ປະທານສະພາແຫ່ງຊາດ ເນັ້ນໃຫ້ເມືອງສີໂຄດຕະບອງ ສົ່ງເສີມການຜະລິດ ເພື່ອສ້າງຖານລາຍຮັບໃໝ່

12/06/2026 10:21
Email Print 1511
ຂປລ ໂອກາດລົງເຄື່ອນໄຫວພົບປະ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ແລະ ສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ V ຢູ່ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໃນວັນທີ 10 ມິຖຸນາ 2026,

      ຂປລ. ທ່ານ ໄຊສົມພອນ ພົມວິຫານ ປະທານສະພາ ແຫ່ງຊາດໄດ້ເນັ້ນໃຫ້ເມືອງສີໂຄດຕະບອງ ເອົາໃຈໃສ່ເພີ່ມທະວີການນໍາພາ-ຊີ້ນໍາທາງດ້ານແນວຄິດການເມືອງ, ທັງຊອກທ່າແຮງການຂຸດຄົ້ນແຫລ່ງລາຍຮັບ ແລະ ຊຸກຍູ້ສົ່ງເສີມປະຊາຊົນທຳການການຜະລິດເພື່ອສ້າງຖານລາຍຮັບໃໝ່.

   ນອກຈາກນີ້, ຍັງສະເໜີໃຫ້ເລັ່ງແກ້ໄຂບັນຫາຮົ່ວໄຫລຂອງງົບປະມານ, ບັນຫາສິ່ງເສບຕິດ, ຂີ້ລັກງັດແງະ, ສະແກມເມີ ແລະ ອື່ນໆ; ເພີ່ມທະວີການນໍາພາຮອບດ້ານຕ່ໍວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ, ຊຸກຍູ້ສົ່ງເສີມ ແລະ ສ້າງເງ່ືອນໄຂໃຫ້ປະຊາຊົນທຳການຜະລິດກະສິກໍາ, ການ ລ້ຽງສັດເປັນສິນຄ້າມີມາດຕະຖານ, ມີຄຸນນະພາບເພື່ອສະໜອງໃຫ້ແກ່ບັນດາໂຮງແຮມ, ຮ້ານອາຫານ, ຕະຫລາດຕ່າງໆໃນນະຄອນຫລວງວຽງຈັນ; ສ້າງ ແລະ ລວມໝູ່ຂອງປະຊາຊົນໃຫ້ກາຍເປັນຖານເສດຖະກິດອັນໝ້ັນຄົງ ແລະ ໜັກແໜ້ນ; ພັດທະນາຊັບພະຍາກອນມະນຸດໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ  ແລະ ສາມາດຕອບສະໜອງແກ່ການສ້າງສາພັດທະນາພາຍໃນ; ສຶກສາອົບຮົມໃຫ້ປະຊາຊົນຮັກສາມູນເຊ້ືອຄວາມສາມັກຄີປອງດອງ, ນໍ້າໃຈຮັກຊາດ ແລະ ເສຍສະລະເພື່ອຜົນປະໂຫຍດສ່ວນລວມ; ສ້າງສະຕິເຄົາລົບກົດໝາຍ, ການປະຕິບັດພັນທະຂອງປະຊາຊົນ; ເພ່ີມທະວີການຝຶກອົບຮົມສີມືແຮງງານໃຫ້ມີຄຸນນະພາບ, ປະຊາຊົນມີວຽກເຮັດງານທໍາ, ມີລາຍຮັບ ແລະ ມີຊີວິດການເປັນຢູ່ທີ່ໝັ້ນຄົງດີຂຶ້ນ; ປັບປຸງໂຮງໝໍເມືອງ, ໂຮງໝໍນ້ອຍໃຫ້ພໍ່ແມ່ປະຊາຊົນສາມາດເຂົ້າເຖິງການປ່ິນປົວຢ່າງກວ້າງຂວາງ, ສະດວກ ແລະ ມີປະສິດທິພາບ; ເພ່ີມຄວາມສາມາດໃນການເຝົ້າລະວັງຕິດຕາມ, ຊອກຄົ້ນຫາ, ໂຕ້ຕອບກໍລະນີພະຍາດລະບາດໃຫ້ໄດ້ໄວ; ເອົາໃຈໃສ່ການສ້າງ ແລະ ສ້ອມແປງໂຮງຮຽນ.

