ຂປລ
ພະແນກຫລັກຊັບ ຮ່າໂນ້ຍ (HNX) ໄດ້ເປີດສູນແລກປ່ຽນຄ້າຂາຍ ກາກບອນ ພາຍໃນປະເທດ, ສ້າງຂີດໝາຍ ຄັ້ງທຳອິດ ຫວຽດນາມ ນຳໂຄຕາ ປ່ອຍອາຍພິດເຮືອນແກ້ວ ແລະ ສິນເຊື່ອກາບອນ ເຂົ້າຕະຫລາດກາກບອນ ສັງລວມ.
ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ, ວັນທີ 29 ມິຖຸນາ, ຢູ່ຮ່າໂນ້ຍ, ພະແນກຫລັກຊັບ ຮ່າໂນ້ຍ (HNX) ໄດ້ເປີດສູນແລກປ່ຽນຄ້າຂາຍ ກາກບອນ ພາຍໃນປະເທດ, ສ້າງຂີດໝາຍ ຄັ້ງທຳອິດ ຫວຽດນາມ ນຳໂຄຕາ ປ່ອຍອາຍພິດເຮືອນແກ້ວ ແລະ ສິນເຊື່ອກາບອນ ເຂົ້າຕະຫລາດກາກບອນ ສັງລວມ. ເຫດການນີ້ ຊຸກຍູ້ການຫັນເປັນສີຂຽວ, ພັດທະນາເສດຖະກິດ ກາກບອນຕ່ຳ ແລະ ສ້າງເຄື່ອງມືຕະຫລາດໜູນຊ່ວຍ ວິສາຫະຫກິດຕື່ມອີກ ໃນການປະຕິບັດເປົ້າໝາຍ ພັດທະນາ ແບບຍືນຍົງ. ທ່ານ ນາງ ຫວູທິເຈິນເຟືອງ, ປະທານຄະນະກຳມະການ ຫລັກຊັບແຫ່ງລັດ, ເນັນໜັກວ່າ:
“ພິເສດ, ເພື່ອແນໃສ່ ສ້າງເງື່ອນໄຂສະດວກໃຫ້ແກ່ ວິສາຫະກິດ ໃນໄລຍະຜັນຂະຫຍາຍ ການທົດລອງຈົນໝົດປີ 2028, ລັດຖະບານ ໄດ້ປະກາດໃຊ້ມະຕິເລກທີ 29, ໃນນັ້ນ ກຳນົດພະແນກຫລັກຊັບ ຫວຽດນາມ, ພະແນກຫລັກຊັບຮ່າໂນ້ຍ ແລະ ບໍລິສັດໃຫຍ່ ຈົດທະບຽນ, ເກັບຮັກສາ, ທົດແທນຫລັກຊັບ ຫວຽດນາມ ບໍ່ເກັບຄ່າ ສະໜອງການບໍລິການໃນຕະຫລາດ ກາກບອນ ພາຍໃນປະເທດ. ນີ້ແມ່ນແຜນນະໂຍບາຍ ທີ່ມີຄວາມໝາຍແທດຈິງ ສະແດງໃຫ້ເຫັນການຮ່ວມເດີນທາງ ຂອງລັດຖະບານ ກັບປະຊາຄົມ ວິສາຫະກິດ, ປະກອບສ່ວນ ຫລຸດຜ່ອນ ຄ່າທຳນຽບ ເຂົ້າຕະຫລາດ ແລະ ສົ່ງເສີມບັນດາວິສາຫະກິດຕັ້ງໜ້າປະຕິບັດ ບັນດາມາດຕະການຫລຸດຜ່ອນ ການປ່ອຍອາຍພິດ, ປ່ຽນແປງເຕັກໂນໂລຢີ ແລະ ພັດທະນາ ແບບຍືນຍົງ.”ການນຳສູນກາກບອນ ພາຍໃນປະເທດ ເຂົ້າເຄື່ອນໄຫວ ແມ່ນຂີດໝາຍ ສຳຄັນໃນວິວັດການສ້າງ ແລະ ພັດທະນາ ຕະຫລາດກາກບອນ ຢູ່ ຫວຽດນາມ, ປະກອບສ່ວນປະຕິບັດບັນດາຄຳໝັ້ນສັນຍາສາກົນ ກ່ຽວກັບການຫລຸດຜ່ອນ ການປ່ອຍອາຍພິດເຮືອນແກ້ວ, ຊຸກຍູ້ການຫັນເປັນ ດີຈີຕອນສີຂຽວ, ພັດທະນາເສດຖະກິດ ກາກບອນຕ່ຳ ແລະ ສ້າງເຄື່ອງມືຕະຫລາດ ໜູນຊ່ວຍວິສາຫະກິດປະຕິບັດ ເປົ້າໝາຍ ພັດທະນາແບບຍືນຍົງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL