ຂປລ
ງານດົນຕີ ສະເຫລີມ ສະຫລອງ ວັນສ້າງຕັ້ງ ພັກກອມມູນິດຈີນ ຄົບຮອບ 105 ປີທີ່ມີຫົວຂໍ້ “ປະຊາຊົນ ຢູ່ເໜືອທຸກສິ່ງຢ່າງ” ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ປັກກິ່ງຂອງ ສປ ຈີນ.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 29 ມິຖຸນານີ້, ງານດົນຕີ ສະເຫລີມ ສະຫລອງ ວັນສ້າງຕັ້ງ ພັກກອມມູນິດຈີນ ຄົບຮອບ 105 ປີທີ່ມີຫົວຂໍ້ “ປະຊາຊົນ ຢູ່ເໜືອທຸກສິ່ງຢ່າງ” ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ປັກກິ່ງຂອງ ສປ ຈີນ. ໂດຍມີ ທ່ານ ສີ ຈິ້ນຜິງ,ປະທານປະເທດຈີນ ພ້ອມດ້ວຍ ຄະນະນຳຂັ້ນສູງຂອງພັກ-ລັດ, ກອງທັບ, ອົງການຈັດຕັ້ງ ມະຫາຊົນຂອງສູນກາງພັກ ແລະ ອົງການປົກຄອງນະຄອນຫລວງ ປັກກິ່ງ, ຜູ້ຕາງໜ້າ ຂອງບັນດາສູນກາງພັກ ຝ່າຍປະຊາທິປະໄຕ, ຜູ້ຮັບຊອບສະຫະພັນ ອຸດສາຫະກຳ ການຄ້າ ທົ່ວປະເທດ, ຜູ້ຕາງໜ້າ ທີ່ບໍ່ຂຶ້ນກັບພັກຝ່າຍໃດ, ຜູ້ຕາງໜ້າ ທີ່ໄດ້ຮັບຫລຽນໄຊກຽດຕິຍົດ, ຜູ້ຕາງໜ້າສະມາຊິກພັກ ອາວຸໂສ ແລະ ຜູ້ຕາງໜ້າ ພະນັກງານອາວຸໂສ ທັງໝົດ ປະມານ 3.000 ຄົນ ໄດ້ເຂົ້າຊົມງານ ແລະ ຮ່ວມກັນ ສະເຫລີມ ສະຫລອງ ວັນເຫດການສຳຄັນ ທີ່ຍິ່ງໃຫຍ່ໃນຄັ້ງນີ້./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL