດຫລັກການ 5ປ ເປັນປະຈໍາ ພ້ອມທັງເອົາໃຈໃສ່ຕິດຕາມ, ເຝົ້າລະວັງ ແລະ ເຂັ້ມງວດໃນການຄວບຄຸມ ທຸກໄລຍະ.

ໂດຍ: ແພງຕາ

KPL

ຂ່າວອື່ນໆ

ads
ads

Top