ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ົີ້ົ່ືັwww.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) ວັນພະຫັດ 18.06.2026 ປີທີ 25 ສະບັບທີ 6.460ັັີີັີ pq dl6 '[q f[kfdkooerk0v'ra dF ra fmtok;Pd'koln j ,;o-q owxl6 j 75 ootrk[.\j 1j k'c0'cI'K ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ ອ່ານຕໍ່ໜ້າ 2່ າໍ່ ໜ້າ g]0kmy dko.spj F xtmkoxtgmf wfh 0t|kook,8kcl'8kg;a ovvd]vpg,d ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ສະຫາຍ ຄຳພັນ ພົມມະທັດ ຮອງນາຍົກລັດຖະມົນຕີ ( ຊ້າຍ ) ສະຫາຍ ພົນໂທ ສາຍໃຈ ກົມມະສິດ gzu pczj dkosa ogxa ofu 9y 8vo c]t dkooe.-h lnj la '7q ,vvo]kp.sh ,u 7;k,xvfwr zq oleg]a fdv'xt-5 ,xb dlksk]n fh kodkog,n v' ]k;{8;a ddu 7A 'mu 2 ;xd ,v[.[xtdkltou pt[a f .sh oa dlb dlk I5j omu XXII lh k'7;k,g0Q k.9dj P;da [[a oskr6 ,lkf glf4tdy f c]t dkoIa [,n .oltrk[xa f95 [a o ອ່ານຕໍ່ໜ້າ 4່ າໍ່ ໜ້າ g-a ola opk0tspkpdkolt|v'ly og-nj v .sh m5 ]tdy f0t|kfoh vp c]t dk' .o]k; Iv'okpq d]a f4t,q o8u g0Q k1h P,0+ koa [ g]0kmy dko.spj ra ddv,,6 oy fs;Pfok, ອ່ານຕໍ່ໜ້າ 4່ າໍ່ ໜ້າ ll-{llo; rq [xtz6h ,u ly fg]n vd8A ' 16j dv'[a o-kdkomtsko o; ຂປລ. ສະມາຊິກສະພາແຫ່ງ ຊາດ ຊຸດທີX ແລະ ສະມາຊິກສະພາ ປະຊາຊົນນະຄອນຫລວງວຽງຈັນ ຊຸດທີ V ໄດ້ລົງເຄື່ອນໄຫວພົບປະ ຜູ້ມີສິດເລືອກຕັ້ງຢູ່ກອງບັນຊາການ ທະຫານນະຄອນຫລວງວຽງຈັນ (ນວ) ເພື່ອເຜີຍແຜ່ຜົນສໍາເລັດ ກອງປະຊຸມຄັ້ງປະຖົມມະລືກຂອງ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນນະຄອນຫລວງ ວຽງຈັນ ຊຸດທີ V ແລະ ຮັບຟັງຄໍາ ຄິດຄໍາເຫັນ, ຄໍາສະເໜີຂອງຜູ້ມີສິດ ເລືອກຕັ້ງກ່ຽວກັບບັນຫາທີ່ເປັນ ຫ່ວງກັງວົນໃຈຕ່າງໆ ເພື່ອຈະນໍາ ສະເໜີຕໍ່ສະພາປະຊາຊົນ ນວ ແລະ ພາກສ່ວນກ່ຽວຂ້ອງ ເພື່ອນຳໄປສູ່ ການປັບປຸງແກ້ໄຂ. ການລົງພົບປະຄັ້ງນີ້, ນໍາໂດຍ ທ່ານ ທະນົງສິດ ເມືອງຈັນ ຫົວໜ້າ ພະແນກເຕັກໂນໂລຊີ ແລະ ການສືື່ ສານນວ, ສະມາຊິກສະພາແຫ່ງຊາດ ຂປລ. ສູນສົ່ງເສີມ ແລະ ຖ່າຍ ທອດເຕັກໂນໂລຊີ ກະຊວງເຕັກໂນ ໂລຊີ ແລະ ການສື່ສານ (ກຕສ) ແລະ ສະຫະພັນນັກຮົບເກົ່າແຫ່ງ ຊາດລາວ ເຜີຍແຜ່ຄວາມສໍາຄັນ ຂອງວຽກງານການຫັນເປັນດີຈິ ຕອນ ແລະ ການນຳໃຊ້ສື່ສັງຄົມ ອອນລາຍໃຫ້ມີຄວາມປອດໄພໃຫ້ ແກ່ສະຫະພັນນັກຮົບເກົ່າແຫ່ງຊາດ ລາວ ໃນວັນທີ 16 ມິຖຸນາ 2026 ເພື່ອສ້າງຄວາມເຂົ້າໃຈໃຫ້ເລິກ ຂປລ. ວິທະຍາຄານປ້ອງກັນ ຊາດ ໄກສອນ ພົມວິຫານ (ວປກ) ຈັດພິທີປິດສົກຮຽນ 2025-2026 ແລະ ມອບໃບປະກາສະນີຍະບັດ ໃຫ້ແກ່ນັກສຶກສາຮຸ່ນທີ XXII ທີ່ ໄດ້ສຳເລັດການສຶກສາໃນວັນທີ 16 ມິຖຸນາ 2026 ໂດຍການເປັນ ຂປລ. ໂດຍສືບຕໍ່ການຈັດຕັ້ງ ປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການ ຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ ຊຶ່ງໄດ້ລົງນາມໃນປີ 2013 ທີ່ນະຄອນຫລວງວຽງຈັນ, ຄະນະ ຜູ້ແທນລາວນໍາໂດຍທ່ານ ເອກະພາບ ພັນທະວົງ ຫົວໜ້າກົມເອີຣົບ ແລະ ອາເມລິກາ ກະຊວງການຕ່າງ ປະເທດ ໄດ້ເປັນປະທານຮ່ວມກອງ ປະຊຸມປຶກສາຫາລືທາງດ້ານການ ເມືອງລະຫວ່າງສອງກະຊວງການ ຕ່າງປະເທດ ສປປ ລາວ ແລະ ຕວັກກີ ຄັ້ງທີ 2 ໃນອາທິດຜ່ານມາ ທີ່ນະຄອນຫລວງອັງກາລາ ປະເທດ ຕວັກກີ, ຄະນະຜູ້ແທນຕວັກກີ ນໍາ ຂປລ. ວັນທີ 16 ມິຖຸນາ 2026, ສະຫາຍ ຄຳພັນ ພົມມະທັດ ກຳມະ ການກົມການເມືອງສູນກາງພັກ, ຂປລ. ປັດຈຸບັນ, ແຂວງເຊກອງ ມີ 4 ເມືອງຄື: ລະມາມ, ທ່າແຕງ, ກະລຶມ, ດາກຈຶງ ມີ 16 ຕາແສງ (ເມືອງລະ 4 ຕາແສງ). ໃນນັ້ນ, 4tcs]'dko0v'37lq ddt-;'dko8j k'xtgmf 8dko[a o]5 [q f[a omb d7;k,g0Q k.9]ts;j k' vu iko c]t ltst]a fvkg,]y dk ຂປລ. ສປປ ລາວ ສະແດງຄວາມຍິນດີຕໍ່ການບັນລຸການຕົກລົງ ກ່ຽວກັບບົດບັນທຶກຄວາມເຂົ້າໃຈລະຫວ່າງ ສາທາລະນະລັດ ອິດສະລາມ ອີຣານ ແລະ ສະຫະລັດອາເມລິກາ ເພື່ອຢຸດຕິຂໍ້ຂັດແຍ່ງ ຢູ່ຕາເວັນອອກກາງ ໃນວັນທີ 15 ມິຖຸນາ 2026 ຜ່ານມາ. ສປປ ລາວ ສະແດງຄວາມຊົມເຊີຍປາກິດສະຖານ ແລະ ປະເທດ ອື່ນໆທີ່ກ່ຽວຂ້ອງຕໍ່ບົດບາດທີ່ສໍາຄັນໃນການໄກ່ເກ່ຍຂໍ້ຂັດແຍ່ງ ແລະ ຫວັງຢ່າງຍິ່ງວ່າບົດບັນທຶກຄວາມເຂົ້າໃຈດັ່ງກ່າວ ຈະເປັນພື້ນຖານ ທີ່ສໍາຄັນໃຫ້ແກ່ການສືບຕໍ່ເຈລະຈາເພື່ອແກ້ໄຂບັນຫາ ແລະ ນໍາເອົາ ສັນຕິພາບ ແລະ ຄວາມໝັ້ນຄົງທີ່ຍືນຍົງມາສູ່ປະຊາຊົນຢູ່ພາກພື້ນ ຕາເວັນອອກກາງ. + ຕາແສງຕາເວັນອອກລອຍເມກ ແມ່ນໜຶ່ງ ໃນ 4 ຕາແສງ ຂອງເມືອງ ດາກຈຶງ, ມີສໍານັກງານປົກຄອງ ຕັ້ງຢູ່ບ້ານຊຽງຫລວງ ຊຶ່ງເປັນສໍາ ນັກງານຂອງແຂວງຕາເວັນອອກ ໃນເມື່ອກ່ອນ ໂດຍລວມສະພາບ ອາກາດຂອງເມືອງ ເປັນອາກາດ ເຢັນມີເມກລອຍສວຍງາມຕາມ ຮ່ອມພູຮ່ອມຜາ. ດັ່ງນັ້ນ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ຈຶ່ງໄດ້ຂະໜານ ນາມວ່າ: “ຕາແສງຕາເວັນອອກ ລອຍເມກ” ຊຶ່ງປ່ຽນຊື່ຈາກອົງການ ປົກຄອງຕາແສງຊຽງຫລວງ ທີ່ ປະທານຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນ ຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການກອງທັບ, ມີ ສະຫາຍ ພົນຕີ ພັນແສງ ບຸນພັນ ຫົວໜ້າການທະຫານວປກ, ສະຫາຍ ພົນຈັດຕະວາ ສອນໄຊ ຈັນຍາລາດ ຫົວໜ້າການເມືອງ ວປກ, ມີຄະນະ ພັກ-ຄະນະອຳນວຍການວິທະຍາ ຄານ, ພະນັກງານ, ຄູ-ອາຈານ ແລະ ນັກສຶກສາທີ່ຮຽນຈົບເຂົ້າຮ່ວມ. ໃນພິທີ, ສະຫາຍ ພັນເອກ ຄຳຕ້ອຍ ມະນີວອນ ຮອງຫົວໜ້າ ການທະຫານ, ຫົວໜ້າກົມອົບຮົມກໍ່ສ້າງ ວປກ ໄດ້ຜ່ານບົດສະຫລຸບ ການຮຽນ-ການສອນ ແລະ ປະເມີນ ຜົນການສຶກສາໃນສົກຮຽນຜ່ານມາ ໂດຍທ່ານ ກໍກູດ ຢືນຢັນ (Korkut GUNGEN) ຫົວໜ້າກົມອາຊີ- ປາຊີຟິກ ກະຊວງການຕ່າງປະເທດ ຕວັກກີ. ກອງປະຊຸມໄດ້ປຶກສາຫາລື ຫລາຍຂົງເຂດວຽກງານການຮ່ວມ ມືທີ່ສອງຝ່າຍຕ່າງໄດ້ຮັບຜົນປະ ໂຫຍດ. ສໍາລັບການຮ່ວມມືດ້ານ ການເມືອງ, ສອງຝ່າຍເຫັນດີສືບ ຕໍ່ຊຸກຍູ້ການຢ້ຽມຢາມຂອງຄະນະ ຜູ້ແທນຂັ້ນສູງຂອງສອງປະເທດ, ຂປລ. ສະຖານທູດອົດສະຕຣາລີ ປະຈຳລາວ ຮ່ວມກັບສະຖາບັນວິທະ ຍາສາດເສດຖະກິດ ແລະ ສັງຄົມ ແຫ່ງຊາດ (LASES) ຈັດສຳມະ ນາໃນຫົວຂໍ້: “ການສ້າງຄວາມເຂັ້ມ ແຂງທາງດ້ານເສດຖະກິດ, ທ່າມ ກາງການແບ່ງແຍກທາງພູມສາດ ເສດຖະກິດ ໃນວັນທີ 17 ມິຖຸນາ 2026 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ອ່ານຕໍ່ໜ້າ 4່ າໍ່ ໜ້າ
gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 18/06/2026 xtgmf]k; dq 'l5 o.spj s;Pfok, 7q o.\j xt9ec0;'lts;a ootg0f g0Q kpnj ola opk[a fc8j '8A ' ຂປລ. ໃນວັນທີ 16 ມິຖຸນາ 2026, ທີ່ກະຊວງການຕ່າງປະ ເທດ, ສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນ ສັນຍາບັດແຕ່ງຕັ້ງຂອງສະຫາຍ ຫງວຽນ ວັນ ຢຸງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມຄົນໃໝ່ ປະຈຳ ແຂວງສະຫວັນນະເຂດ. ໂອກາດນີ້, ສະຫາຍຮອງລັດ ຖະມົນຕີ ອານຸພາບ ວົງໜໍ່ແກ້ວ ໄດ້ ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍສະຫາຍ ຫງວຽນ ວັນ ຢຸງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາ ລົງຕໍາແໜ່ງເປັນກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ຄົນໃໝ່ ປະຈໍາ 3 ແຂວງພາກກາງຂອງລາວ ຄື: ແຂວງສະຫວັນນະເຂດ, ຄຳມ່ວນ ແລະ ແຂວງບໍລິຄຳໄຊ ຊຶ່ງມີສໍານັກ ງານຕັ້ງຢູ່ແຂວງສະຫວັນນະເຂດ, ພ້ອມທັງຕີລາຄາສູງ ແລະ ເຊື່ອໝັ້ນ ວ່າດ້ວຍຄວາມຮູ້ຄວາມສາມາດ ແລະ ປະສົບການຂອງສະຫາຍ ກົງສຸນໃຫຍ່ ຫງວຽນ ວັນ ຢຸງ ຈະ ສາມາດປະກອບສ່ວນເຂົ້າໃນການ ພັດທະນາ 3 ແຂວງພາກກາງຂອງ ລາວ ກໍຄື ການຊຸກຍູ້ການພົວພັນ ຮ່ວມມືລະຫວ່າງ 3 ແຂວງພາກ ກາງຂອງລາວກັບບັນດາແຂວງ ທ້ອງຖິ່ນຂອງ ສສ ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ພິເສດ, ບັນດາແຂວງດັ່ງກ່າວລ້ວນ ແຕ່ເປັນທ້ອງຖິ່ນທີ່ມີຄວາມສຳຄັນ ໃນການປະຕິບັດໂຄງການຮ່ວມມື ຍຸດທະສາດຂອງສອງປະເທດ ເພື່ອ ເຊື່ອມໂຍງເຊື່ອມຈອດພື້ນຖານ ເສດຖະກິດ ໂດຍຜ່ານບັນດາໂຄງ ການທີ່ສຳຄັນ ເຊັ່ນ: ທາງດ່ວນ ຮ່າໂນ້ຍ-ວຽງຈັນ (ແຂວງບໍລິຄຳ ໄຊ); ໂຄງການທາງລົດໄຟ ລາວຫວຽດນາມ ແຕ່ນະຄອນຫລວງ ວຽງຈັນ-ແຂວງຄໍາມ່ວນ-ຫວຸງ ອາງ ແລະ ໂຄງການອື່ນໆ. ພ້ອມກັນ ນັ້ນ, ສະຫາຍຮອງລັດຖະມົນຕີກໍໄດ້ ຕີລາຄາສູງ ແລະ ຂອບໃຈສຳລັບ ການຊ່ວຍເຫລືອຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນ ລາວຕະຫລອດມາ ຊຶ່ງສະແດງໃຫ້ ເຖິງສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນ ສ່ວນຍຸດທະສາດລະຫວ່າງ ລາວຫວຽດນາມ ແລະ ສະແດງຄວາມ ເຊື່ອໝັ້ນວ່າສະຫາຍກົງສຸນໃຫຍ່ ຈະສືບຕໍ່ປຸກລະດົມ, ເຕົ້າໂຮມຄວາມ ສາມັກຄີຊາວຫວຽດນາມ ທີ່ກຳລັງ ດຳລົງຊີວິດຢູ່ບັນດາ 3 ແຂວງ ພາກກາງຂອງລາວນັ້ນ ໃຫ້ສືບຕໍ່ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ກໍຄື ຮັດແໜ້ນສາຍພົວພັນສອງຊາດ ລາວ-ຫວຽດນາມ. ໃນໂອກາດດຽວກັນ, ສະຫາຍ ຫງວຽນ ວັນ ຢຸງ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນໃນຄັ້ງນີ້ ແລະ ໃຫ້ຄໍາໝັ້ນ ສັນຍາວ່າຈະສືບຕໍ່ຮ່ວມມືຢ່າງໃກ້ ຊິດກັບກະຊວງການຕ່າງປະເທດ ແລະ ທ້ອງຖິ່ນຂອງ ສປປ ລາວ, ພ້ອມທັງຈະຊຸກຍູ້ການພົວພັນຮ່ວມ ມືລະຫວ່າງ 3 ແຂວງພາກກາງ ຂອງລາວກັບບັນດາແຂວງທ້ອງ ຖິ່ນຂອງ ສສ ຫວຽດນາມ ໃຫ້ນັບ ມື້ນັບແໜ້ນແຟ້ນ ແລະ ຈະເລີນ ງອກງາມຍິ່ງໆຂຶ້ນ ເພື່ອນໍາເອົາຜົນ ປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດຫວຽດນາມ-ລາວ. ເຜີຍແຜ່ການຫັນເປັນດີຈິຕອນ...ີ່ັັີິ ວປກ ມອບໃບປະກາ... ຮອງນາຍົກລັດຖະມົນຕີ...ົັົີ ເລຂາທິການໃຫຍ່...ິ່ ສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ( ຂວາ ) ເປັນເຂດມູນເຊື້ອປະຕິວັດ, ເປັນ ເຂດທີ່ໝັ້ນທີ່ເຄີຍເສຍສະລະຢ່າງ ໃຫຍ່ຫລວງໃນປາງສົງຄາມຈຶ່ງມີ ຄວາມໝາຍ, ຄວາມສໍາຄັນຢ່າງຍິ່ງ ທາງດ້ານປະຫວັດສາດຂອງຊາດ ລາວເຮົາ. ໃນໂອກາດທີ່ ທ່ານ ທອງລຸນ ສີສຸລິດ ໃຫ້ກຽດເຂົ້າຮ່ວມເປັນ ປະທານໃນພິທີປະກາດຕາແສງ ຕາເວັນອອກລອຍເມກ ທ່ານໄດ້ໃຫ້ ຄວາມໝາຍຄວາມສໍາຄັນເລິກເຊິ່ງ ຂອງຕາແສງຕາເວັນອອກລອຍ ເມກ ໃນແງ່ຂອງພູມສາດ, ການ ເມືອງ, ການພັດທະນາເສດຖະກິດສັງຄົມ ຊຶ່ງຄໍາວ່າ: ຕາເວັນອອກ ແລະ ຄໍາວ່າ ລອຍເມກ ທັງສອງ ນັ້ນສ່ອງແສງໃຫ້ເຫັນທໍາມະຊາດ ທີ່ສວຍງາມ, ຍາມຕາເວັນຂຶ້ນໃນ ທິດຕາເວັນອອກ ຈະເຫັນແສງຕາ ເວັນສ່ອງແສງສະຫວ່າງຕັດຜ່ານ ທະເລໝອກ, ປຽບເໝືອນແສງສະ ຫວ່າງຂອງການເລີ່ມຕົ້ນໃໝ່ ທີ່ ສາດສ່ອງລົງມາໃຫ້ແກ່ປະຊາຊົນ ບັນດາເຜົ່າຊາວຕາແສງຕາເວັນ ອອກລອຍເມກ; ເພື່ອໃຫ້ສອດຄ່ອງ ກັບສະພາບການໃໝ່ ໂດຍສະເພາະ ແມ່ນເນື້ອແທ້ຂອງການສ້າງຕັ້ງຕາ ແສງແມ່ນ “ການສືບຕໍ່ຜັນຂະຫຍາຍ ຜົນຂອງການລົງກໍ່ສ້າງຮາກຖານ ການເມືອງ ໂດຍຕິດພັນກັບການ ພັດທະນາຊົນນະບົດ-ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ” ແລະ ເປັນບາດກ້າວສໍາຄັນໃນການ “ສືບຕໍ່ບູລະນະການປົກຄອງໃນ ລະບອບປະຊາທິປະໄຕປະຊາຊົນ” ພາຍໃຕ້ການນໍາພາຂອງພັກປະ ຊາຊົນປະຕິວັດລາວ ໃຫ້ເຂັ້ມແຂງ ຍິ່ງຂຶ້ນແນໃສ່ການຮັບປະກັນໃຫ້ ປະຊາຊົນເຂດຫ່າງໄກສອກຫລີກ ໄດ້ເຂົ້າເຖິງການບໍລິການຂອງລັດ ຢ່າງທົ່ວເຖິງ, ສະດວກ, ວ່ອງໄວ ແລະ ຍຸຕິທໍາ. ຕາແສງຕາເວັນອອກເມກລອຍ ເປັນຕາແສງທີ່ມີລັກສະນະພິເສດ, ເຖິງວ່າເນື້ອທີ່ສ່ວນໃຫຍ່ຈະເປັນ ເຂດພູດອຍ-ພູສູງ ກວມເອົາ 95% ແລະ ພູພຽງກວມເອົາພຽງແຕ່ 5%, ປະຊາຊົນຫລາຍກວ່າ 88% ເຮັດ ການຜະລິດກະສິກໍາເປັນອາຊີບ ແຕ່ ຄວາມພິເສດຂອງຕາແສງແມ່ນມີ ທ່າແຮງຫລາຍດ້ານໃນການພັດ ທະນາເສດຖະກິດ-ສັງຄົມ ເຊັ່ນ: ມີ ຊັບພະຍາກອນທີ່ດິນອຸດົມສົມບູນ, ມີແຫລ່ງທ່ອງທ່ຽວທໍາມະຊາດທີ່ ງົດງາມ, ມີມູນເຊື້ອ ແລະ ມີວັດທະ ນະທໍາຂອງທ້ອງຖິ່ນທີ່ເປັນເອກະລັກ, ມີທີ່ຕັ້ງຢູ່ຈຸດໃຈກາງທີ່ມີເສັ້ນທາງ 16B ເປັນແລວທາງເສດຖະກິດ ຕາເວັນອອກ-ຕາເວັນຕົກ ຈາກທ່າ ເຮືອລາຊະອານາຈັກໄທ-ທ່າເຮືອນະ ຄອນດານັງ ສສ ຫວຽດນາມ ໂດຍ ຜ່ານດ່ານສາກົນດາກຕະອອກ, ມີ ທ່າແຮງດ້ານອຸດສາຫະກຳພະລັງ ງານ, ແຮ່ທາດ ເປັນຕົ້ນພະລັງງານ ໄຟຟ້າແຮງລົມ, ຂຸດຄົ້ນແຮ່ບົກຊິດ ແລະ ອື່ນໆອີກຢ່າງຫລວງຫລາຍ. ເພື່ອເປັນທິດ ແລະ ສ້າງເງື່ອນ ໄຂຕ່າງໆໃຫ້ແກ່ການພັດທະນາ ຕາແສງໃຫ້ມີການພັດທະນາສາ ມາດກາຍເປັນເຂດປົກຄອງທີ່ຕອບ ສະໜອງໄດ້ທາງດ້ານການຄ້າ, ການບໍລິການ ແລະ ກາຍເປັນຕົວ ເມືອງໃໝ່ໃນອະນາຄົດ, ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງຍຸຕິທໍາ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂໍ່າ ນັບສະຫາຍ ໂຕ ເລິມ ເລຂາທິການ ໃຫຍ່ພັກກອມມູນິດຫວຽດນາມ ທີ່ຫ້ອງວ່າການສູນກາງພັກ ສສ ຫວຽດນາມ ໃນໂອກາດທີ່ມາຢ້ຽມ ຢາມ ແລະ ເຮັດວຽກຢູ່ ສສ ຫວຽດ ນາມ ໃນລະຫວ່າງວັນທີ 15-19 ມິຖຸນາ 2026 ນີ້. ໂອກາດນີ້, ສະຫາຍ ຄຳພັນ ພົມມະທັດ ໄດ້ລາຍງານສະພາບ ລວມການເຄື່ອນໄຫວໃນໄລຍະ ການມາຢ້ຽມຢາມຂອງຄະນະກະ ຊວງຍຸຕິທຳ ແຫ່ງ ສປປ ລາວ ໂດຍສະເພາະການພົວພັນຮ່ວມມື ຂອງສອງກະຊວງຍຸຕິທຳ ລາວຫວຽດນາມ ເປັນຕົ້ນລາຍງານ ສະພາບລວມຂອງກະຊວງຍຸຕິທໍາ ແຫ່ງ ສປປ ລາວ, ລາຍງານສະ ພາບການຮ່ວມມືລະຫວ່າງກະຊວງ ຍຸຕິທໍາ ແຫ່ງ ສປປ ລາວ ແລະ ກະຊວງຍຸຕິທໍາ ສສ ຫວຽດນາມ ໄລຍະຜ່ານມາ ແລະ ລາຍງານ ກ່ຽວກັບການຈັດຕັ້ງຜັນຂະຫຍາຍ ແຜນ 5 ປີ ໄລຍະ 2026-2030. ພ້ອມທັງລາຍງານໃຫ້ຊາບເຖິງ ຈຸດປະສົງການມາຢ້ຽມຢາມ ສສ ຫວຽດນາມ ຄັ້ງນີ້ ເພື່ອເຂົ້າຮ່ວມ ກອງປະຊຸມວຽກງານຍຸຕິທຳຂອງ ບັນດາແຂວງທີ່ມີຊາຍແດນຕິດຈອດ ກັນລະຫວ່າງ ລາວ-ຫວຽດນາມ ເປີດກວ້າງ ຄັ້ງທີ VII. ຊຶ່ງສະແດງໃຫ້ເຫັນເຖິງຄວາມ ພະຍາຍາມ ແລະ ຄວາມເອົາໃຈ ໃສ່ຂອງຄະນະພັກ-ຄະນະອຳນວຍ ການ ພ້ອມດ້ວຍຄູ-ອາຈານ ໃນການ ຍົກລະດັບຄຸນນະພາບການສຶກສາ. ນັກສຶກສາທີ່ຮຽນຈົບໃນສົກຮຽນ ນີ້ ມີທັງໝົດ 233 ສະຫາຍ, ຍິງ 3 ເຊິ່ງ, ຍົກລະດັບຄວາມຮັບຮູ້ ແລະ ແລກປ່ຽນປະສົບການກ່ຽວກັບ ການຊຸກຍູ້, ສົ່ງເສີມ, ເພີ່ມຂີດ ຄວາມສາມາດໃຫ້ແກ່ພະນັກງານລັດຖະກອນສະຫະພັນນັກຮົບເກົ່າ ແຫ່ງຊາດລາວ. ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງເຕັກໂນ ໂລຊີ ແລະ ການສື່ສານ ໄດ້ກ່າວວ່າ: ວຽກງານການຫັນເປັນດີຈິຕອນ ແລະ ວຽກງານຄວາມປອດໄພໄຊເບີ ຖືເປັນວຽກບຸລິມະສິດ ແລະ ເປັນເສົາ ຄໍ້າສຳຄັນໃນການຂັບເຄື່ອນການ ຫັນເປັນດີຈິຕອນໃນທຸກຂະແໜງ ການ, ຊ່ວຍສົ່ງເສີມໃນການບໍລິຫານ ຈັດການ, ການວິເຄາະຂໍ້ມູນໄດ້ ຢ່າງເລິກເຊິ່ງ ຕະຫລອດຮອດການ ຮັກສາຄວາມປອດໄພທາງດ້ານດີ ຈິຕອນ ແລະ ຄວາມເປັນສ່ວນຕົວ ທາງດ້ານຂໍ້ມູນ ເພື່ອຮັບມືກັບສິ່ງ ທ້າທາຍ ແລະ ຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ໃນປັດຈຸບັນ. ການເຜີຍແຜ່ໃນຄັ້ງ ນີ້, ເພື່ອສ້າງຄວາມເຂົ້າໃຈໃຫ້ເລິກ ເຊິ່ງ, ຍົກລະດັບຄວາມຮັບຮູ້ ແລະ ແລກປ່ຽນປະສົບການກ່ຽວກັບ ການຊຸກຍູ້, ສົ່ງເສີມ, ເພີ່ມຂີດຄວາມ ສາມາດໃຫ້ແກ່ພະນັກງານ-ລັດຖະ ກອນ ໂດຍສະເພາະພະນັກງານນໍາ ພາ-ຄຸ້ມຄອງໃຫ້ມີຄວາມເຂົ້າໃຈ ກ່ຽວກັບວຽກງານການຫັນເປັນ ດີຈິຕອນ ແລະ ການນຳໃຊ້ສື່ສັງ ຄົມອອນລາຍໃຫ້ມີຄວາມປອດ ໄພພາຍໃນສະຫະພັນນັກຮົບເກົ່າ ແຫ່ງຊາດລາວ. ກອງປະຊຸມເຜີຍແຜ່ຄັ້ງນີ້, ຜູ້ ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີ ແລະ ລົງເລິກຫລາຍຫົວຂໍ້ທີ່ສໍາຄັນ ເປັນຕົ້ນສະພາບລວມກ່ຽວກັບການ ນໍາໃຊ້ສື່ສັງຄົມອອນລາຍຢູ່ພາກ ພື້ນ, ສາກົນ ແລະ ສປປ ລາວ, ການ ນໍາໃຊ້ປັນຍາປະດິດ (AI) ເພື່ອ ເພີ່ມປະສິດທິພາບໃນການເຮັດວຽກ ຂອງພາກລັດ, ການສ້າງຄວາມ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກ ງານຄວາມປອດໄພທາງໄຊເບີ ໃນ ຍຸກການຫັນເປັນດີຈິຕອນ, ການ ຕ້ານສະກັດກັ້ນສະແກມເມີ, ຄວາມ ສຳຄັນຂອງ 3 ເສົາຄໍ້າ ຄື: ການ ຫັນເປັນລັດຖະບານດີຈິຕອນ, ການ ຫັນເປັນເສດຖະກິດດີຈິຕອນ ແລະ ການຫັນເປັນສັງຄົມດີຈິຕອນ ແລະ ຄວາມພ້ອມຂອງການຫັນເປັນດີຈິ ຕອນຂອງສະຫະພັນນັກຮົບເກົ່າ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຮຽກຮ້ອງໃຫ້ຄະນະພັກ-ຄະນະ ກໍາມະການປົກຄອງແຂວງ, ເມືອງ ແລະ ອົງການປົກຄອງຕາແສງ, ຂະແໜງການອ້ອມຂ້າງແຂວງ ແລະ ເມືອງ ຈົ່ງພ້ອມກັນສຸມໃສ່ ເຜີຍແຜ່, ເຊື່ອມຊຶມບັນດານິຕິກຳ ທີ່ຕິດພັນກັບວຽກງານຢູ່ຂັ້ນຕາ ແສງ ໂດຍໄວ, ຮີບຮ້ອນແບ່ງຄວາມ ຮັບຜິດຊອບລະຫວ່າງເມືອງ ແລະ ຕາແສງ ເພື່ອໃຫ້ການປະຕິບັດ ວຽກງານໃນການບໍລິການຮັບໃຊ້ ປະຊາຊົນສະດວກວ່ອງໄວຂຶ້ນ, ຕ້ອງສ້າງຕາແສງ ໃຫ້ເປັນຫົວ ໜ່ວຍຈັດຕັ້ງປະຕິບັດວຽກງານກໍ່ ສ້າງຮາກຖານການເມືອງ ແລະ ວຽກງານພັດທະນາຊົນນະບົດແກ້ໄຂຄວາມທຸກຍາກຢູ່ຂັ້ນບ້ານ ໃຫ້ໄດ້ຢ່າງແທ້ຈິງ, ຕ້ອງຫັນເອົາ ພະນັກງານນໍາພາ ແລະ ວິຊາການ ລົງສູ່ຕາແສງ ໂດຍຕິດພັນກັບການ ຍູ້ຂະບວນການວຽກປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ທົ່ວປວງ ຊົນຮອບດ້ານ. ພ້ອມນີ້, ພໍ່ແມ່ປະຊາ ຊົນກໍຈົ່ງສະໜັບສະໜູນຮ່ວມແຮງ ຮ່ວມໃຈໃນການພັດທະນາຕາແສງ ຕາເວັນອອກລອຍເມກ ດ້ວຍການ ສ້າງອາຊີບ, ເຮັດການຜະລິດກະສິ ກໍາ, ການຜະລິດເປັນສິນຄ້າ, ປູກ ຝັງ, ລ້ຽງສັດ ໃຫ້ເປັນທຸລະກິດ ເພື່ອປັບປຸງຄຸນນະພາບຊີວິດຂອງ ຕົນເອງໃຫ້ຫລຸດພົ້ນອອກຈາກ ຄວາມທຸກຍາກ. ທີ່ສໍາຄັນອົງການ ຈັດຕັ້ງຊາວໜຸ່ມ, ແມ່ຍິງ ກໍຕ້ອງເປັນ ເຈົ້າການສ້າງຂະບວນການຢ່າງ ແຂງແຮງຕາມພາລະບົດບາດຂອງ ຕົນໄປພ້ອມກັບການປະຕິບັດ 