ຂປລ
ທ່ານ ຫວາງເວີນທ່າວ ລັດຖະມົນຕີ ກະຊວງການຄ້າຈີນ ແລະ ທ່ານ ວານດິສ ດອມບຣອຟສະກິສ ຮອງປະທານຄະນະກຳມາທິການ ສະຫະພາບເອີຣົບ ໄດ້ພົບປະເຈລະຈາກັນ ຜ່ານທາງວິດີໂອ, ໂດຍສອງຝ່າຍ ໄດ້ອອກຖະແຫລງການຮ່ວມ ກ່ຽວກັບກົນໄກ ປຶກສາຫາລື ດ້ານການຄ້າ-ການລົງທຶນລະຫວ່າງ ສປ ຈີນ-ເອີຣົບ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 29 ມິຖຸນານີ້, ທ່ານ ຫວາງເວີນທ່າວ ລັດຖະມົນຕີ ກະຊວງການຄ້າຈີນ ແລະ ທ່ານ ວານດິສ ດອມບຣອຟສະກິສ ຮອງປະທານຄະນະກຳມາທິການ ສະຫະພາບເອີຣົບ ໄດ້ພົບປະເຈລະຈາກັນ ຜ່ານທາງວິດີໂອ, ໂດຍສອງຝ່າຍ ໄດ້ອອກຖະແຫລງການຮ່ວມ ກ່ຽວກັບກົນໄກ ປຶກສາຫາລື ດ້ານການຄ້າ-ການລົງທຶນ ລະຫວ່າງ ສປ ຈີນ-ເອີຣົບ. ຖະແຫລງການດັ່ງກ່າວ ລະບຸວ່າ: ສອງຝ່າຍ ເຫັນດີເພີ່ມທະວີ ການປະສານງານໃນຂົງເຂດຕ່າງໆ ເຊັ່ນ: ນະໂຍບາຍເສດຖະກິດ ມະຫາພາກ, ເສດຖະກິດ ດິຈິຕອນ, ການພັດທະນາສີຂຽວ ແລະ ກາກບອນຕ່ຳເປັນຕົ້ນ ເພື່ອຊຸກຍູ້ ການລົງທຶນ ແລະ ການອຳນວຍ ຄວາມສະດວກ ທາງດ້ານການຄ້າ. ສອງຝ່າຍຢ້ຳວ່າ ຈະຍຶດໝັ້ນລັດທິ ຫລາຍຝ່າຍ ແລະ ກົນໄກການຄ້າ ຫລາຍຝ່າຍ ທີ່ຖືອົງການການຄ້າໂລກ ເປັນແກນກາງ ແລະ ຄັດຄ້ານ ການຕັດສາຍພົວພັນກັນ. ໂດຍແນໃສ່ ຄວາມຂັດແຍ້ງ ດ້ານການຄ້າ ເປັນຕົ້ນ: ການສືບສວນ ການຕ້ານການອຸດໜູນ ຕໍ່ລົດພະລັງງານໄຟຟ້າຈີນ ຂອງສະຫະພາບເອີຣົບ, ຖະແຫລງການຢືນຢັນວ່າ: ສອງຝ່າຍ ຈະແກ້ໄຂຄວາມຂັດແຍ້ງ ຢ່າງເໝາະສົມ ຜ່ານການສົນທະນາ ແລະ ປຶກສາຫາລືກັນ, ຫລີກລ່ຽງ ບໍ່ໃຫ້ບັນຫາເສດຖະກິດ ການຄ້າຫັນເປັນ ບັນຫາການເມືອງ. ສອງຝ່າຍເຫັນດີ ຈະສືບຕໍ່ຮັກສາການແລກປ່ຽນ ລະຫວ່າງ ການນຳຂັ້ນສູງ ເພື່ອເພີ່ມແຮງ ຂັບເຄື່ອນ ເຂົ້າໃນການຂະຫຍາຍ ສາຍພົວພັນ ດ້ານເສດຖະກິດ ການຄ້າ ລະຫວ່າງ ສປ ຈີນ-ເອີຣົບ ຢ່າງປອດໃສ ແລະ ໝັ້ນທ່ຽງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL