ຈີນ ຊຸກຍູ້ເງິນຢວນ ໃນເວທີໂລກ ຫລຸດການເພີ່ງພາ ສະກຸນເງິນໂດລາ

18/06/2026 11:15
ຂປລ ທ່ານ ພານ ກົງເຊິງ ປະທານທະນາຄານ ປະຊາຊົນຈີນ (ພີບີໂອຊີ) ຫລື ທະນາຄານກາງຈີນ ຖະແຫລງວ່າ: ທະນາຄານກາງຈີນ ເປີດທາງໃຫ້ທະນາຄານ 6 ແຫ່ງ ເຮັດທຸລະກຳເງິນຢວນ ຢູ່ເຂດຝັ່ງຊ່ຽງໄຮ້ ພ້ອມທັງເປີດເຄື່ອງມືໃໝ່ ຊຸກຍູ້ສະພາບຄ່ອງ ໃຫ້ແກ່ໜ່ວຍງານ ການເງິນຕ່າງປະເທດ

ຂປລ.ສຳນັກຂ່າວຕ່າງປະເທດ ລາຍງານຈາກນະຄອນຫລວງ ປັກກິ່ງຂອງຈີນ ເມື່ອວັນທີ 17 ມິຖຸນາ,  ທ່ານ ພານ ກົງເຊິງ ປະທານທະນາຄານ ປະຊາຊົນຈີນ (ພີບີໂອຊີ) ຫລື ທະນາຄານກາງຈີນ ຖະແຫລງວ່າ: ທະນາຄານກາງຈີນ ເປີດທາງໃຫ້ທະນາຄານ 6 ແຫ່ງ ເຮັດທຸລະກຳເງິນຢວນ ຢູ່ເຂດຝັ່ງຊ່ຽງໄຮ້ ພ້ອມທັງເປີດເຄື່ອງມືໃໝ່ ຊຸກຍູ້ສະພາບຄ່ອງ ໃຫ້ແກ່ໜ່ວຍງານ ການເງິນຕ່າງປະເທດ, ການເຄື່ອນໄຫວ ດັ່ງກ່າວ ໄດ້ສະທ້ອນເຖິງ ຄວາມພະຍາຍາມຂອງ ຈີນ ໃນການຂະຫຍາຍ ອິດທິພົນຂອງ ສະກຸນເງິນຢວນທ່າມກາງ ຄວາມທ້າທາຍ ຈາກເສດຖະກິດ ພາຍໃນປະເທດ ທີ່ຍັງບໍ່ທັນຟື້ນຕົວ ຢ່າງທົ່ວເຖິງ.

ສຳລັບຕະຫລາດເງິນ ພາຍໃນປະເທດຈີນຈະເພີ່ມຄວາມ ຫລາກຫລາຍຂອງ ປະຕິບັດການຊື້ຄືນ ພັນທະບັດແບບຢ້ອນກັບ ໄລຍະຂ້າມຄືນ ເພື່ອການບໍລິຫານ ຈັດການສະພາບຄ່ອງ ທີ່ດີຂຶ້ນ, ພ້ອມທັງໃຫ້ ຄວາມເຫັນກ່ຽວກັບ ທ່າອ່ຽງການເຕີບໂຕ ຂອງສິ່ນເຊື່ອໃນຈີນ ທີ່ຢຸດຈຶ້ງ.

ໃນຂະນະທີ່ ສູນປະຕິບັດ ການເງິນດີຈິຕອນ ຂອງ ພີບີໂອຊີ ທີ່ລົງນາມຂໍ້ຕົກລົງ ການເຂົ້າຮ່ວມໂດຍກົງ ກັບສະຖາບັນການເງິນ 26 ແຫ່ງໃນນະຄອນຊ່ຽງໄຮ້ ເພື່ອສົ່ງເສີມການໃຊ້ເງິນຢວນ ດີຈິຕອນ (e-CNY) ໃນລະດັບສາກົນ ແລະ ເປີດຕົວເຄື່ອງມື ທີ່ຈະຊ່ວຍສະໜັບສະໜູນ ສະພາບຄ່ອງເງິນຢວນ ໃຫ້ແກ່ໜ່ວຍງານ ທາງການເງີິນ ຢູ່ຕ່າງປະ ເທດ ທີ່ມີຄຸນສົມບັດ ເໝາະສົມທັນທີ./

KPL

ຂ່າວອື່ນໆ

ads
ads

Top