ສິງກະໂປ ຈະເປີດລະບົບບັນຊີຄຳໃນທ້າຍປີ 2026

18/06/2026 11:15
ຂປລ ທ່ານ ການ ຄີມ ຢອງ ຮອງນາຍົກລັດຖະມົນຕີ ສິງກະໂປ ກ່າວ ໃນລະຫວ່າງ ກອງປະຊຸມໂລຫະ ມີຄ່າປະຈຳພາກພື້ນ ອາຊີ-ປາຊີຟຣິກ ວ່າ: ຕະຫລາດຫລັກຊັບ ສິງກະໂປ (SGX) ຈະຈັດຕັ້ງລະບົບຊຳລະ ລາຄາ ແລະ ສົ່ງມອບຄຳ ແບບຊື້ ຂາຍຫລັກຊັບ

ຂປລ.ສຳນັກຂ່າວຊິນຮວາຂອງ ສປຈີນ: ເມື່ອບໍ່ດົນມານີ້, ທ່ານ ການ ຄີມ ຢອງ ຮອງນາຍົກລັດຖະມົນຕີ ສິງກະໂປ ກ່າວ ໃນລະຫວ່າງ ກອງປະຊຸມໂລຫະມີຄ່າ ປະຈຳພາກພື້ນ ອາຊີ-ປາຊີຟຣິກ ວ່າ:​ ຕະຫລາດຫລັກຊັບ ສິງກະໂປ (SGX) ຈະຈັດຕັ້ງລະບົບຊຳລະ ລາຄາ ແລະ ສົ່ງມອບຄຳແບບຊື້ ຂາຍຫລັກຊັບ ນອກຕະຫລາດ(OTC)ສຳລັບໂລໂຄ ສິງກະໂປ(Loco Singapore) ຫລື ຄຳຊຶ່ງຈັດເກັບໄວ້ໃນສິງກະໂປ ໃນທ້າຍປີ 2026, ເພື່ອເສີມຄວາມເຂັ້ມແຂງ ສິງກະໂປ ໃນຖານະສູນກາງ ຊື້ຂາຍຄຳລະດັບ ພາກພື້ນ.

ໂດຍຄາດວ່າ ລະບົບດັ່ງກ່າວ ຈະຊ່ວຍຍົກລະດັບ ປະສິດທິພາບຂອງ ຂະບວນການຊື້ຂາຍຄຳ ເພີ່ມຄວາມໂປ່ງໃສຂອງຕະຫລາດ ແລະ ສະໜັບສະໜູນ ການຊໍາລະລາຄາ ແລະ ສົ່ງມອບທຸລະກຳຄຳ ໃຫ້ມີຄວາມຄ່ອງຕົວ ຫລາຍຍິ່ງຂຶ້ນ, ຊຶ່ງຈະຊ່ວຍເສີມສ້າງ ຄວາມເຊື່ອໝັ້ນໃຫ້ແກ່ ຜູ້ເຂົ້າຮ່ວມຕະຫລາດ ໃນການຊື້ຂາຍຄຳ ຢູ່ສິງກະໂປ.

ລະບົບດັ່ງກ່າວນີ້ ຈະຮອງຮັບ ທັງຄຳແທ່ງຂະໜາດໃຫຍ່ ແລະ ຄຳແທ່ງຂະໜາດ ກິໂລກຣາມ ພ້ອມທັງອຳນວຍການ ຊຳລະທຸລະກຳຕາມ ມາດຕະຖານ ໃນໄລຍະເວລາ ການຊື້ຂາຍ ຂອງຕະຫລາດ ອາຊີ. ຄາດວ່າ ການຊື້ຂາຍລະຫວ່າງ ທະນາຄານ ຈະເລີ່ມ ຂະຫຍາຍຕົວ ຕັ້ງແຕ່ປີ 2027 ເປັນຕົ້ນໄປ ແລະ ທະນາຄານການຄ້າຄຳ 6 ແຫ່ງໄດ້ແກ່: ດີບີເອສ(DBS); ເດີອດເຊີແບງ(Deutsche Bank); ໄອຊີບີຊີ ສະແຕນດາຣດ ແບງ(ICBC Standard Bank); ເຈ ພີ ມໍຣແກນ(J.P. Morgan); ໂອຊີບີຊີ(OCBC) ແລະ ຢູໂອບີ(UOB). ພາກສ່ວນ ກ່ຽວຂ້ອງ ພວມກຽມລົງນາມ ບົດບັນທຶກຄວາມເຂົ້າໃຈ ກັບຕະຫລາດຫລັກຊັບ ສິງກະໂປ ເພື່ອເຂົ້າຮ່ວມເປັນສະມາຊີກ ຂອງລະບົບຊຳລະ ລາຄາ ແລະ ສົ່ງມອບຄຳ./

KPL

ຂ່າວອື່ນໆ

ads
ads

Top