ມາເລເຊຍ ຈະສືບຕໍ່ຄົ້ນຫາ ຊາກເຮືອບິນໂດຍສານຖ້ຽວບິນ MH370

30/06/2026 12:04
ຂປລ ລັດ​ຖະ​ບານ​ມາ​ເລ​ເຊຍ ​ຈະ​ຕໍ່​ອາ​ຍຸ​ສັນ​ຍາ​ ກັບ​ບໍ​ລິ​ສັດ Ocean Infinity ເຊິ່ງ​ເປັນ​ບໍ​ລິ​ສັດ​ສຳ​ຫລວດ​ໃຕ້​ນ້ຳ ເພື່ອ​ສືບ​ຕໍ່​ດຳ​ເນີນ​ວຽກ​ງານ​​ຄົ້ນ​ຫາ​ ຊາກ​ເຮືອ​ບິນ​ໂດຍ​ສານ ​ຖ້ຽວບິນMH370 ຂອງ​ສາຍ​ການ​ບິນ​ມາ​ເລ​ເຊຍ ຢູ່​ເຂດ​ທະ​ເລ​ ພາກ​ໃຕ້​ມະ​ຫາ​ສະ​ໝຸດ​ອິນ​ເດຍ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ວັນ​ທີ 29 ມິ​ຖຸ​ນາ​ນີ້, ກະ​ຊວ​ງ​ຄົມ​ມະ​ນາ​ຄົມ​ ມາ​ເລ​ເຊຍ​ ອອກຖະ​ແຫລງ​ການ​ວ່າ: ລັດ​ຖະ​ບານ​ມາ​ເລ​ເຊຍ ​ຈະ​ຕໍ່​ອາ​ຍຸ​ສັນ​ຍາ​ ກັບ​ບໍ​ລິ​ສັດ Ocean Infinity ເຊິ່ງ​ເປັນ​ບໍ​ລິ​ສັດ​ສຳ​ຫລວດ​ໃຕ້​ນ້ຳ ເພື່ອ​ສືບ​ຕໍ່​ດຳ​ເນີນ​ວຽກ​ງານ​​ຄົ້ນ​ຫາ​ ຊາກ​ເຮືອ​ບິນ​ໂດຍ​ສານ ​ຖ້ຽວບິນMH370 ຂອງ​ສາຍ​ການ​ບິນ​ມາ​ເລ​ເຊຍ ຢູ່​ເຂດ​ທະ​ເລ​ພາກ​ໃຕ້​ມະ​ຫາ​ສະ​ໝຸດ​ອິນ​ເດຍ. ພາຍຫລັງ ຄະ​ນະ​ລັດ​ຖະ​ບານ​ມາ​ເລ​ເຊຍ​ ໄດ້​ອະ​ນຸ​ມັດແກ່​ຍາວ ​ເວ​ລາ​ດຳ​ເນີນ​ວຽກ​ງານຄົ້ນ​ຫາ​ລະ​ຫວ່າງ ​ສອງ​ຝ່າຍ​ດັ່ງ​ກ່າວ ໂດຍ​ຈະ​ຕໍ່​ອາ​ຍຸ​ສັນ​ຍາ​ໄປ​ອີກ​ໜຶ່ງ​ປີຄື​ ລະ​ຫວ່າງ ວັນ​ທີ1 ກໍ​ລະ​ກົດ 2026 ຫາ​ວັນ​ທີ 30 ມິ​ຖຸ​ນາ 2027.ໃນວັນ​ທີ 8 ມີ​ນາ 2014, ເຮືອ​ບິນ​ໂດຍ​ສານ​ຖ້ຽວບິນMH370ຂອງ​ສາຍ​ການ​ບິນ​ມາ​ເລ​ເຊຍ ທີ່​​ເດີນ​ທາງອອກ​ຈາກ​ນະ​ຄອນ​ຫລວງ ກົວ​ລາ​ລຳ​ເປີ​ ຂອງມາ​ເລ​ເຊຍ ​ໄປ​ຍັງ​ນະ​ຄອນ​ຫລວງ​ປັກ​ກິ່ງ​ຂອງ ສປ ​ຈີນ​ ໄດ້​ຫາຍ​ສາບ​ສູນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top