ວິທີຊີວິດຂອງຊົນເຜົ່າກຣີ

30/06/2026 10:21
ຂປລ ຂປລ. ຊົນເຜົ່າກຣີ ແມ່ນຊົນເຜົ່າໜຶ່ງໃນ 50 ຊົນເຜົ່າ ຂອງວົງຄະນະຍາດແຫ່ງຊາດລາວ ທີ່ດຳລົງຊີວິດຢູ່ລາວມາເປັນເວລາດົນນານ. ຊົນເຜົ່ານີ້ ມີປະຫວັດການເຄື່ອນຍ້າຍທີ່ສັບສົນ ແລະ ແຕກຕ່າງກັນ

ຂປລ. ຊົນເຜົ່າກຣີ ແມ່ນຊົນເຜົ່າໜຶ່ງໃນ 50 ຊົນເຜົ່າ ຂອງວົງຄະນະຍາດແຫ່ງຊາດລາວ ທີ່ດຳລົງຊີວິດຢູ່ລາວມາເປັນເວລາດົນນານ. ຊົນເຜົ່ານີ້ ມີປະຫວັດການເຄື່ອນຍ້າຍທີ່ສັບສົນ ແລະ ແຕກຕ່າງກັນ ເຊັ່ນ: ຊົນເຜົ່າ ກຣີ ຢູ່ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ ແມ່ນເຄື່ອນຍ້າຍມາຈາກເຂດຊາຍແດນຫວຽດນາມ, ສ່ວນຢູ່ແຂວງໄຊຍະບູລີ ແມ່ນເຄື່ອນຍ້າຍມາຈາກທິດຕາເວັນອອກສ່ຽງເໜືອຂອງລາຊະອານາຈັກໄທ ຊຶ່ງຊົນເຜົ່ານີ້ມີຫລາຍຊື່ເອີ້ນເຊັ່ນ: ກຣີ, ລາບຣີ, ຢູບຣີ, ສະລາງຄອມ, ອາເຣມ ແລະ ອື່ນໆ. ຊົນເຜົ່າອື່ນມັກເອີ້ນເຂົາເຈົ້າວ່າ: ຕອງເຫລືອງ, ເຂົາເຈົ້າບໍ່ມັກ, ຊື່ທີ່ເຂົາເຈົ້າມັກ ແລະ ຊື່ທີ່ໃຊ້ທາງການໃນປັດຈຸບັນແມ່ນ ກຣີໃນພາສາຂອງເຂົາເຈົ້າ ໝາຍເຖິງຄົນປ່າ. ປັດຈຸບັນຊົນເຜົ່ານີ້ ແມ່ນຕັ້ງພູມລຳເນົາ ແລະ ທຳມາຫາກິນຢູ່ແຂວງພາກເໜືອ ແລະ ພາກກາງ ເຊັ່ນ: ເມືອງບົວລະພາ, ເມືອງຍົມມະລາດ, ເມືອງນາກາຍ ແຂວງຄຳມ່ວນ, ເມືອງຄຳເກີດ ແຂວງບໍລິຄຳໄຊ ແລະ ເມືອງພຽງ ແຂວງໄຊຍະບູລີ.

          ເຜົ່າກຣີ ຈະດຳລົງຊີວິດຢູ່ຕາມປ່າ ລັກສະນະເລື່ອຍລອນ ຈະບໍ່ອາໄສຢູ່ບ່ອນໃດບ່ອນໜຶ່ງແບບຖາວອນ, ຈະເຄື່ອນຍ້າຍໄປຕາມປ່າດົງບ່ອນທີ່ອຸດົມສົມບູນ, ເມື່ອອາຫານເລີ່ມຫາຍາກ ຕອງກ້ວຍກໍເຫລືອງເຂົາເຈົ້າກໍຈະຍ້າຍໄປຫາກິນບ່ອນໃໝ່, ການກິນຢູ່ແມ່ນອາໄສທຳມະຊາດ , ການດໍາລົງຊີວິດແຕ່ລະວັນ ຈະອອກໄປຊອກຫາອາຫານເປັນຕົ້ນ: ໜໍ່ໄມ້, ຫົວມັນປ່າ, ຍອດບຸ່ນ, ຍອດຫວາຍ, ໝາກຄໍ້, ໝາກຕາວ ແລະ ປູປາ ຕາມຮ່ອງຫ້ວຍທໍາມະຊາດ ແລະ ໃສ່ແຮ້ວເອົາສັດປ່າມາສູ່ກັນກິນ, ບາງຄັ້ງໂຊກດີຫາມາໄດ້ຫລາຍ ກໍນໍາເອົາມາແລກເຄື່ອງມືຫາກິນ ເຊັ່ນ: ມີດ, ພ້າ, ສຽມ ແລະ ອື່ນໆ ນໍາປະຊາຊົນ ຢູ່ເຂດບ້ານໃກ້ຄຽງ. ສ່ວນຈຳນວນຢູ່ບ້ານຄົງທີ່ ກໍຈະເຮັດໄຮ່, ປູກເຂົ້າ, ພືດຜັກ ທີ່ເປັນທາດແປ້ງເພື່ອບໍລິ ໂພກປະຈຳວັນ.

          ຊົນເຜ່ົາ ກຣີ ຈະປຸກເຮືອນແບບປະຖົມປະຖານ, ກະທັດຮັດງ່າຍດາຍບໍ່ແໜ້ນໜາຖາວອນ ຊຶ່ງສ້າງຂຶ້ນໂດຍອາໄສເຄື່ອງທີ່ຫາໄດ້ຕາມທຳມະຊາດເທົ່ານັ້ນ ແລະ ຈຳນວນໜຶ່ງຍັງຍົກຍ້າຍໄປມາໃນປ່າຕາມພູຜາ ແລະ ປ່າຕຶບດົງໜາ ເພື່ອອາໄສການເຮັດຕູບນ້ອຍໃສ່ໂກນໄມ້ ແລະ ຖ້ຳເປັນບ່ອນນອນ. ປັດຈຸບັນແມ່ນອີງໃສ່ແນວທາງຂອງພັກ-ລັດ ເຂົາເຈົ້າກໍມາຕັ້ງຖິ່ນຖານບ້ານຊ່ອງເປັນບ່ອນຢູ່ຄົງທີ່ຄືກັນກັບຊົນເຜົ່າອື່ນໆ ແລະ ຍັງບາງເລັກນ້ອຍມີຈຳນວນ 10 ກວ່າຄົນເທົ່ານັ້ນ. ສຳລັບອາຫານການກິນຂອງຊົນເຜົ່າ ກຣີ ກໍຍັງກິນແບບທຳມະຊາດ ເຊັ່ນ: ເຜືອກ, ມັນປ່າ, ໝາກໄມ້ປ່າ, ຜັກປ່າ ແລະ ອື່ນໆ. ນອກຈາກນັ້ນ, ພວກເຂົາຍັງມີຄວາມຊຳນິຊຳນານໃນການລ່າສັດປ່າດ້ວຍໜ້າໜ໋ອງ ແລ້ວມາປຸງແຕ່ງເປັນອາຫານ ເຊັ່ນ: ປີ້, ຫລາມ, ໝົກດ້ວຍໃບຕອງ ແລະ ມີຄວາມນິຍົມກິນຍອດໝາກຕາວຕາກແຫ້ງແລ້ວປະສົມນ້ຳເຜິ້ງ ແລະ ອື່ນໆ. ສ່ວນຈຳນວນທີ່ໄດ້ຍ້າຍມາຢູ່ບ້ານແລ້ວ ກໍແມ່ນໄດ້ກິນເຂົ້າເປັນອາຫານຫລັກຄືກັບຊົນເຜົ່າອື່ນໆ. ແນວໃດກໍດີ, ວັດທະ ນະທຳກ່ຽວກັບເຄື່ອງນຸ່ງຂອງເຂົາເຈົ້າແຕ່ກ່ອນແມ່ນນຸ່ງຫົ່ມດ້ວຍເປືອກໜ້ອງ, ເປືອກໄມ້ຕ່າງໆ ແລະ ນອກນັ້ນ ກໍຫຍິບໃບໄມ້ເຮັດເປັນເຄື່ອງນຸ່ງຫົ່ມ. ປັດຈຸບັນໄດ້ມີການປ່ຽນແປງທັງຮູ້ຈັກນຸ່ງໂສ້ງ, ນຸ່ງເສື້ອ, ຮູ້ກິນອາຫານທີ່ເຮົາແຕ່ງໃຫ້ກິນ ຖ້າບໍ່ມີຜູ້ໃຫ້ກິນກໍຫາກິນຕາມທໍາມະຊາດ ໝາຍຄວາມວ່າຍັງບໍ່ຮູ້ທໍາການຜະລິດກະສິກໍາໃນການດັດແປງທໍາມະຊາດ ມາຮັບໃຊ້ຊີວິດການເປັນຢູ່,  ທັງນີ້ ຍ້ອນການດຳລົງຊີີວິດ ແລະ ຄວາມເອົາໃຈໃສ່ຂອງບັນດາຊົນເຜົ່າທີ່ຢູ່ໃກ້ຄຽງ, ພັກ, ລັດຖະບານ ແລະ ອົງການສາກົນອື່ນໆ ໃຫ້ການຊ່ວຍເຫລືອທັງພາຍໃນ ແລະ ຕ່າງປະເທດ.

          ຊົນເຜົ່າກຣີ ດຳລົງຊີວິດຢູ່ຫ່າງໄກສອກຫລີກ, ບໍ່ມີເສັ້ນທາງຄົມມະນາຄົມ, ການພົວພັນກັບສັງຄົມພາຍນອກ ຍັງມີໜ້ອຍ ຈຶ່ງເຮັດໃຫ້ເຂົາເຈົ້າຍັງມີຄວາມເຊື່ອໃນເລື່ອງໄສຍະສາດ, ໂຊກຊາຕາຂອງຄົນ ແລະ ສິ່ງທີ່ມີຊີວິດເຊັ່ນ: ຜີບັນພະບູລຸດ, ຜີພໍ່ແມ່, ຜີຫ້ວຍຮ່ອງ, ຜີພູຜາປ່າດົງ, ຜີຟ້າ, ຜີແຖນ ແລະ ຖືວ່າຜີເຫລົ່ານັ້ນ ເປັນຜູ້ໃຫ້ໂຊກຊາຕາຂອງທຸກຄົນ. ສຳລັບຈຳນວນທີ່ຕັ້ງບ້ານຄົງທີ່ ຈະມີງານບຸນປະຈຳເຜົ່າຂອງຕົນເອງ ຄື: ບຸນປີໃໝ່, ບຸນກິນເຂົ້າໃໝ່. ບຸນທີ່ກ່າວມານີ້ແມ່ນຫລັງຈາກທີ່ເກັບກ່ຽວເຂົ້າແລ້ວ ກໍເລີ່ມເຮັດທັນທີ, ຮຽນແບບຈາກຊົນເຜົ່າໃກ້ຄຽງ.

          ດ້ານສິລະປະ-ວັນນະຄະດີພື້ນເມືອງຂອງຊົນເຜົ່າ ກຣີ ບໍ່ອຸດົມສົມບູນພໍເທົ່າໃດແຕ່ເຂົາເຈົ້າຍັງມີ ຂັບກະເຕີມ ທີ່ເປັນພາສາຂອງຕົນ. ນອກຈາກນັ້ນ, ກໍແມ່ນຮຽນແບບຈາກຊົນເຜົ່າທີ່ຢູ່ໃກ້ຄຽງ. ດ້ານພາສາປາກເວົ້າໄດ້ຈັດເຂົ້າໃນ
ໝວດພາສາມອນ-ຂະແມ, ແຕ່ສາຂາແຕກຕ່າງກັນເຊັ່ນ: ພາກສ່ວນຢູ່ແຂວງບໍລິຄຳໄຊ ແລະ ແຂວງ ຄຳມ່ວນ ຈັດເຂົ້າໃນສາຂາພາສາຫວຽດ-ເມືອງ. ພາກສ່ວນທີ່ດຳລົງຊີວິດຢູ່ ແຂວງໄຊຍະບູລີ ຈັດເຂົ້າໃນສາຂາກຶມມຸ. ຊົນເຜົ່າ ກຣີ ທັງສອງພາກສ່ວນນີ້ບໍ່ມີຕົວໜັງສືຂຽນ.

KPL

ຂ່າວອື່ນໆ

ads
ads

Top