ຂປລ
ຂປລ. ອາທິດຜ່ານມາ ບໍລິສັດ ພູນຊັບຟາມາ ຈໍາກັດ ໄດ້ນຳເອົາຜະລິດຕະພັນຢາປິ່ວປົວພະຍາດຕ່າງໆ ມາວາງສະແດງ ແລະ ຈຳໜ່າຍ ໃນງານສະເຫລີມສະຫລອງວັນສາທາລະນະສຸກ (ວັນແພດລາວ) ຄົບຮອບ 61 ປີ

ຂປລ. ອາທິດຜ່ານມາ ບໍລິສັດ ພູນຊັບຟາມາ ຈໍາກັດ ໄດ້ນຳເອົາຜະລິດຕະພັນຢາປິ່ວປົວພະຍາດຕ່າງໆ ມາວາງສະແດງ ແລະ ຈຳໜ່າຍ ໃນງານສະເຫລີມສະຫລອງວັນສາທາລະນະສຸກ (ວັນແພດລາວ) ຄົບຮອບ 61 ປີ (18 ມິຖຸນາ 1965 – 18 ມິຖຸນາ 2026) ເພື່ອໃຫ້ປະຊາຊົນໄດ້ຮູ້ຈັກຜະລິດຕະພັນທາງການແພດທີ່ມີຄຸນນະພາບຫລາຍຂຶ້ນ ໂດຍສະເພາະຜະລິດຕະພັນຢາບຳລຸງແມ່ຫລັງເກີດ ເພື່ອເຮັດໃຫ້ນົມແມ່ມີຄຸນນະພາບ, ນົມແມ່ມາໄວຂຶ້ນ, ເຮັດໃຫ້ລູກແຂງ ແຮງແມ່ກໍແຂງແຮງໄປພ້ອມໆກັນ.
ທ່ານ ສຸລິຍົມ ຈັນດາລາສານ ຜູ້ອຳນວຍການ ບໍລິສັດ ພູນຊັບຟາມາ ຈຳກັດ ໄດ້ໃຫ້ສໍາພາດວ່າ: ບໍລິສັດ ພູນຊັບຟາມາ ຈຳກັດ ເປັນໜຶ່ງບໍລິສັດນໍາເຂົ້າຢາ ແລະ ອຸປະກອນການແພດຈາກຕ່າງປະເທດດຳເນີນທຸລະກິດມາເວລາກວ່າ 10 ປີ ແລະ ພັດທະນາຜະລິດຕະພັນໃຫ້ທັນສະໄໝ ເພື່ອຮອງຮັບການປິ່ນປົວພະຍາດ ແລະ ຄວາມຕ້ອງການດ້ານສຸຂະພາບຂອງປະຊາຊົນ ຊຶ່ງການມາຮ່ວມງານໃນຄັ້ງນີ້ ຕົນເອງມີຄວາມຮູ້ສຶກພາກພູມໃຈ ແລະ ຮູ້ສຶກດີໃຈຫລາຍ ທີ່ໄດ້ເປັນສ່ວນໜຶ່ງເຂົ້າຮ່ວມວາງສະແດງຜະລິດຕະພັນຢາຂອງບໍລິສັດ, ໃນນັ້ນໄດ້ນຳເອົາຫລາຍຜະລິດຕະພັນທີ່ພົ້ນເດັ່ນມາວາງຈຳໜ່າຍ ແລະ ຫລັກໆແມ່ນເນັ້ນຜະລິດຕະພັນບໍາລຸງແມ່ຍິງຫລັງເກີດລູກ ມີຈຸດເດັ່ນຊ່ວຍກະຕຸ້ນການຜະລິດນ້ຳນົມແມ່ ເຮັດໃຫ້ນ້ຳນົມມາໄວ ເພື່ອໃຫ້ພຽງພໍໃນການລ້ຽງລູກ, ພ້ອມນີ້ກໍເພື່ອໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການໃນຂົງເຂດວຽກງານສາທາລະນະສຸກ ທີ່ມີສົ່ງເສີມການລ້ຽງລູກດ້ວຍນົມແມ່, ເມື່ອແມ່ໄດ້ຮັບຜະລິດຕະພັນຢາບໍາລຸງຫລັງເກີດຈະມີຜົນດີຫລາຍຢ່າງເຊັ່ນ: ເຮັດໃຫ້ນົມແມ່ມີຄຸນນະພາບ, ນົມແມ່ມາໄວຂຶ້ນ, ເຮັດໃຫ້ລູກແຂງແຮງແມ່ກໍແຂງແຮງໄປພ້ອມໆກັນ. ພ້ອມທັງຫລຸດບັນຫາແມ່ຫລັງເກີດໄດ້ ເພາະແມ່ນຫລັງເກີດຈະມີອາການ: ອາລົມບໍ່ດີ, ງຸດງິດ, ມີຄວາມຄຽດງ່າຍ. ສະນັ້ນ, ຫລັງຈາກໄດ້ຮັບປະທານຜະລິດຕະພັນຢາບໍາລຸງແມ່ຫລັງເກີດ ກໍຈະເຮັດໃຫ້ອາລົມຂອງແມ່ມີຄວາມຜ່ອນຄາຍບໍ່ງຸດງິດ, ບໍ່ຕຶງຄຽດ ແລະ ບໍ່ເຄັງຕຶງ ເຮັດໃຫ້ສຸຂະພາບແມ່ຟື້ນຟູໄວຂຶ້ນ, ເຮັດໃຫ້ນໍ້ານົມສົ່ງໄປຫາລູກມີປະສິດທິພາບ ເມື່ອລູກແຂງແຮງແມ່ກໍແຂງແຮງໄປນໍາ.