3 ສ ຄື: ສະຫງົບ, ສະອາດ ແລະ ສີຂຽວ. ຂ່າວ: ພຸດທະສອນ ໂອກາດນີ້, ສະຫາຍ ໂຕ ເລິມ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ອັນອົບອຸ່ນ ແລະ ຕີລາຄາສູງຕໍ່ ການເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ຂອງສະຫາຍ ຄຳພັນ ພົມມະທັດ ແລະ ຄະນະໃນຄັ້ງນີ້ ຊຶ່ງເປັນຄັ້ງທໍາ ອິດພາຍຫລັງດໍາລົງຕໍາແໜ່ງເປັນ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງຍຸຕິທໍາ. ການເຂົ້າຢ້ຽມ ຂໍ່ານັບຄັ້ງນີ້ ເປັນການເພີ່ມພູນຄູນ ສ້າງສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການ ຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດ ຫວຽດນາມ-ລາວ ໃຫ້ ຈະເລີນງອກງາມ ແລະ ໝັ້ນຄົງ ຂະໜົງແກ່ນ. ຂ່າວ: ກົມໂຄສະນາເຜີຍແຜ່ກົດໝາຍ ແຫ່ງຊາດລາວ. ພ້ອມນີ້, ຜູ້ເຂົ້າຮ່ວມ ຍັງໄດ້ຮ່ວມກັນສົນທະນາ ແລະ ຈັດກິດຈະກຳແລກປ່ຽນບົດຮຽນ, ຄວາມຮູ້ໃນພາກປະຕິບັດຕົວຈິງ ຢ່າງເລິກເຊິ່ງ-ເຖິງຖອງແຕ່ຕົ້ນ ຕະຫລອດປາຍ. ບັນດາຫົວຂໍ້ດັ່ງ ກ່າວ, ລ້ວນແຕ່ມີຄວາມສໍາຄັນ ແລະ ຈຳເປັນໃນການຊຸກຍູ້ ແລະ ສົ່ງເສີມ ການຫັນເປັນດີຈິຕອນ ໃຫ້ໄດ້ຮັບ ຜົນສຳເລັດ ແລະ ສາມາດນຳໄປ ເປັນເຄື່ອງມືອັນແຫລມຄົມໃນການ ຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ເປັນລະບົບຕໍ່ເນື່ອງ, ປ່ຽນແປງ ວິທີການເຮັດວຽກໃຫ້ທັນສະໄໝ ແລະ ເຮັດສຳເລັດໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍຢ່າງມີປະສິດ ທິພາບ ແລະ ປະສິດທິຜົນສູງສຸດ. ຂ່າວ-ພາບ: ພະແນກສົ່ງເສີມການຫັນ ເປັນດີຈິຕອນ ກຕສ ຜົນສໍາເລັດກອງປະຊຸມປຶກສາ...ົໍັຸຶ ລວມທັງການຢ້ຽມຢາມ ແລະ ການ ຮ່ວມມືລະຫວ່າງສະພາແຫ່ງຊາດ ສປປ ລາວ ແລະ ຕວັກກີ. ພ້ອມກັນ ນີ້, ສອງຝ່າຍຍັງເຫັນດີສືບຕໍ່ຮັດ ແໜ້ນການພົວພັນຮ່ວມມືລະຫວ່າງ ສອງກະຊວງການຕ່າງປະເທດ, ລວມທັງການຈັດຝຶກອົບຮົມໃຫ້ ແກ່ນັກການທູດໜຸ່ມນ້ອຍ. ສ່ວນ ການຮ່ວມມືດ້ານເສດຖະກິດ, ສອງ ຝ່າຍເຫັນດີຈະສືບຕໍ່ຈັດຕັ້ງປະຕິບັດ ສັນຍາວ່າດ້ວຍການຮ່ວມມືທາງ ດ້ານການຄ້າ ແລະ ເສດຖະກິດລະ ຫວ່າງ ລາວ ແລະ ຕວັກກີ ໄດ້ລົງ ນາມໃນປີ 2008 ທີ່ປະເທດຕວັກກີ ຊຶ່ງຈຸດປະສົງເພື່ອສົ່ງເສີມການຄ້າ, ການລົງທຶນ ແລະ ສ້າງເຄືອຂ່າຍ ໃຫ້ແກ່ບັນດານັກທຸລະກິດຂອງ ສອງປະເທດ. ນອກນີ້, ສອງຝ່າຍ ຍັງເຫັນດີເພື່ອສຶກສາຄວາມເປັນ ໄປໄດ້ໃນການສ້າງເຄື່ອງມືດ້ານ ກົດໝາຍທີ່ເໝາະສົມ ເພື່ອສ້າງ ຄວາມເຊື່ອໝັ້ນໃຫ້ແກ່ບັນດານັກ ລົງທຶນທັງສອງປະເທດ. ຕໍ່ກັບການ ຮ່ວມມືເພື່ອການພັດທະນາ, ສປປ ລາວ ສະແດງຄວາມຂອບໃຈ ແລະ ຊົມເຊີຍລັດຖະບານ ແລະ ປະຊາ ຊົນຕວັກກີ ຕໍ່ການຊ່ວຍເຫລືອບັນດາ ໂຄງການຕ່າງໆທີ່ສຳຄັນ ຊຶ່ງເປັນ ການປະກອບສ່ອນອັນສຳຄັນເຂົ້າ ໃນການພັດທະນາເສດຖະກິດສັງຄົມ ຂອງ ສປປ ລາວ ແນໃສ່ພັດທະນາ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ ດີຂຶ້ນ. ໃນໄລຍະຜ່ານມາ, ຕວັກກີ ໄດ້ໃຫ້ການຊ່ວຍເຫລືອໃນຫລາຍ ຂົງເຂດວຽກງານ ເຊັ່ນ: ດ້ານການ ສຶກສາ, ສາທາລະນະສຸກ, ມະນຸດສະ ທຳ, ກະສິກຳ ແລະ ອື່ນໆ. ໃນໂອກາດນີ້, ຄະນະຜູ້ແທນ ລາວໄດ້ມອບຈົດໝາຍເຊີນຂອງ ທ່ານທອງສະຫວັນ ພົມວິຫານຮອງ ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຖິງ ທ່ານ ຮາກັນ ຟີດັນ (Hakan FIDAN) ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ ເພື່ອເຊື້ອ ເຊີນເຂົ້າຮ່ວມກອງປະຊຸມທົບທວນ ຄືນສົນທິສັນຍາວ່າດ້ວຍການເກືອດ ຫ້າມລະເບີດລູກຫວ່ານ ຮອບວຽນ ທີ 3 ທີ່ຈະຈັດຂຶ້ນໃນວັນທີ 13-18 ກັນຍາ 2026. ນອກຈາກບັນຫາສໍາຄັນຕ່າງໆ ທີ່ກ່າວມານັ້ນ, ສອງຝ່າຍຍັງໄດ້ ປຶກສາຫາລືຄວາມເປັນໄປໄດ້ໃນ ການສ້າງຕັ້ງສະຖານທູດ ແຫ່ງ ສປປ ລາວ ປະຈໍານະຄອນຫລວງ ອັງກາຣາ ປະເທດຕວັກກີ ໃນອະ ນາຄົດອັນໃກ້ນີ້ ເພື່ອອໍານວຍຄວາມ ສະດວກ ແລະ ຮັດແໜ້ນການພົວ ພັນການທູດ ແລະ ການຮ່ວມມືໃນ ດ້ານອື່ນໆລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນ ແລະ ໃກ້ຊິດກັນຂຶ້ນ ກວ່າເກົ່າ. ສະຫາຍ ທີ່ມາຈາກບັນດາກົມກອງ, ທ້ອງຖິ່ນທົ່ວປະເທດ. ໃນນີ້, ມີ 9 ເປົ້າໝາຍທີ່ຮຽນຈົບໃນສົກຮຽນ 2025-2026 ຄື: ກໍ່ສ້າງເລັ່ງລັດ ຍຸດທະບັ້ນຮົບ-ຍຸດທະສາດລະບົບ 1 ປີ, ຊຸດທີ XXII 23 ສະຫາຍ; ກໍ່ສ້າງປະລິນຍາໂທການທະຫານ ລະບົບ 2 ປີ, ຊຸດທີ XVII 18 ສະຫາຍ; ກໍ່ສ້າງປະລິນຍາຕີການ ທະຫານຂັ້ນ ຈໍ-ຊໍ ລະບົບ 2 ປີ, ຊຸດ ທີ XV 33 ສະຫາຍ; ກໍ່ສ້າງເລັ່ງ ລັດການທະຫານຂັ້ນກອງພັນໃຫຍ່ ລະບົບ 1 ປີ, ຊຸດທີ XI 22 ສະຫາຍ; ກໍ່ສ້າງເລັ່ງລັດການທະຫານ ຂັ້ນ ກອງພັນນ້ອຍ ລະບົບ 1 ປີ, ຊຸດ ທີ XI 46 ສະຫາຍ; ກໍ່ສ້າງຄູເລັ່ງ ລັດ ການທະຫານ ຂັ້ນ ຈໍ-ຊໍ ລະບົບ 1 ປີ, ຊຸດທີ IV 16 ສະຫາຍ; ກໍ່ສ້າງ ຊັ້ນສູງ ພາສາອັງກິດ ລະບົບ 4 ປີ, ຊຸດທີ XVIII 28 ສະຫາຍ; ກໍ່ສ້າງ ຊັ້ນສູງ ພາສາຫວຽດນາມ ລະບົບ 3 ປີ, ຊຸດທີ XIII 27 ສະຫາຍ ແລະ ກໍ່ສ້າງຊັ້ນສູງ ພາສາຣັດເຊຍ ລະບົບ 3 ປີ, ຊຸດທີ VII 20 ສະຫາຍ. ໂອກາດນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ມີຄຳເຫັນ ໂອ້ລົມໂດຍເນັ້ນໃຫ້ນັກສຶກສາທຸກ ສະຫາຍທີ່ສຳເລັດການສຶກສາໃນ ຄັ້ງນີ້ ຈົ່ງນຳເອົາຄວາມຮູ້, ຄວາມ ສາມາດ ແລະ ບົດຮຽນທິດສະດີທີ່ ໄດ້ຮຽນມາໄປໝູນໃຊ້ເຂົ້າໃນການ ປະຕິບັດໜ້າທີ່ວຽກງານຕົວຈິງຢູ່ ບັນດາກົມກອງຂອງຕົນໃຫ້ເກີດດອກ ອອກຜົນ, ເປັນກຳລັງແກນນຳໃນ ການປັບປຸງກົມກອງໃຫ້ເຂັ້ມແຂງ, ພ້ອມທັງສືບຕໍ່ຝຶກຝົນຫລໍ່ຫລອມ ຕົນເອງໃຫ້ກາຍເປັນນາຍທະຫານ ຜູ້ສືບທອດທີ່ມີທັງຄຸນສົມບັດ ແລະ ຄວາມສາມາດຢ່າງສົມກຽດ. ຂໍ້ມູນ-ພາບ: ໄພລິນ ບຸນຍັງ
18/06/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K rtoa d'kocrf\= 8h v'dec|h o 5 my foelkmk]totl5 d ບົດສະເໜີົີ c0;'9exkla d 9tl5 ,.lj s]kp;Pdfh kodtly de grnj vcdh w07;k,m5 dpkd (ເນື່ອງໃນໂອກາດ ວັນສາທາລະນະສຸກລາວ ຄົບຮອບ 61 ປີ, ວັນທີ 18/6/1965-18/6/2026)ື່ ອັ ນຸ ກົ ບີ ,ັ ນີ ຂປລ. ພັກ-ລັດເຮົາ ຍາມໃດກໍ ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ ວຽກງານສາທາລະນະສຸກ ເພື່ອໃຫ້ ປະຊາຊົນລາວບັນດາເຜົ່າມີສຸຂະ ພາບແຂງແຮງ, ມີຄວາມຜາສຸກ ແລະ ປະເທດຊາດຮັ່ງມີເຂັ້ມແຂງ. ຈະເຮັດໄດ້ແນວນັ້ນບັນດາແພດໝໍ ແລະ ພະນັກງານສາທາລະນະສຸກ ຕ້ອງໄດ້ສຸມໃສ່ປະຕິບັດໜ້າທີ່ວຽກ ງານຕາມການມອບໝາຍ, ພ້ອມທັງ ປັບປຸງຕົນເອງໃຫ້ມີຄວາມຮູ້, ຄວາມ ສາມາດ, ມີຈັນຍາທໍາໃນການຮັບໃຊ້ ປະຊາຊົນ. ດັ່ງທີ່ປະທານ ໄກສອນ ພົມວິຫານ ໄດ້ມີແນວຄິດຊີ້ນຳຕໍ່ ຂົງເຂດສາທາລະນະສຸກ ໃນກອງ ປະຊຸມສາທາລະນະສຸກ ທົ່ວປະເທດ ຄັ້ງທີ II ວັນທີ 11 ມີນາ 1987 ວ່າ: “ພັກ, ລັດເຮົາ ໄດ້ມອບພາລະໜ້າທີ່ ເບິ່ງແຍງດູແລ ແລະ ປົກປັກຮັກສາ ສຸຂະພາບປະຊາຊົນບັນດາເຜົ່າ ໃຫ້ ຂະແໜງການສາທາລະນະສຸກ ຮັບ ຜິດຊອບໂດຍກົງ. ອັນນີ້, ແມ່ນພາລະໜ້າທີ່ອັນໜັກ ໜ່ວງ ແລະ ທັງແມ່ນກຽດອັນໃຫຍ່ ຫລວງທີ່ສຸດຂອງພະນັກງານພາລະ ກອນໃນທົ່ວຂະແໜງສາທາລະນະ ສຸກ” ດັ່ງນັ້ນ, ເພື່ອປະຕິບັດຕາມ ທິດຊີ້ນຳ ຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດນັ້ນ ພະ ນັກງານແພດໝໍ ຕ້ອງກໍາແໜ້ນຫ້າ ທິດນໍາສາທາລະນະສຸກຂອງພັກ ຄື: ໜຶ່ງ; ສາທາລະນະສຸກຕ້ອງຮັບ ໃຊ້ການຜະລິດ, ຮັບໃຊ້ຊີວິດການ ເປັນຢູ່ຂອງປະຊາຊົນ ແລະ ຮັບໃຊ້ ສອງໜ້າທີ່ຍຸດທະສາດ ຮັບໃຊ້ວຽກ ງານກໍ່ສ້າງສັງຄົມນິຍົມ. ສອງ; ວຽກງານສາທາລະນະສຸກຕ້ອງຮັບ ໃຊ້ຢ່າງຕັ້ງໜ້າກ່ຽວກັບນະໂຍບາຍ ຕໍ່ບັນດາເຜົ່າຂອງພັກ. ສາມ; ຕ້ອງ ປະຕິບັດວຽກງານກັນພະຍາດຢ່າງ ຕັ້ງໜ້າ. ສີ່; ຕ້ອງປະສານສົມທົບ ການແພດທັນສະໄໝກັບການແພດ ພື້ນເມືອງແລະຢາພື້ນເມືອງ, ກໍ່ສ້າງ ພື້ນຖານສາທາລະນະສຸກທີ່ມີລັກ ສະນະຊາດ ແລະ ທັນສະໄໝ. ຫ້າ; ຕ້ອງອີງໃສ່ມະຫາຊົນ ເພື່ອກໍ່ສ້າງພື້ນ ຖານສາທາລະນະສຸກທົ່ວປວງຊົນ. ຢາກເຮັດໄດ້ແນວນັ້ນ, ພະນັກງານ ແພດໝໍ-ພະຍາບານ, ພະນັກງານ ສາທາລະນະສຸກລາວຕ້ອງຮູ້ສືບ ທອດຮໍ່າຮຽນເອົາແບບຢ່າງອັນດີ ງາມຂອງແພດໝໍ ແລະ ພະນັກງານ ສາທາລະນະສຸກຮຸ່ນກ່ອນ, ອອກ ແຮງຝຶກຝົນຫລໍ່ຫລອມສ້າງຕົນເອງ ໃຫ້ພຽບພ້ອມໄປດ້ວຍຄຸນສົມບັດ ສິນທໍາປະຕິວັັດ, ຈັນຍາທໍາວິຊາຊີບ ແລະ ຄວາມຊໍານານງານດ້ານວິຊາ ສະເພາະເພື່ອກາຍເປັນແພດແຫ່ງ ຊາດ ແລະ ແພດປະຊາຊົນຢ່າງສົມ ກຽດສັກສີ ເປັນນັກຮົບເສື້ອຂາວ ປະຕິວັດຂອງພັກ. ເພື່ອລະນຶກເຖິງຜົນງານ ແລະ ຍ້ອງຍໍສັນລະເສີນຄຸນງາມຄວາມດີ ຂອງແພດລາວໃນສະໄໝຕໍ່ສູ້ກູ້ຊາດ ກໍ່ຄືສະໄໝປົກປັກຮັກສາ ແລະ ສ້າງ ສາປະເທດຊາດ. ພັກ-ລັດຈຶ່ງກຳ ນົດເອົາວັນທີ 18 ມິຖຸນາ 1965 ເປັນວັນແພດລາວ ຕາມແນວຄິດຊີ້ ນຳ ຂອງທ່ານປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ໄດ້ກ່າວໃນຕອນທ້າຍກອງປະຊຸມ ສາທາລະນະສຸກທົ່ວປະເທດ ຄັ້ງທີ II ວັນທີ 11 ມີນາ1965, ໂດຍ ກ່າວວ່າ: “ຈະສະເໜີຄະນະເລຂາ ທິການສູນກາງພັກ ແລະ ສະພາ ລັດຖະມົນຕີ ເລືອກເອົາມື້ໃດມື້ໜຶ່ງ ທີ່ມີຄວາມໝາຍປະຫວັດສາດ ເປັນ ວັນແພດລາວ”. ຈາກແນວຄິດຊີ້ນໍາ ຂອງປະທານ ໄກສອນ ພົມວິຫານ ແລະ ເຫດຜົນທີ່ໄດ້ກ່າວມາຂ້າງ ເທິງນັ້ນ, ກະຊວງສາທາລະນະສຸກ ໄດ້ນໍາສະເໜີລັດຖະບານ ແລະ ສະ ພາແຫ່ງຊາດ ຊຸດທີ VII ແລະ ໄດ້ ຮັບການເຫັນດີໃຫ້ບັນຈຸເຂົ້າໃນກົດ ໝາຍປິ່ນປົວ ສະບັບປັບປຸງ ເລກທີ 58/ສພຊ, ລົງວັນທີ 24 ທັນວາ 2014, ໝວດ 10 ມາດຕາ 76 ໄດ້ ກໍານົດເອົາວັນທີ18 ມິຖຸນາ ເປັນ ວັນແພດລາວ. ການສະເຫລີມສະຫລອງວັນ ແພດລາວ ເພື່ອເຮັດໃຫ້ພົນລະເມືອງ ລາວບັນດາເຜົ່າທຸກຊັ້ນຄົນ ໃນສັງ ຄົມ, ແພດໝໍ ແລະ ພະນັກງານ ສາທາລະນະສຸກ ເຫັນໄດ້ການເຕີບ ໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ຂອງວຽກງານສາທາລະນະສຸກ, ຂອງຖັນແຖວແພດໝໍລາວ ໃນ ແຕ່ລະໄລຍະ. ເພື່ອຈາລຶກຄຸນງາມ ຄວາມດີທີ່ໄດ້ປະກອບສ່ວນເຂົ້າໃນ ການຮັກສາສຸຂະພາບປະຊາຊົນ, ພະນັກງານ, ທະຫານ-ຕໍາຫລວດ ໃນຂະບວນການຕໍ່ສູ້ກູ້ຊາດໃນເມື່ອ ກ່ອນ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນ ປັດຈຸບັນ. ເພື່ອປູກຈິດສໍານຶກໃຫ້ແກ່ ແພດໝໍ ແລະ ພະນັກງານສາທາລະ ນະສຸກ ຮຸ່ນສືບທອດຮຽນເອົາແບບ ຢ່າງອັນດີງາມຂອງແພດໝໍ ແລະ ພະນັກງານສາທາລະນະສຸກຮຸ່ນ ກ່ອນ, ອອກແຮງຝຶກຝົນຫລໍ່ຫລອມ ຕົນເອງໃຫ້ກາຍເປັນແພດໝໍທີ່ພຽບ ພ້ອມໄປດ້ວຍຄຸນສົມບັດ, ຈັນຍາທໍາ ວິຊາຊີບ ແລະ ຄວາມຊໍານານງານ ດ້ານວິຊາສະເພາະໃຫ້ສົມກັບກຽດ ສັກສີທີ່ເປັນນັກຮົບເສື້ອຂາວປະຕິ ວັດຂອງພັກ ເພື່ອສ້າງໂອກາດໃຫ້ ແພດໝໍ ແລະ ພະນັກງານສາທາ ລະນະສຸກ ໄດ້ທົບທວນຄືນຫ້າວຽກ ງານໃຫຍ່ດ້ານສາທາລະນະສຸກ ຂອງພັກເຮົາ ເພື່ອເຊີດຊູກຽດສັກສີ, ຖານະບົດບາດແລະຄຸນງາມຄວາມ ດີຂອງແພດໝໍ ແລະ ພະນັກງານ ສາທາລະນະສຸກ ຕໍ່ສັງຄົມ ແລະ ປະເທດຊາດ. ຂປລ. ເປັນອີກໜຶ່ງທິດທາງ ທີ່ດີໃນການແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ ພາຍໃນ ແຂວງຈຳປາສັກ ໃຫ້ຫລຸດເທື່ອລະ ກ້າວ ໂດຍໃນ 5 ປີຕໍ່ໜ້າ ແຂວງນີ້ ຈະສຸມໃສ່ການສ້າງກຸ່ມການຜະ ລິດ, ການປຸງແຕ່ງ ແລະ ການຊອກ ຕະຫລາດຮອງຮັບຜົນຜະລິດ ເພື່ອແກ້ ໄຂຄວາມທຸກຍາກຢູ່ເຂດຈຸດສຸມ. ທ່ານ ໄຊຍະສິດ ວີລະພັດ ຮອງ ຫົວໜ້າພະແນກ ກະສິກໍາ ແລະ ສິ່ງ ແວດລ້ອມແຂວງ ໄດ້ກ່າວໃນກອງ ປະຊຸມສະຫລຸບຕີລາຄາການຈັດຕັ້ງ ປະຕິບັດວຽກງານກໍ່ສ້າງຮາກຖານ ການເມືອງ, ວຽກງານພັດທະນາ ຊົນນະບົດຮອບດ້ານ-ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ ໃນໄລຍະ 5 ປີ (2021-2025) ແລະ ກຳນົດທິດທາງແຜນການ ຮອດປີ 2030 ວ່າ: ໃນທິດທາງ ແຜນການໃນການຫັນປ່ຽນໂຄງ ສ້າງການຜະລິດກະສິກໍາໃນ 5 ປີຕໍ່ ໜ້າ, ພະແນກກະສິກໍາ ແລະ ສິ່ງ ແວດລ້ອມແຂວງ ຈະສຸມໃສ່ການ ສ້າງກຸ່ມການຜະລິດ, ການປຸງແຕ່ງ ແລະ ການຊອກຕະຫລາດຮອງຮັບ ເພື່ອແກ້ໄຂຄວາມທຸກຍາກຢູ່ເຂດ ຈຸດສຸມ ໂດຍຈະປະເມີນຄືນທ່າແຮງ ຢູ່ແຕ່ເຂດຈຸດສຸມ ນັບແຕ່ດິນ, ນ້ຳ, ສະພາບອາກາດ ເພື່ອເລືອກປູກພືດ ຫລື ລ້ຽງສັດ ທີ່ຕະຫລາດຕ້ອງການ ແລະ ໃຫ້ມູນຄ່າສູງ ເຊັ່ນ: ເຂດປາກ ຊ່ອງພູພຽງບໍລະເວນ ກໍານົດຜະລິດ ພືດຜັກເປັນສິນຄ້າ, ພືດອຸດສາຫະ ກໍາ, ຜະລິດກາເຟຄຸນນະພາບ, ສົ່ງ ເສີມເຕັກນິກລົງສູ່ຊາວສວນກໍຄືກຸ່ມ ຜະລິດໃຫ້ທົ່ວເຖິງ, ປ່ຽນຈາກກະສິ ກຳທຳມະຊາດ ທີ່ຜະລິດກຸ້ມກິນຫັນ ມາເປັນກະສິກຳເຕັກນິກ, ນຳໃຊ້ ເຕັກໂນໂລຊີທີ່ເໝາະສົມ, ການນໍາ ໃຊ້ລະບົບນ້ຳປະຢັດ, ການນຳໃຊ້ ແນວພັນທີ່ທົນທານຕໍ່ສັດຕູພືດ ແລະ ຕ້ອງສຶກສາຂໍ້ມູນຂອງການປ່ຽນ ແປງສະພາບອາກາດ ເພື່ອຮັບປະ ກັນຜົນຜະລິດໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບກ້າວເຂົ້າສູ່ການ ຜະລິດເປັນສິນຄ້າ, ເນັ້ນໃສ່ມາດຕະ ຖານ ແລະ ຄຸນນະພາບ ໂດຍຊຸກຍູ້ ການຜະລິດທີ່ສະອາດແລະປອດໄພ ໄດ້ມາດຕະຖານກະສິກຳທີ່ດີ ຫລື ກະສິກຳອິນຊີ ຊຶ່ງເປັນທີ່ຕ້ອງການ ຂອງຕະຫລາດລະດັບສູງ ແລະ ສາ ມາດສ້າງມູນຄ່າໄດ້ຫລາຍກວ່າ. ທ່ານ ໄຊຍະສິດ ວີລະພັດ ກ່າວ ຕື່ມວ່າ: ພ້ອມນີ້, ຈະສຸມໃສ່ຊຸກຍູ້ ສົ່ງເສີມຊາວກະສິກອນ ແລະ ຊາວ ສວນ ກ່ຽວກັບການນໍາໃຊ້ເຕັກໂນ ໂລຊີ ແລະ ນະວັດຕະກໍາ, ກົນຈັກກະ ສິກໍາ ເຊັ່ນ: ການນໍາໃຊ້ລົດໄຖ, ລົດ ກ່ຽວເຂົ້າ ແລະ ໂດຣນສໍາລັບພົ່ນຢາ ຫລື