ເປີດທົດລອງວົງຈອນທ່ອງທ່ຽວເສັ້ນທາງບູຮານ ວັດພູ-ອັງກໍວັດ ມຸ່ງເນັ້ນພັດທະນາເປັນແຫລງທ່ອງທ່ຽວປະຫວັດສາດແຫ່ງໃໝ່

30/06/2026 10:30
ຂປລ ຂປລ. ການອະນຸລັກມໍລະດົກທາງປະຫວັດສາດ ແມ່ນເປັນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງດ້ານປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດອັ້ນລ້ຳຄ່າໄວ້, ຄຽງຄູ່ກັບການພັດທະນາການທ່ອງທ່ຽວຢ່າງຍືນຍົງ ເປັນນະໂຍບາຍສຳຄັນຂອງພາກລັດ ເພື່ອຍົກຄຸນຄ່າມໍລະດົກວັດທະນະທຳໃຫ້ກາຍເປັນທຶນສຳລັບການພັດທະນາເສດຖະກິດ-ສັງຄົມ.

ຂປລ. ການອະນຸລັກມໍລະດົກທາງປະຫວັດສາດ ແມ່ນເປັນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງດ້ານປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດອັ້ນລ້ຳຄ່າໄວ້, ຄຽງຄູ່ກັບການພັດທະນາການທ່ອງທ່ຽວຢ່າງຍືນຍົງ ເປັນນະໂຍບາຍສຳຄັນຂອງພາກລັດ ເພື່ອຍົກຄຸນຄ່າມໍລະດົກວັດທະນະທຳ ໃຫ້ກາຍເປັນທຶນສຳລັບການພັດທະນາ ເສດຖະກິດ-ສັງຄົມ. ດ້ວຍເຫດນັ້ນ, ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຮ່ວມກັບພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຈຳປາສັກ ໄດ້ຈັດພິທີເປີດທົດລອງວົງຈອນທ່ອງທ່ຽວເສັ້ນທາງບູຮານ ວັດພູ-ອັງກໍວັດ ໃນໄລຍະທາງຈາກບ້ານ ດອນຫວາຍ ຫາ ບ້ານ ທາດສາມປາງ ເມືອງສຸຂຸມາ ແຂວງຈຳປາສັກ ຂຶ້ນໃນທ້າຍອາທິດຜ່ານນີ້ ໂດຍການເຂົ້າຮ່ວມຂອງ ທ່ານ ວຽງພອນ ສຸກຂະວົງ ຫົວໜ້າກົມມໍລະດົກ ແລະ ວິຈິດສິນ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ນາງ ເຕດາວັນ ແກ້ວພິລາວັນ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ ແຂວງຈຳປາສັກ ພ້ອມຄະນະພະແນກ, ມີຮອງປະທານຄະນະກຳມະການປົກຄອງ ເມືອງສຸຂຸມາ, ເມືອງມູນລະປາໂມກ ແລະ ເມືອງຈຳປາສັກ, ຕະຫລອດຮອດຊ່ຽວຊານໂຄງການຈຳປາ, ບັນດາຊ່ຽວຊານຈາກກົມມໍລະດົກ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນບ້ານດອນຫວາຍ ແລະ ບ້ານທາດສາມປາງ ເຂົ້າຮ່ວມຢ່າງພ້ອມພຽງ.

