ຍອດມູນຄ່າການຈໍລະຈອນສິນຄ້າຈີນ ເພີ່ມຂຶ້ນກວ່າ 5%

30/06/2026 12:04
ຂປລ ລະ​ຫວ່າງ ​ເດືອນ​ມັງ​ກອນ​ ຫາ​ເດືອນ​ພຶດ​ສະ​ພາ​ປີ​ນີ້, ຍອດ​ມູນ​ຄ່າ​ ການ​ຈໍ​ລະ​ຈອນ​ສິນ​ຄ້າ ​ໃນ​ສັງ​ຄົມ​ທົ່ວ​ປະ​ເທດ​ຈີນ​ ມີ​ເຖິງ 146.600 ຕື້ຢວນ, ເພີ່ມ​ຂຶ້ນ 5,2% ເມື່ອ​ທຽບ​ໃສ່​ປີ​ກາຍ​.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 28 ມິ​ຖຸ​ນາ​ນີ້, ສະຫະພັນ ການຈໍລະຈອນ ສິນຄ້າ ແລະ ການຈັດຊື້ຂອງ ສປ ຈີນ ໄດ້ເປີດ​ເຜີຍໃຫ້ຮູ້ວ່າ: ລະ​ຫວ່າງ ​ເດືອນ​ມັງ​ກອນ​ ຫາ​ເດືອນ​ພຶດ​ສະ​ພາ​ປີ​ນີ້, ຍອດ​ມູນ​ຄ່າ​ ການ​ຈໍ​ລະ​ຈອນ​ສິນ​ຄ້າ ​ໃນ​ສັງ​ຄົມ​ທົ່ວ​ປະ​ເທດ​ຈີນ​ ມີ​ເຖິງ 146.600 ຕື້ຢວນ, ເພີ່ມ​ຂຶ້ນ 5,2% ເມື່ອ​ທຽບ​ໃສ່​ປີ​ກາຍ​. ຄວາມ​ຕ້ອງ​ການ​ດ້ານ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​ ຂອງ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ ​ການ​ຜະ​ລິດ​ລະ​ດັບ​ສູງສືບ​ຕໍ່​ເພີ່ມ​ຂຶ້ນ ຢ່າງວ່ອງ​ໄວ. ໃນ​ເດືອນ​ພຶດ​ສະ​ພາ​ແລ້ວ​ນີ້, ຄວາມ​ຕ້ອງ​ການ​ດ້ານ​ການ​ຈໍ​ລະ​ຈອນ​ສິນ​ຄ້າ​​ ຂອງອຸດ​ສາ​ຫະ​​ກຳ​ ການ​ຜະ​ລິດ​ເຕັກ​​ໂນ​ໂລ​ຊີ​ສູງ​​ ແລະ ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ ​ອຸ​ປະ​ກອນ​ຕ່າງ​ ໄດ້​ເພີ່ມ​ຂຶ້ນ 15,1% ແລະ 9,5% ເມື່ອ​ທຽບ​ໃສ່​​ປີ​ກາຍ. ນອ​ກ​​ນີ້, ​ການ​ຈໍ​ລະ​ຈອນ​ສິນ​ຄ້າ ອຸ​ປະ​ໂພກ-ບໍ​ລິ​ໂພກ ​ຂອງ​ປະ​ຊາ​ຊົນ​ ສືບ​ຕໍ່​ມີ​ຄວາມ​ເຂັ້ມ​ແຂງ​ໂດຍ​ລວມ, ຮູບ​ແບບ​ອຸດ​ສາ​ຫະ​ກຳ​ໃໝ່ ແລະ​ ຮູບ​ແບບ​ທຸ​ລະ​ກິດ​ໃໝ່ ​ໄດ້​ເພີ່ມ​ພະ​ລັງ​ແຮງ​ຂັບ​ເຄື່ອນ ​ຢ່າງ​ຕໍ່​ເນື່ອງ ເຂົ້າ​ໃນ​ການ​ເຕີບ​ໂ​ຕ​ຂອງ​ຄວາມ​ຕ້ອງ​ການ​ດ້ານການ​ຈໍ​ລະ​ຈອນ​ສິນ​ຄ້າ ​ທີ່​ກ່ຽວ​ກັບ​ຊີ​ວິດ ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ລະ​ຫວ່າງ ​ເດືອນ​ມັງ​ກອນ​ຫາ​ເດືອນ​ພຶດ​ສະ​ພາປີ​ນີ້, ຍອດ​ມູນ​ຄ່າ​ການ​ຂາຍ​ຍ່ອຍ​ ດ້ານ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ ແບບ​ຖ່າຍ​ທອດ​ສົດ ຫລື ໄລ້​ສົດ ​ໄດ້​ເພີ່ມ​ຂຶ້ນ 6,9%, ຈັ​ງຫວະ​ການ​ເຕີບ​ໂຕ​​ສູງກວ່າ ​ເດືອນ​ມັງ​ກອນ​ ຫາ​ເດືອນ​ເມ​ສາ 0,2%./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top