ຈຳປາສັກ ຈັດກິດຈະກຳຍ່າງເພື່ອສຸຂະພາບ ສະຫລອງວັນສາທາລະນະສຸກລາວ ຄົບຮອບ 61 ປີ

18/06/2026 01:26
Email Print 110
ຂປລ ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ພະແນກສາ ທາລະນະສຸກ ແຂວງຈຳປາສັກ ຈັດ ກິດຈະກຳຍ່າງເພື່ອສຸຂະພາບຢ່າງ ຟົດຟື້ນ ໃນວັນທີ 15 ມິຖຸນາ 2026 ທີ່ນະຄອນປາກເຊ

 ເພື່ອຮ່ວມຂ່ຳນັບ ຊົມເຊີຍ ແລະ ສະເຫລີມສະຫລອງ ວັນສາທາລະນະສຸກລາວ ຄົບຮອບ 61 ປີ (18 ມິຖຸນາ 1965-18 ມິຖຸນາ 2026) ແລະ ວັນສຳຄັນ ຕ່າງໆຂອງຊາດ-ຂອງພັກ ທີ່ຈະ ມາເຖິງນີ້ ໂດຍມີ ທ່ານ ສຸກສະຫວັນ ວິໄລວົງ ປະທານຄະນະກຳມະການ ປົກຄອງ ແຂວງຈຳປາສັກ, ທ່ານ ນັນທະສານ ວັນນະວົງ ຫົວໜ້າ ພະແນກສາທາລະນະສຸກແຂວງ ພ້ອມດ້ວຍກອງບັນຊາການ ປກຊ- ປກສ ແຂວງ, ພະນັກງານ-ລັດຖະກອນ, ແພດໝໍ ແລະ ມວນຊົນ ເຂົ້າຮ່ວມ.

ຈຸດປະສົງຂອງການຈັດກິດຈະ ກຳຄ້ັງນ້ີ ກໍເພ່ືອເຮັດໃຫ້ພົນລະເມືອງ ລາວບັນດາເຜົ່າທຸກຊັ້ນຄົນໃນສັງ ຄົມ ໂດຍສະເພາະຖັນແຖວແພດໝໍ  ແລະ ພະນັກງານສາທາລະນະສຸກ ທົ່ວແຂວງ ໄດ້ຮັບຮູ້ ແລະ ເຫັນໄດ້ ເຖິງຄວາມເຕີບໃຫຍ່ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ ຂອງວຽກງານ ສາທາລະນະສຸກ ໃນແຕ່ລະໄລຍະ ແລະ ເພື່ອຈາລຶກຄຸນງາມຄວາມດີ ຂອງແພດໝໍຮຸ່ນກ່ອນ ທີ່ໄດ້ເສຍ ສະລະ ແລະ ປະກອບສ່ວນເຂົ້າໃນ ການຮັກສາສຸຂະພາບ ຂອງກອງທັບ ແລະ ປະຊາຊົນ ໃນໄລຍະຕໍ່ສູ້ກູ້ຊາດ  ກໍຄືໄລຍະປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດໃນປັດຈຸບັນ.

ການຈັດກິດຈະກຳຄັ້ງນີ້, ຍັງ ເປັນການປູກຈິດສຳນຶກ ໃຫ້ແກ່ ແພດໝໍຮຸ່ນສືບທອດໄດ້ຮ່ຳຮຽນ ເອົາແບບຢ່າງອັນດີງາມ, ຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນ ແພດໝໍທີ່ມີຄຸນສົມບັດ, ມີຈັນຍາບັນ ໃນວິຊາຊີບ ແລະ ຄວາມຊຳນານ ງານ ສົມກຽດສັກສີເປັນ ‘ນັກຮົບ ເສື້ອຂາວ’ ປະຕິວັດຂອງພັກ ພ້ອມ ທັງເຊີດຊູຖານະບົດບາດຂອງ ແພດໝໍລາວຕໍ່ສັງຄົມ ພ້ອມທັງ ແນໃສ່ສົ່ງເສີມໃຫ້ບຸກຄະລາກອນ ສາທາລະນະສຸກ ແລະ ປະຊາຊົນ ທົ່ວໄປຫັນມາເອົາໃຈໃສ່ອອກກຳ ລັງກາຍ ເພາະການຍ່າງເປັນວິທີ ການທີ່ງ່າຍ, ປອດໄພ ແລະ ໃຫ້ຜົນ ດີຕໍ່ສຸຂະພາບ, ທັງເປັນການສ້າງ ຄວາມສາມັກຄີອັນແໜ້ນແຟ້ນ ແລະ  ການພົວພັນຮ່ວມມື ລະຫວ່າງພະ ນັກງານສາທາລະນະສຸກດ້ວຍກັນ ຕື່ມອີກ.   

