ເລຂາທິການໃຫຍ່, ປະທານປະເທດ ໄດ້ຂະໜານນາມຕາແສງຕາເວັນອອກລອຍເມກ

18/06/2026 11:00
Email Print 121
ຂປລ ປັດຈຸບັນ, ແຂວງເຊກອງ ມີ 4 ເມືອງຄື: ລະມາມ, ທ່າແຕງ, ກະລຶມ, ດາກຈຶງ ມີ 16 ຕາແສງ (ເມືອງລະ 4 ຕາແສງ). ໃນນັ້ນ, ເປັນເຂດມູນເຊື້ອປະຕິວັດ, ເປັນເຂດທ່ີໝ້ັນທີ່ເຄີຍເສຍສະລະຢ່າງໃຫຍ່ຫລວງໃນປາງສົງຄາມຈຶ່ງມີຄວາມໝາຍ, ຄວາມສໍາຄັນຢ່າງຍິ່ງ ທາງດ້ານປະຫວັດສາດຂອງຊາດລາວເຮົາ.

       ຂປລ.   ໃນໂອກາດທີ່ ທ່ານ ທອງລຸນ  ສີສຸລິດ ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີປະກາດຕາແສງຕາເວັນອອກລອຍເມກ ທ່ານໄດ້ໃຫ້ຄວາມໝາຍຄວາມສໍາຄັນເລິກເຊ່ິງຂອງຕາແສງຕາເວັນອອກລອຍເມກ ໃນແງ່ຂອງພູມສາດ, ການເມືອງ, ການພັດທະນາເສດຖະກິດ- ສັງຄົມ ຊຶ່ງຄໍາວ່າ: ຕາເວັນອອກ ແລະ ຄໍາວ່າ ລອຍເມກ ທັງສອງນັ້ນສ່ອງແສງໃຫ້ເຫັນທໍາມະຊາດທີ່ສວຍງາມ, ຍາມຕາເວັນຂຶ້ນໃນທິດຕາເວັນອອກ ຈະເຫັນແສງຕາເວັນສ່ອງແສງສະຫວ່າງຕັດຜ່ານທະເລໝອກ, ປຽບເໝືອນແສງສະຫວ່າງຂອງການເລີ່ມຕົ້ນໃໝ່ ທ່ີສາດສ່ອງລົງມາໃຫ້ແກ່ປະຊາຊົນບັນດາເຜົ່າຊາວຕາແສງຕາເວັນອອກລອຍເມກ; ເພື່ອໃຫ້ສອດຄ່ອງກັບສະພາບການໃໝ່ ໂດຍສະເພາະແມ່ນເນື້ອແທ້ຂອງການສ້າງຕັ້ງຕາແສງແມ່ນ “ການສືບຕໍ່ຜັນຂະຫຍາຍຜົນຂອງການລົງກໍ່ສ້າງຮາກຖານການເມືອງ ໂດຍຕິດພັນກັບການພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ”  ແລະ ເປັນບາດກ້າວສໍາຄັນໃນການ “ສືບຕໍ່ບູລະນະການປົກຄອງໃນລະບອບປະຊາທິປະໄຕປະຊາຊົນ” ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ໃຫ້ເຂັ້ມແຂງຍິ່ງຂຶ້ນແນໃສ່ການຮັບປະກັນໃຫ້ ປະຊາຊົນເຂດຫ່າງໄກສອກຫລີກ ໄດ້ເຂ້ົາເຖິງການບໍລິການຂອງລັດຢ່າງທ່ົວເຖິງ, ສະດວກ, ວ່ອງໄວ ແລະ ຍຸຕິທໍາ.

       ຕາແສງຕາເວັນອອກເມກລອຍ ເປັນຕາແສງທີ່ມີລັກສະນະພິເສດ, ເຖິງວ່າເນ້ືອທ່ີສ່ວນໃຫຍ່ຈະເປັນເຂດພູດອຍ-ພູສູງ ກວມເອົາ 95% ແລະ ພູພຽງກວມເອົາພຽງແຕ່ 5%, ປະຊາຊົນຫລາຍກວ່າ 88% ເຮັດ ການຜະລິດກະສິກໍາເປັນອາຊີບ ແຕ່ຄວາມພິເສດຂອງຕາແສງແມ່ນມີທ່າແຮງຫລາຍດ້ານໃນການພັດທະນາເສດຖະກິດ-ສັງຄົມ ເຊັ່ນ: ມີຊັບພະຍາກອນທີ່ດິນອຸດົມສົມບູນ, ມີແຫລ່ງທ່ອງທ່ຽວທໍາມະຊາດທ່ີງົດງາມ, ມີມູນເຊື້ອ ແລະ ມີວັດທະນະທໍາຂອງທ້ອງຖິ່ນທີ່ເປັນເອກະລັກ,   ມີທີ່ຕັ້ງຢູ່ຈຸດໃຈກາງທີ່ມີເສັ້ນທາງ 16B ເປັນແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ຈາກທ່າເຮືອລາຊະອານາຈັກໄທ-ທ່າເຮືອນະຄອນດານັງ ສສ ຫວຽດນາມ ໂດຍຜ່ານດ່ານສາກົນດາກຕະອອກ, ມີທ່າແຮງດ້ານອຸດສາຫະກຳພະລັງງານ, ແຮ່ທາດ ເປັນຕົ້ນພະລັງງານໄຟຟ້າແຮງລົມ, ຂຸດຄົ້ນແຮ່ບົກຊິດ ແລະ ອື່ນໆອີກຢ່າງຫລວງຫລາຍ. 

       ເພ່ືອເປັນທິດ ແລະ ສ້າງເງື່ອນໄຂຕ່າງໆໃຫ້ແກ່ການພັດທະນາຕາແສງໃຫ້ມີການພັດທະນາສາມາດກາຍເປັນເຂດປົກຄອງທີ່ຕອບສະໜອງໄດ້ທາງດ້ານການຄ້າ, ການບໍລິການ ແລະ ກາຍເປັນຕົວເມືອງໃໝ່ໃນອະນາຄົດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະກໍາມະການປົກຄອງແຂວງ, ເມືອງ ແລະ ອົງການປົກຄອງຕາແສງ, ຂະແໜງການອ້ອມຂ້າງແຂວງ ແລະ ເມືອງ ຈົ່ງພ້ອມກັນສຸມໃສ່ເຜີຍແຜ່, ເຊ່ືອມຊຶມບັນດານິຕິກຳທີ່ຕິດພັນກັບວຽກງານຢູ່ຂັ້ນຕາແສງໂດຍໄວ, ຮີບຮ້ອນແບ່ງຄວາມຮັບຜິດຊອບລະຫວ່າງເມືອງ ແລະ ຕາແສງ ເພື່ອໃຫ້ການປະຕິບັດວຽກງານໃນການບໍລິການຮັບໃຊ້ປະຊາຊົນສະດວກວ່ອງໄວຂ້ຶນ, ຕ້ອງສ້າງຕາແສງໃຫ້ເປັນຫົວໜ່ວຍຈັດຕັ້ງປະຕິບັດວຽກງານກ່ໍສ້າງຮາກຖານການເມືອງ ແລະ ວຽກງານພັດທະນາຊົນນະບົດ- ແກ້ໄຂຄວາມທຸກຍາກຢູ່ຂ້ັນບ້ານໃຫ້ໄດ້ຢ່າງແທ້ຈິງ, ຕ້ອງຫັນເອົາພະນັກງານນໍາພາ ແລະ ວິຊາການລົງສູ່ຕາແສງ ໂດຍຕິດພັນກັບການຍູ້ຂະບວນການວຽກປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ທ່ົວປວງຊົນຮອບດ້ານ. ພ້ອມນີ້, ພໍ່ແມ່ປະຊາຊົນກໍຈົ່ງສະໜັບສະໜູນຮ່ວມແຮງຮ່ວມໃຈໃນການພັດທະນາຕາແສງຕາເວັນອອກລອຍເມກ ດ້ວຍການສ້າງອາຊີບ, ເຮັດການຜະລິດກະສິກໍາ, ການຜະລິດເປັນສິນຄ້າ, ປູກຝັງ, ລ້ຽງສັດ ໃຫ້ເປັນທຸລະກິດເພື່ອປັບປຸງຄຸນນະພາບຊີວິດຂອງຕົນເອງໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ. ທີ່ສໍາຄັນອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງກໍຕ້ອງເປັນເຈົ້າການສ້າງຂະບວນການຢ່າງແຂງແຮງຕາມພາລະບົດບາດຂອງ ຕົນໄປພ້ອມກັບການປະຕິບັດ 3 ສ ຄື: ສະຫງົບ, ສະອາດ ແລະ ສີຂຽວ.          ຂ່າວ: ພຸດທະສອນ

KPL

ຂ່າວອື່ນໆ

ads
ads

Top