ຫວ່ານຝຸ່ນ ເພື່ອຫລຸດຜ່ອນການ ນໍາໃຊ້ແຮງງານຄົນ. ການສ້າງລະ ບົບໂຮງເຮືອນ ແລະ ນ້ຳ ເພື່ອປູກພືດ ໃນໂຮງເຮືອນ ແລະ ການໃຊ້ລະບົບ ນ້ຳຢອດທີ່ຄວບຄຸມເປັນລະບົບ ເພື່ອ ປະຢັດນ້ຳ ແລະ ປ້ອງກັນພະຍາດ; ການໃຊ້ແອັບພລິເຄຊັນໃນມືຖື ເພື່ອ ຕິດຕາມສະພາບອາກາດ, ລາຄາ ຕະຫລາດ ແລະ ການຊື້-ຂາຍອອນ ລາຍ. ຈາກນັ້ນ, ຈະສຸມໃສ່ການຫັນ ສູ່ກະສິກຳສີຂຽວ ແລະ ຍືນຍົງ, ກະ ສິກໍາອິນຊີ ແລະ ການຫລຸດຜ່ອນ ການໃຊ້ສານເຄມີ ດ້ວຍການຫັນມາ ໃຊ້ຝຸ່ນຊີວະພາບ ເພື່ອຕອບສະໜອງ ຕະຫລາດຮັກສຸຂະພາບ ແລະ ມາດ ຕະຖານການສົ່ງອອກ, ກະສິກຳທີ່ ປັບຕົວເຂົ້າກັບສະພາບພູມອາກາດ, ການເລືອກແນວພັນພືດ ແລະ ສັດ ທີ່ທົນທານຕໍ່ສະພາບແລ້ງ ຫລື ນ້ຳ ຖ້ວມ ແລະ ການບໍລິຫານຈັດການ ຊັບພະຍາກອນດິນ-ນ້ຳ ໃຫ້ມີຄວາມ ຍືນຍົງ. ການສ້າງກຸ່ມການຜະລິດ ແລະ ສະຫະກອນ, ຈັດຕັ້ງກຸ່ມແບບມີ ສ່ວນຮ່ວມ ໂດຍເຕົ້າໂຮມຊາວກະສິ ກອນທີ່ຜະລິດສິນຄ້າປະເພດດຽວ ກັນ ເຂົ້າເປັນກຸ່ມການຜະລິດຫລືສະ ຫະກອນ ໂດຍເນັ້ນການຜະລິດລວມ ແບບມີສ່ວນຮ່ວມ, ຜະລິດລວມກັນ ເພື່ອຫລຸດຕົ້ນທຶນ ແລະ ເພີ່ມອຳ ນາດການຕໍ່ລອງລາຄາກັບພໍ່ຄ້າຄົນ ກາງ, ສ້າງໃຫ້ກຸ່ມມີຄວາມເຂັ້ມ ແຂງ, ຜູ້ບໍລິຫານກຸ່ມກໍຕ້ອງມີຄວາມ ຮູ້ຄວາມສາມາດ, ມີຄວາມພ້ອມໃນ ດ້ານຕ່າງໆ ເພື່ອນໍາພາກຸ່ມ ກ້າວໄປ ສູ່ຄວາມສໍາເລັດ, ສາມາດເພິ່ງພາ ຕົນເອງໄດ້, ການບໍລິຫານປັດໄຈ ການຜະລິດຮ່ວມກັນ, ນໍາໃຊ້ຝຸ່ນຊີ ວະພາບ, ຝຸ່ນອີນຊີ, ຝຸ່ນວິທະຍາ ສາດໃຫ້ເໝາະສົມກັບຊະນິດພືດ ແລະໃຊ້ແນວພັນຫລືເຄື່ອງຈັກກະສິ ກຳຮ່ວມກັນ ເພື່ອເປັນການປະຢັດ ແຮງງານ ແລະ ສາມາດນໍາໃຊ້ວັດ ຖຸດິບໃນທ້ອງຖິ່ນທີ່ມີລາຄາຖືກມາ ຜະລິດຝຸ່ນຊີວະພາບ ແລະ ນໍາໃຊ້ໃນ ການປູກພືດ ເພື່ອຫລຸດຜ່ອນການ ນໍາເຂົ້າປັດໄຈການຜະລິດ ທັງຫລຸດ ຜ່ອນຕົ້ນທຶນການຜະລິດ; ເອົາໃຈໃສ່ ໃນການສ້າງຕັ້ງກຸ່ມ ແລະ ສະຫະ ກອນໃຫ້ຖືກຕ້ອງຕາມກົດໝາຍວ່າ ດ້ວຍສະຫະກອນ ແລະ ສະຫະກອນ ຕ້ອງຂຶ້ນທະບຽນຕາມກົດໝາຍ ເພື່ອໄດ້ຮັບນະໂຍບາຍດ້ານພາສີ ອາກອນ ທັງສອດຄ່ອງ ແລະ ໄປ ຕາມທິດຂອງກະຊວງກະສິກໍາ-ສິ່ງ ແວດລ້ອມ ແລະ ແຜນພັດທະນາ ເສດຖະກິດ - ສັງຄົມຂອງແຂວງ ຕາມທ່າແຮງ. ພ້ອມນີ້, ກໍຈັດຕາຕະ ລາງການປູກ, ການລ້ຽງລວມເຖິງ ການແປຮູບຫລືການປຸງແຕ່ງ ຂອງ ສະມາຊິກພາຍໃນກຸ່ມ ແລະ ສະຫະ ກອນ ເພື່ອບໍ່ໃຫ້ຜົນຜະລິດອອກມາ ລົ້ນຕະຫລາດ ທັງສະໜອງສິນຄ້າ ໃຫ້ຕະຫລາດໄດ້ຢ່າງຕໍ່ເນື່ອງຕະ ຫລອດປີ ເພື່ອສ້າງໃຫ້ກຸ່ມໄດ້ເຮັດ ການຜະລິດໝູນວຽນ, ສ້າງໃຫ້ມີ ວຽກເຮັດງານທໍາຕະຫລອດປີ; ເອົາ ໃຈໃສ່ການພັດທະນາການປຸງແຕ່ງ ເພື່ອເພີ່ມມູນຄ່າ, ຫລຸດຜ່ອນການ ຂາຍວັດຖຸດິບ ກໍຄື ຜົນຜະລິດດິບ ເພາະຈະເຮັດໃຫ້ຖືກກົດລາຄາ ແລະ ເນົ່າເປື່ອຍງ່າຍ. ຊຸກຍູ້ໃຫ້ມີການປຸງ ແຕ່ງຂັ້ນຕົ້ນ ເຊັ່ນ: ການຄັດເກຣດ, ການຕາກແຫ້ງ, ການອົບ, ການແຊ່ ເຢັນຫລືການບັນຈຸພັນທີ່ໄດ້ມາດຕະ ຖານ, ສ້າງຜະລິດຕະພັນທີ່ຫລາກ ຫລາຍ; ຫັນປ່ຽນວັດຖຸດິບໃຫ້ເປັນ ຜະລິດຕະພັນສຳເລັດຮູບ ເຊັ່ນ: ມັນ ຕົ້ນຫັນເປັນແປ້ງ, ໝາກໄມ້ຫັນເປັນ ໝາກໄມ້ອົບແຫ້ງ ຫລື ນ້ຳໝາກໄມ້ ພ້ອມດື່ມ, ພືດສະໝຸນໄພຫັນເປັນຊາ. ນອກຈາກທີ່ກ່າວມານັ້ນແລ້ວ, ທ່ານ ໄຊຍະສິດ ວີລະພັດ ຍັງໃຫ້ ຮູ້ຕື່ມວ່າ: ຈະສຸມໃສ່ຊຸກຍູ້ການສ້າງ ຍີ່ຫໍ້(ແບຣນ)ແລະພັດທະນາເຄື່ອງ ໝາຍການຄ້າຂອງທ້ອງຖິ່ນ ເຊັ່ນ: ສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ໂດຍຕິດພັນກັບເລື່ອງລາວຄວາມ ເປັນມາຂອງທ້ອງຖິ່ນ, ຈຸດເດັ່ນ ດ້ານຄວາມປອດໄພ ເພື່ອດຶງດູດ ຄວາມສົນໃຈຂອງຜູ້ບໍລິໂພກໃຫ້ ຫລາຍຂຶ້ນ; ການຊອກຫາ ແລະ ເຊື່ອມໂຍງຕະຫລາດຮອງຮັບ, ຢືດ ຫລັກການຜະລິດຕາມຄວາມຕ້ອງ ການຂອງຕະຫລາດ, ຕ້ອງສຶກສາ ແລະ ຫາຕະຫລາດຮອງຮັບໃຫ້ໄດ້ ກ່ອນ ຈຶ່ງລົງມືຜະລິດຢ່າງເປັນລະ ບົບ ເພື່ອຕອບສະໜອງຕາມຄວາມ ຕ້ອງການຂອງຕະຫລາດ, ສ້າງສັນ ຍາຜູກພັນທີ່ເປັນທຳ; ປະສານງານ ລະຫວ່າງ ກຸ່ມກະສິກອນກັບໂຮງ ງານປຸງແຕ່ງ ຫລື ບໍລິສັດຮັບຊື້ ເພື່ອ ເຮັດສັນຍາຊື້ - ຂາຍລ່ວງໜ້າ ໂດຍ ກຳນົດລາຄາປະກັນ ແລະ ມາດຕະ ຖານຄຸນນະພາບທີ່ລະອຽດຈະແຈ້ງ ເພື່ອຫລຸດຜ່ອນຄວາມສ່ຽງດ້ານ ລາຄາຕົກຕ່ຳ; ຂະຫຍາຍຊ່ອງທາງ ການຈຳໜ່າຍ ໂດຍນໍາໃຊ້ຕະຫລາດ ທ້ອງຖິ່ນເຊື່ອມໂຍງກັບໂຮງແຮມ, ຮ້ານອາຫານ, ຊຸບເປີມາເກັດ, ໂຮງ ຮຽນ ຫລື ໂຮງໝໍ ໃນເຂດຕົວເມືອງ ແລະ ອື່ນໆ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==