    ໃນໂອກາດດຽວກັນ, ປະທານສະພາແຫ່ງຊາດກໍໄດ້ມອບເຄື່ອງ ອຸໂພກ-ບໍລິໂພກ ແລະ ອຸປະກອນທີ່ຈຳເປັນໃຫ້ແກ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດພາຍຸໝາກເຫັບທີ່ພັດ ຖະຫລົ່ມໃນໄລຍະຜ່ານມາ ເພື່ອ ຊ່ວຍເຫລືອຟ້ືນຟູຊີວິດການເປັນຢູ່ໃຫ້ກັບຄືນສູ່ສະພາບປົກກະຕິໂດໄວ, ທັງປຸກລະດົມຈິດໃຈໃຫ້ປະຊາຊົນມີຄວາມອຸ່ນໃຈ ແລະ ມີສະຕິເຂັ້ມແຂງໃນການສ້າງສາຄອບຄົວຄືນໃໝ່. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມເຫັນໃຈ ແລະ ຢ້ຽມຢາມຖາມຂ່າວຄວາມທຸກສຸກຂອງປະຊາຊົນ ແຕ່ລະຄອບຄົວ, ທັງຍ້ອງຍໍຊົມເຊີຍຄວາມສາມັກຄີຮັກແພງຂອງອຳ ນາດການປົກຄອງ ແລະ ປະຊາຊົນ ພາຍໃນບ້ານທີ່ໄດ້ຊ່ວຍເຫລືອເບ່ິງແຍງກັນໃນຍາມເກີດເຫດສຸກເສີນ. 

             ຂ່າວ: ກິດຕາ

KPL

ຂ່າວອື່ນໆ

    • ສ້າງຄວາມເຂັ້ມແຂງດ້ານຄວາມປອດໄພທາງໄຊເບີ  ສຳລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນບົດ-ສາລະຄະດີ

      ສ້າງຄວາມເຂັ້ມແຂງດ້ານຄວາມປອດໄພທາງໄຊເບີ ສຳລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນ

      7/30/2026 10:36:34 AM

      ກະຊວງເຕັກໂນໂລຊີ ແລະ ການສື່ສານຈັດຝຶກອົບຮົມສ້າງຄວາມເຂັ້ມແຂງ ກ່ຽວກັບຄວາມປອດໄພທາງດ້ານໄຊເບີ ສໍາລັບຜູ້ວາງນະໂຍບາຍ ແລະ ພະນັກງານລັດຖະກອນ ແລະ ການເພີີ່ມຂີດຄວາມສາມາດໃຫ້ແກ່ຜູ້ປະກອບການເພດຍິງ ໂດຍຜ່ານການັນເປັນດີຈິຕອນ ໃນວັນທີ 28-31 ກໍລະກົດ 2026.

    • ປະທານຄະນະກວດກາສູນກາງພັກ ໃຫ້ທິດຊີ້ນຳຫລາຍບັນຫາສຳຄັນຕໍ່ຄະນະພັກ-ຄະນະນຳເມືອງສຳພັນບົດ-ສາລະຄະດີ

      ປະທານຄະນະກວດກາສູນກາງພັກ ໃຫ້ທິດຊີ້ນຳຫລາຍບັນຫາສຳຄັນຕໍ່ຄະນະພັກ-ຄະນະນຳເມືອງສຳພັນ

      7/30/2026 10:23:38 AM

      ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງສຳພັນ ແຂວງຫົວພັນ ໃນວັນທີ 28 ກໍລະກົດ 2026, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫລວງສູນກາງ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກ, ຄະນະນໍາພ້ອມດ້ວຍພະນັກງານຫລັກແຫລ່ງຂອງເມືອງ.

    • ຂາຍປາແຫ້ງສາມາດ ສ້າງລາຍຮັບ 200-300 ລ້ານກີບຕໍ່ບົດ-ສາລະຄະດີ

      ຂາຍປາແຫ້ງສາມາດ ສ້າງລາຍຮັບ 200-300 ລ້ານກີບຕໍ່

      7/30/2026 10:10:28 AM

      ຂປລ. ສຳລັບຫລາຍຄອບຄົວທີ່ອາໄສຢູ່ໃນເຂດໂຄງການໄຟຟ້ານ້ຳເທີນ 2, ປາຈາກອ່າງເກັບນ້ຳ ບໍ່ພຽງແຕ່ເປັນແຫລ່ງອາຫານສຳຄັນຂອງຄອບຄົວເທົ່ານັ້ນ, ແຕ່ຍັງເປັນແຫລ່ງສ້າງລາຍຮັບທີ່ຊ່ວຍເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ, ແຕ່ກ່ອນແມ່ນຫາປາມາແລ້ວ ກໍຂາຍປາສົດ.

    • ບຸນເຂົ້າພັນສາ ປະເພນີອັນດີງາມຂອງຊາວພຸດ ທີ່ສືບທອດມາແຕ່ຄັ້ງພຸດທະການບົດ-ສາລະຄະດີ

      ບຸນເຂົ້າພັນສາ ປະເພນີອັນດີງາມຂອງຊາວພຸດ ທີ່ສືບທອດມາແຕ່ຄັ້ງພຸດທະການ

      7/30/2026 10:06:41 AM

      ຂປລ. ບຸນເຂົ້າພັນສາແມ່ນປະເພນີທີ່ສຳຄັນທາງພຸດທະສາສະໜາ ແລະ ເປັນໜຶ່ງໃນຮີດ 12 ຄອງ 14 ປະເພນີລາວ ທີ່ປະຊາຊົນລາວໄດ້ສືບທອດກັນມາແຕ່ດົນນານ. ປະເພນີນີ້ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງຄວາມເລື່ອມໃສໃນພຸດທະສາສະໜາເທົ່ານັ້ນ, ແຕ່ຍັງເປັນໂອກາດໃຫ້ພະສົງສາມະເນນໄດ້ຈຳພັນສາ ເພື່ອສຶກສາພະທຳວິໄນ ແລະ ໃຫ້ພຸດທະສາສະນິກະຊົນໄດ້ສ້າງຄຸນງາມຄວາມດີຜ່ານການຮັກສາສິນ ແລະ ບຳເພັນກຸສົນ.

    • ເຄື່ອງດື່ມຊະນິດໃດ ກິນແລ້ວແກ້ອາການເມົາຄ້າງ ບົດ-ສາລະຄະດີ

      ເຄື່ອງດື່ມຊະນິດໃດ ກິນແລ້ວແກ້ອາການເມົາຄ້າງ

      7/29/2026 10:28:35 AM

      ຂປລ. ອາການເມົາຄ້າງ ເກີດຂຶ້ນຫລັງຈາກດື່ມເຄື່ອງດ່ືມແອນກໍຮໍໃນປະລິມານຫລາຍ, ເປັນອາການທີ່ຄ້າຍກັບອາການທີ່ຫາກໍ່ຟື້ນຈາກການເປັນໄຂ້ ເນື່ອງຈາກຮ່າງກາຍຂາດນໍ້າ ແລະ ສູນເສຍແຮ່ທາດທີ່ຈຳເປັນ. ທາດແອວກໍຮໍທີ່ເຮົາດື່ມເຂົ້າໄປ ເຮັດໃຫ້ຮ່າງກາຍຂັບສິ່ງເສດເຫລືອອອກມາທາງນໍ້າປັດສະວະ ພ້ອມກັບຂັບສານອາຫານທີ່ສຳຄັນຂອງຮ່າງກາຍອອກມາພ້ອມ, ການດື່ມເຄື່ອງດື່ມທີ່ເໝາະສົມຈະຊ່ວຍຟື້ນຟູຮ່າງກາຍ ແລະ ບັນ ເທົາອາການໄດ້.

ads
ads

Top