ຫາລືຂອບການຮ່ວມມື ຄວມຄຸມໄຟໄໝ້ລາມປ່າ ແລະ ມົນລະພິດໝອກຄັວນຂ້າມຜ່ານຊາຍແດນ

30/06/2026 11:08
ຂປລ ກົມສິ່ງແວດລ້ອມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈັດກອງປະຊຸມຄະນະກໍາມະການຂັ້ນລັດຖະມົນຕີ ດ້ານມົນລະພິດໝອກຄວັນຂ້າມຜ່ານຊາຍແດນໃນຂົງເຂດອະນຸພາກພ້ືນແມ່ນ້ໍາຂອງ ຄັ້ງທີ 14 ໃນອາທິດຜ່ານມານີ້, ຢູ່ນະຄອນຫລວງວຽງຈັນ,

     ຂປລ.  ໃຫ້ກຽດເຂ້ົາຮ່ວມໂດຍທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ສ່ິງແວດລ້ອມ, ມີຮອງລັດຖະມົນຕີບັນດາປະເທດອະນຸພາກພ້ືນແມ່ນ້ໍາຂອງ, ຮອງເລຂາທິການໃຫຍ່ອາຊຽນ, ຮອງລັດຖະມົນຕີຈາກກະຊວງທີ່ກ່ຽວຂ້ອງ, ທູຕານຸທູດ, ພ້ອມດ້ວຍບັນດາຜູ້ຕາງໜ້າຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.

     ກອງປະຊຸມຄ້ັງນ້ີ, ໄດ້ທົບທວນ ຄືນການຈັດຕ້ັງປະຕິບັດແຜນດໍາເນີນງານຊຽງຣາຍ ສະບັບປີ 2017,  ປຶກສາຫາລືຂອບການຮ່ວມມືກ່ຽວ ກັບການຄວບຄຸມໄຟໄໝ້ລາມປ່າ ແລະ ມົນລະພິດໝອກຄວັນຂ້າມຜ່ານຊາຍແດນລະຫວ່າງບັນດາປະເທດສະມາຊິກອະນຸພາກພື້ນ ແມ່ນໍ້າຂອງຮ່ວມກັບບັນດາຄູ່ຮ່ວມພັດທະນາຄົ້ນຄວ້າພິຈາລະນາ ແລະ ເປັນເອກະພາບຮ່ວມກັນຕໍ່ກັບບັນດາຫົວຂໍ້ ແລະ ເອກະສານຕ່າງໆທີ່ຈະນໍາໄປປຶກສາຫາລືໃນກອງປະຊຸມ ລັດພາຄີຕໍ່ສັນຍາອາຊຽນວ່າດ້ວຍມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ຄັ້ງທີ 21 ຈະຖືກຈັດຂຶ້ນທ່ີ ສສ ຫວຽດນາມ ໃນທ້າຍປີ 2026. ໃນພິທີ ທ່ານ ລິນຄຳ ດວງສະຫວັນ ໄດ້ໃຫ້ຮູ້ວ່າ: ຄະນະກໍາມະການຂ້ັນ ລັດຖະມົນຕີດ້ານມົນລະພິດໝອກຄວັນຂ້າມຜ່ານຊາຍແດນໃນຂົງເຂດອະນຸພາກພ້ືນແມ່ນ້ໍາຂອງ ໄດ້ສ້າງຕ້ັງຂ້ຶນພາຍໃຕ້ສັນຍາອາຊຽນ ວ່າດ້ວຍມົນລະພິດໝອກຄວັນຂ້າມຜ່ານຊາຍແດນ ໃນປີ 2002 ມີ 5 ປະເທດສະມາຊິກອາຊຽນຄືລາຊະອານາຈັກກໍາປູເຈຍ, ສປປ ລາວ, ສະຫະພາບມຽນມາ, ລາຊະອານາຈັກໄທ ແລະ ສສ ຫວຽດນາມ. ປັດຈຸບັນ, ກໍາລັງຈັດຕັ້ງປະຕິບັດໂຄງການ ເພື່ອແກ້ໄຂບັນຫາມົນລະພິດໝອກຄວັນຂ້າມຜ່ານຊາຍແດນຮ່ວມກັນ ໂດຍໄດ້ຮັບການສະໜັບສະໜູນຈາກບັນດາຄູ່ຮ່ວມພັດທະນາເປັນຕົ້ນໂຄງການກ່ຽວກັບການຄຸ້ມຄອງໄຟປ່າ ແລະ ດິນຖ່ານຕົມ, ໂຄງການສ່ົງເສີມການຈັດຕັ້ງປະຕິບັດການລົງທຶນໃນການຄຸ້ມຄອງທີ່ດິນທີ່ປາສະຈາກໝອກຄວັນ ແລະ ໂຄງການອື່ນໆ.

    ໂອກາດນ້ີ, ທ່ານ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງການຮ່ວມມືພາຍໃຕ້ສັນຍາອາຊຽນວ່າດ້ວຍມົນລະພິດໝອກຄວັນຂ້າມຜ່ານຊາຍແດນ  ປີ 2002 ຊຶ່ງເປັນກົນໄກຍຸດທະສາດສຳຄັນໃນການຊ່ວຍປົກປ້ອງຊັບພະຍາກອນທຳມະຊາດ, ສຸຂະ ພາບຂອງປະຊາຊົນ ແລະ ຊີວະນາໆພັນໃນເຂດອະນຸພາກພື້ນແມ່ນ້ຳຂອງທີ່ພວມຜະເຊີນກັບໄພຂົ່ມຂູ່ຈາກບັນຫາໄຟໄໝ້ລາມປ່າ,  ພ້ອມທັງເນັ້ນເຖິງຄວາມມຸ່ງໝັ້ນຂອງ ສປປ ລາວ ທີ່ຈະສືບຕໍ່ຜັນຂະຫຍາຍ ແລະ ປະຕິບັດຕາມແຜນດຳເນີນງານຊຽງຣາຍ 2017 ຢ່າງເຂັ້ມງວດ, ໄປຄຽງຄູ່ກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ແລະ ກົດໝາຍວ່າດ້ວຍປ່າໄມ້ຢ່າງຮອບດ້ານ ເພື່ອຄວບຄຸມການຈູດໃນພື້ນທີ່ກະສິກຳ ແລະ ຫລຸດຜ່ອນຈຸດຄວາມຮ້ອນໃຫ້ໄດ້ຕາມຄາດໝາຍ, ພ້ອມນີ້ຍັງໄດ້ຮຽກຮ້ອງມາຍັງບັນດາປະເທດອານຸພາກພ້ືນແມ່ນ້ໍາຂອງ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ສືບຕໍ່ໃຫ້ການສະໜັບສະໜູນທາງດ້ານເຕັກໂນໂລຊີທ່ີທັນສະໄໝ ແລະ ເຕັກນິກວິຊາການໃນການຜະລິດກະສິກຳແບບຍືນຍົງ, ລວມທັງລະບົບເຝົ້າລະວັງມົນລະພິດທາງອາກາດ ເພື່ອຮ່ວມກັນຫັນເອົານະໂຍບາຍໄປສູ່ການປະຕິບັດຕົວຈິງ ແລະ ບັນລຸວິໄສທັດ “ອາຊຽນປາສະຈາກມົນລະພິດໝອກຄວັນໃນປີ 2030” ຢ່າງໝັ້ນຄົງ.

                                               
KPL

ຂ່າວອື່ນໆ

ads
ads

Top