ຂ່າວ-ພາບ: ຈັນທະວີສັກ

KPL

ຂ່າວອື່ນໆ

    • ຕ້ອງສ້າງຕາແສງໃຫ້ກາຍເປັນໂຕແບບ ແລະ ພັດທະນາການຜະລິດບົດ-ສາລະຄະດີ

      ຕ້ອງສ້າງຕາແສງໃຫ້ກາຍເປັນໂຕແບບ ແລະ ພັດທະນາການຜະລິດ

      6/17/2026 3:55:37 PM

      ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ໃນໂອກາດທ່ ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາ ປະຊາຊົນ ແຂວງຄໍາມ່ວນ, ພ້ອມ ດ້ວຍພະແນກການຂອງແຂວງ ລົງ ເຄື່ອນໄຫວຊຸກຍູ້ ແລະ ຕິດຕາມ ວຽກງານຢູ່ເມືອງເຊບັ້ງໄຟ

    • ບັນແສ່ວແຊບ ນາງ ນ້ອຍວັດໄຕ ກໍາລັງໄດ້ຮັບຄວາມສົນໃຈຈາກສັງຄົມບົດ-ສາລະຄະດີ

      ບັນແສ່ວແຊບ ນາງ ນ້ອຍວັດໄຕ ກໍາລັງໄດ້ຮັບຄວາມສົນໃຈຈາກສັງຄົມ

      6/17/2026 10:29:10 AM

      ຂປລ. ຖືວ່າກໍາລັງ​​ເປັນກະ​ແສ ​ໃນ​​ສັງຄົມ​ອອນ​ລາຍ​ເລີຍກໍວ່າໄດ້ ສໍາລັບ ຮ້ານ ນາງ ນ້ອຍ ບັນ​ແສ່ວແຊບວັດໄຕ ແລະ ເຂົ້າໜົມຄົກ​ໄສ້ເຄັມ ​ດ້ວຍ​ລົດ​ຊາດທີ່​​ແຊບ​ຊ້ອຍ, ຫ​ອມມັນກະທິ ​ແລະ ​ແຜ່ນ​ແປ້ງກອບບໍ່ອົມນ້ຳມັນ ​ຖືກ​ໃຈ​ຜູ້​ບໍລິ​ໂພ​ກ​ ສາມາດດຶງດູດລູກຄ້າຈຳນວນຫລາຍຫລັ່ງໄຫລເຂົ້າມາບໍ່ຂາດສາຍ

    • ວຽກງານສາທາລະນະສຸກ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງບົດ-ສາລະຄະດີ

      ວຽກງານສາທາລະນະສຸກ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ

      6/17/2026 10:17:57 AM

      ຂປລ. ວັນສາທາລະນະສຸກລາວ ກໍແມ່ນວັນໜຶ່ງທີ່ມີຄວາມໝາຍສຳຄັນ ເພື່ອລະນຶກເຖິງການກຳເນີດ, ການເຕີບໃຫຍ່ຂະ ຫຍາຍຕົວຂອງວຽກງານຮັກສາສຸຂະພາບຂອງພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ການພັດທະນາບຸກຄະລາກອນສາທາລະນະສຸກ

    • ນ້ຳຕົກຕາດແກ້ງຍຸ້ຍ  ຍັງລໍຄອຍທ່ານໄປສຳຜັດບົດ-ສາລະຄະດີ

      ນ້ຳຕົກຕາດແກ້ງຍຸ້ຍ ຍັງລໍຄອຍທ່ານໄປສຳຜັດ

      6/17/2026 10:14:37 AM

      ຂປລ. ນ້ຳຕົກຕາດແກ້ງຍຸ້ຍ ເປັນອີກໜຶ່ງນ້ຳຕົກຕາດທີ່ມີຄວາມສວຍງາມ ແລະ ທີ່ກຳລັງໄດ້ຮັບຄວາມນິຍົມຫລາຍຈາກນັກທ່ອງທ່ອງທັງພາຍໃນ ແລະ ຕ່າງປະເທດ ເຊິ່ງເປັນອີກນ້ຳຕົກຕາດທີ່ສ້າງຊື່ສຽງໂດ່ງດັ່ງໃຫ້ກັບເມືອງວັງວຽງ ທີ່ສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມເປັນຈຳນວນຫລວງຫລາຍໃນແຕ່ລະອາທິດ.

    • ການຕັດສິນໃຈຢ່າງກ້າຫານ ທີ່ຈະກ້າວອອກຈາກຄວາມຮຸນແຮງບົດ-ສາລະຄະດີ

      ການຕັດສິນໃຈຢ່າງກ້າຫານ ທີ່ຈະກ້າວອອກຈາກຄວາມຮຸນແຮງ

      6/17/2026 10:03:39 AM

      ຂປລ. ສໍາລັບຫລາຍຄົນ, ຄວາມຮຸນແຮງບໍ່ພຽງແຕ່ແມ່ນທາງຮ່າງກາຍເທົ່ານັ້ນ, ມັນແມ່ນການແບກຫາບພາລະປະຈໍາວັນ ຈາກການຖືກຄວບຄຸມ, ຖືກຮ້ອງໃສ່, ຖືກດູຖູກ, ຖືກແຍກໃຫ້ຢູ່ໂດດດ່ຽວ ຫລື ຖືກເຮັດໃຫ້ຮູ້ສຶກອ່ອນກໍາລັງ ພາຍໃນເຮືອນຂອງຕົນເອງ. ມັນແມ່ນຄວາມເຊື່ອທີ່ວ່າ ຜູ້ຍິງຄວນເຮັດວຽກເຮືອນ, ຢູ່ຢ່າງງຽບໆ, ລ້ຽງລູກ ແລະ ຍອມຮັບສິ່ງທີ່ເກີດຂຶ້ນກັບຕົນເອງ.

ads
ads

Top