 ທ່ານ ນາງ ເຕດາວັນ ແກ້ວພິລາວັນ ໄດ້ກ່າວວ່າ: ການເປີດວົງຈອນທ່ອງທ່ຽວເສັ້ນທາງບູຮານໃນໄລຍະທົດລອງນີ້ ແມ່ນເຫດການທີ່ມີຄວາມສຳຄັນຍິ່ງ ໃນການອະນຸລັກຮັກສາ, ຟື້ນຟູ ແລະ ສົ່ງເສີມຄຸນຄ່າທາງດ້ານປະຫວັດສາດ, ວັດທະນະທຳ ແລະ ທຳມະຊາດອັນລ້ຳຄ່າ ຊຶ່ງເສັ້ນທາງບູຮານແຫ່ງນີ້ ບໍ່ພຽງແຕ່ເປັນພະຍານຫຼັກຖານທາງປະຫວັດສາດ ທີ່ສະແດງເຖິງຄວາມຮຸ່ງເຮືອງສີວິໄລໃນອະດີດເທົ່ານັ້ນ, ແຕ່ຍັງເປັນສາຍໄຍເຊື່ອມໂຍງຮີດຄອງປະເພນີ ແລະ ວິຖີຊີວິດຂອງປະຊາຊົນທ້ອງຖິ່ນ ທີ່ຖືກນຳໃຊ້ສືບທອດກັນມາແຕ່ດັ້ງເດີມ. ຖ້າຫາກເສັ້ນທາງນີ້ໄດ້ຮັບການສົ່ງເສີມ ແລະ ເປັນທີ່ຮູ້ຈັກຂອງນັກທ່ອງທ່ຽວເປັນວົງກວ້າງ ກໍຈະເປັນທ່າແຮງອັນສຳຄັນ ໃນການສ້າງລາຍຮັບໃຫ້ແກ່ປະເທດຊາດ, ແຂວງ, ເມືອງ ກໍຄື ປະຊາຊົນໃນທ້ອງຖິ່ນ, ທັງເປັນທາງເລືອກໃໝ່ ທີ່ໂດດເດັ່ນສຳລັບຜູ້ທີ່ມັກການທ່ອງທ່ຽວແບບທຳມະຊາດ ແລະ ວັດທະນະທຳ ນຳອີກ. ພ້ອມນັ້ນ ຍັງຈະເປັນຜະລິດຕະພັນທ່ອງທ່ຽວໃໝ່ ທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຂອງແຂວງຈຳປາສັກຫລາຍຂຶ້ນ. ເສັ້ນທາງທົດລອງມີຄວາມຍາວ 3,7 ກິໂລແມັດ ຈາກບ້ານດອນຫວາຍ ຫາ ບ້ານ ທາດສາມປາງ ຊຶ່ງເປັນພາກສ່ວນໜຶ່ງຂອງເສັ້ນທາງບູຮານ ວັດພູ-ອັງກໍວັດ ທີ່ມີຄວາມຍາວປະມານ 240 ກິໂລແມັດ ໂດຍປະມານ 95 ກິໂລແມັດ ຕັ້ງຢູ່ໃນດິນແດນ ສປປ ລາວ. ການເປີດໃຫ້ທົດລອງນຳໃຊ້ໃນຄັ້ງນີ້ ຈະເປັນການປະເມີນຄວາມພ້ອມ ແລະ ປັບປຸງຜະລິດຕະພັນທ່ອງທ່ຽວ ກ່ອນຂະຫຍາຍການພັດທະນາໃນອະນາຄົດ. ຄຽງຄູ່ກັນນັ້ນ, ໂຄງການຍັງໄດ້ດຳເນີນການປູກຕົ້ນໄມ້ພື້ນເມືອງຕາມແລວເສັ້ນທາງ ເພື່ອຟື້ນຟູສິ່ງແວດລ້ອມ, ສ້າງຄວາມຮົ່ມເຢັນ ພ້ອມທັງເພື່ອເປັນການປັກຫລັກໝາຍຕາມແລວທາງ, ສະແດງໃຫ້ເຫັນເຖິງສັນຍະລັກແຫ່ງການຟື້ນຟູ, ການອະນຸລັກ ແລະ ການຮ່ວມມືກັນເບິ່ງແຍງຂອງຊຸມຊົນ. ພ້ອມດຽວກັນນັ້ນ, ຍັງໄດ້ຮັບການສະໜັບສະໜູນທາງດ້ານນະໂຍບາຍ ແລະ ການມີສ່ວນຮ່ວມຈາກທັງສູນກາງ ແລະ ທ້ອງຖິ່ນ ເພື່ອດຶງດູດຄູ່ຮ່ວມງານຈາກພາກເອກະຊົນ ເຂົ້າມາສຶກສາຄວາມເປັນໄປໄດ້ ໃນການເຊື່ອມໂຍງເຂົ້າໃນລາຍການທ່ອງທ່ຽວທີ່ມີຢູ່ແລ້ວຂອງແຂວງຈຳປາສັກ ໃຫ້ມີຄວາມອຸດົມສົມບູນຂຶ້ນຕື່ມ.

ພາຍຫລັງພິທີເປີດ ບັນດາຜູ້ແທນ ແລະ ແຂກຜູ້ມີກຽດ ໄດ້ຮ່ວມຍ່າງສຳຫລວດເສັ້ນທາງບູຮານເປັນໄລຍະກວ່າ 3 ກິໂລແມັດ ເພື່ອສຳຜັດຄຸນຄ່າທາງປະຫວັດສາດ ແລະ ທຳມະຊາດຂອງເສັ້ນທາງດ້ວຍຕົນເອງ. ການເປີດທົດລອງວົງຈອນທ່ອງທ່ຽວເສັ້ນທາງບູຮານ ວັດພູ-ອັງກໍວັດ ຖືເປັນອີກບາດກ້າວໜຶ່ງໃນການຍົກລະດັບການທ່ອງທ່ຽວມໍລະດົກຂອງລາວ ໂດຍເນັ້ນການມີສ່ວນຮ່ວມຂອງຊຸມຊົນ ແລະ ການນຳໃຊ້ທຶນທາງວັດທະນະທຳໃຫ້ເກີດປະໂຫຍດຢ່າງຍືນຍົງ.

KPL

ຂ່າວອື່ນໆ

ads
ads

Top