ຂປລ
ໃນໂອກາດທີ່ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ພ້ອມດ້ວຍຄະນະ ເດີນທາງມາເຄື່ອນໄຫວວຽກງານຢູ່ແຂວງຈໍາປາສັກ ໃນວັນທີ 10 ມິຖຸນາ 2026 ນີ້
ຂປລ.ສະຫາຍເລຂາທິການໃຫຍ່ ໄດ້ພົບປະໂອ້ລົມພະນັກງານຫລັກແຫລ່ງແຂວງຈໍາປາສັກ ໂດຍເນັ້ນໃຫ້ຄະນະພັກ, ຄະນະກໍາມະການປົກຄອງແຂວງສືບຕ່ໍສຸມໃສ່ຊອກຫາທ່າແຮງທີ່ບົ່ມຊ້ອນຂອງແຂວງ ແລ້ວສືບຕໍ່ວາງມາດຕະການໃນການພັດທະນາ ໂດຍນໍາໃຊ້ທ່າແຮງທີ່ມີປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມໃຫ້ຈະເລີນເຕີບໂຕ.
ພ້ອມນ້ີ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ, ຄະນະກໍາມະການປົກຄອງ ແຂວງ ຍົກສູງບົດບາດການນໍາພາຂອງຄະນະພັກ, ຄະນະກໍາມະການປົກຄອງແຕ່ລະຂັ້ນ, ເພີ່ມທະວີຄວາມເປັນແບບຢ່າງຂອງສະມາຊິກພັກ-ພະນັກງານ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ປະຊາຊົນ, ນໍາພາ-ຊີ້ນໍາແກ້ໄຂບັນຫາກຫຍຸ້ງຍາກຫລ້າຫລັງ ເພື່ອນໍາເອົາຜົນປະໂຫຍດມາໃຫ້ປະຊາຊົນ, ສາມາດພັດທະນາຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າຊາວແຂວງຈໍາປາສັກ ໃຫ້ນັບມື້ດີຂຶ້ນ; ຮັກສາໄດ້ຄວາມສາມັກຄີພາຍໃນຄະນະພັກ-ຄະນະກໍາມະການປົກຄອງແຂວງໃຫ້ເປັນປຶກແຜ່ນແໜ້ນໜາ, ນໍາພາ-ຊີ້ນໍາວຽກງານ ປກຊ-ປກສ ໃຫ້ແຂງ ແຮງກວ່າເກົ່າເພື່ອຮັບປະກັນໃຫ້ແຂວງມີຄວາມສະຫງົບທາງດ້ານການເມືອງ, ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ເອົາໃຈໃສ່ປັບປຸງກົງຈັກການຈັດຕ້ັງຂັ້ນຕາແສງໃຫ້ມີຄວາມໜັກແໜ້ນເຂ້ັມແຂງທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີເຮັດວຽກ; ປຸກລະດົມຂົນຂວາຍໃຫ້ທົ່ວປວງຊົນມີສະຕິຕື່ນຕົວ, ປະກອບສ່ວນໃນການແຂ່ງຂັນຂະບວນການຮັກຊາດ ແລະ ພັດທະນາ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທໍາລາຍຂອງສັດຕູ, ຕ້ານ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ເປັນຕົ້ນບັນຫາຢາເສບຕິດ, ບັນຫາອຸບັດເຫດຕາມທ້ອງຖະໜົນ, ການຕົວະຍົວະຫລອກລວງໃນສ່ືສັງຄົມອອນລາຍ, ສະແກມເມີ ແລະ ອື່ນໆໃຫ້ຫລຸດໜ້ອຍຖອຍລົງ.
ນອກນັ້ນ, ສະຫາຍເລຂາທິການໃຫຍ່ ຍັງເນ້ັນໃຫ້ເອົາໃຈໃສ່ເປີດກວ້າງການພົວພັນຮ່ວມມືກັບພາຍນອກ ເພື່ອດຶງດູດການລົງທຶນຈາກຕ່າງປະເທດ ມາປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ຂ່າວ-ພາບ: ທູນທອງໃຈ
KPL