ທ່ານ ສຸລິຍົມ ຈັນດາລາສານ ກ່າວຕື່ມວ່າ: ໃນປັດຈຸບັນຂະແໜງສາທາລະນະສຸກຂອງ ສປປ ລາວ ໄດ້ສົ່ງເສີມການລ້ຽງລູກດ້ວຍນຳ້ນົມແມ່ ເພາະນອກຈາກຈະຊ່ວຍໃຫ້ເດັກນ້ອຍເຕີບໃຫຍ່ແຂງແຮງແລ້ວ ຍັງເປັນການສ້າງສາຍສຳພັນອັນດີລະຫວ່າງແມ່ກັບລູກອີກດ້ວຍ. ນອກນີ້ຜູ້ອຳນວຍການບໍລິສັດ ຍັງຝາກເຖິງພໍ່ແມ່ປະຊາຊົນຖ້າເຈັບປ່ວຍ ບໍ່ຄວນຊື້ຢາກິນເອງ, ແຕ່ຄວນໄປຫາແພດໝໍກວດໃຫ້ລະອຽດ ເພື່ອໄດ້ຮັບການບົ່ງມະຕິທີ່ຖືກຕ້ອງ ແລະ ໄດ້ຮັບຢາທີ່ຖືກຕ້ອງ ປອດໄພຕໍ່ສຸຂະພາບ ແລະ ສຸດທ້າຍນີ້ ຂໍຝາກເຖິງການນໍາສາທາ ລະນະສຸກ ສືບຕໍ່ໃຫ້ຄວາມສໍາຄັນເລື່ອງສຸຂະສຶກສາ ເພື່ອເຮັດໃຫ້ປະຊາຊົນໄດ້ຮັບຮູ້ຂໍ້ມູນຂ່າວສານການໃຊ້ຢາຢ່າງສົມເຫດສົມຜົນຫລາຍຂຶ້ນ ເນື່ອງຈາກການຊື້ຢາກິນເອງ ບາງຄັ້ງຈະມີຄວາມສ່ຽງຕໍ່ສຸຂະພາບທີ່ອາດຈະເກີດ ແລະ ມີຜົນຂ້າງຄຽງ ໄດ້ເຊັ່ນກັນ.

ສໍາລັບ ທ່ານໃດສົນໃຈຜະລິດຕະພັນຢາບໍາລຸງແມ່ຫລັງເກີດ ສາມາດຫາຊຶື້ໄດ້ຕາມຮ້ານຂາຍຢາທົ່ວໄປ ຫລື ຕິດຕໍ່ໂດຍກົງທີ່ບໍລິສັດ ພູນຊັບຟາມາ ຈຳກັດ ຕັ້ງຢູ່ບ້ານໂນນຄໍ້ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.
ໂດຍ: ວັນເພັງ
KPL