ຂປລ
ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ໃນໂອກາດທ່ ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ, ປະທານສະພາ ປະຊາຊົນ ແຂວງຄໍາມ່ວນ, ພ້ອມ ດ້ວຍພະແນກການຂອງແຂວງ ລົງ ເຄື່ອນໄຫວຊຸກຍູ້ ແລະ ຕິດຕາມ ວຽກງານຢູ່ເມືອງເຊບັ້ງໄຟ
ໃນວັນທີ 11 ມິຖຸນາ 2026 ຊຶ່ງໄດ້ຊີ້ນໍາໃຫ້ ການນໍາເມືອງ ແລະ ຕາແສງ ສືບ ຕໍ່ນໍາພາ-ຊີ້ນໍາ ສ້າງຕາແສງໃຫ້ ກາຍເປັນຕາແສງຕົວແບບ ເພື່ອໃຫ້ ບັນດາຕາແສງອື່ນໄດ້ມາຖອດຖອນ ບົດຮຽນ ໂດຍສະເພາະ ຕາແສງ ແສນຄໍາສົມ, ພ້ອມທັງເນັ້ນໜັກ ໃຫ້ ສ້າງສູນກາງຈັດກິດຈະກໍາຂອງປະ ຊາຊົນ, ຈັດຕັ້ງຕະຫລາດນັດປະຈໍາອາທິດ, ສົ່ງເສີມກິດຈະກໍາກິລາ ແລະ ສິລະປະ-ວັດທະນະທໍາ ແລະ ອື່ນໆ ທີ່ເປັນປະໂຫຍດ ເພື່ອສ້າງ ຄວາມສາມັກຄີ ແລະ ຄວາມເຂ້ັມ ແຂງໃນຊຸມຊົນ.
ພ້ອມທັງຮຽກຮ້ອງໃຫ້ປະຊາຊົນ ສືບຕ່ໍຮັກສາມູນເຊ້ືອຄວາມດຸໝ່ັນ ຂະຫຍັນພຽນໃນການຜະລິດ, ພັດ ທະນາການປູກເຂົ້າ, ພືດຜັກ, ໄມ້ ກິນໝາກ ແລະ ການລ້ຽງສັດ ໃຫ້ ກາຍເປັນສິນຄ້າ ເພື່ອຍົກລະດັບ ລາຍຮັບ ແລະ ຄຸນນະພາບຊີວິດ ຂອງຄອບຄົວ. ພ້ອມນີ້, ຍັງມອບ ເງິນຈໍານວນໜຶ່ງ ແລະ ປຸ໋ຍຊີວະພາບ 10 ໂຕນ ໃຫ້ແກ່ກະສິກອນ 3 ບ້ານ ຄື : ບ້ານສົ້ມ, ບ້ານຍາງໃຫຍ່ ແລະ ບ້ານດົງໝາກບ້າ ເພື່ອນໍາໄປໃຊ້ໃນການຜະລິດ.
ຕາແສງແສນຄໍາສົມ ຢູ່ບ້ານຍາງ ໃຫຍ່, ຫ່າງຈາກສໍານັກງານເມືອງ ເຊບັ້ງໄຟ 23 ກິໂລແມັດ, ມີ 14 ບ້ານ ຂຶ້ນກັບ, ມີພົນລະເມືອງ 10.643 ຄົນ, ຍິງ 4.962 ຄົນ, ມີຫລາຍກວ່າ 2.000 ຄອບຄົວ. ພາຍໃນຕາແສງ ມີໂຮງຮຽນມັດທະຍົມສົມບູນ 2 ແຫ່ງ, ໂຮງຮຽນປະຖົມ 11 ແຫ່ງ ແລະ ສຸກສາລາ 3 ແຫ່ງ. ໃນການ ລົງຊຸກຍູ້ຄັ້ງນີ້, ຄະນະໄດ້ມອບຄອມ ພິວເຕີ 2 ຊຸດ ພ້ອມເງິນສົດ 20 ລ້ານ ກີບ ເພື່ອນໍາໃຊ້ເຂົ້າໃນວຽກງານ ບໍລິຫານຂອງຕາແສງ.
ຄະນະດ່ັງກ່າວ ຍັງໄດ້ລົງຢ້ຽມ ຢາມຄອບຄົວຕົວແບບດ້ານການ ປູກເຫັດ ແລະ ພົບປະປະຊາຊົນບ້ານສົ້ມ ເພື່ອຮັບຟັງສະພາບຂອງ ບ້ານ, ດ້ານວຽກງານເສດຖະກິດ, ກະສິກໍາ ແລະ ຄວາມຕ້ອງການ ຂອງປະຊາຊົນ. ໃນການພົບປະ, ຕາງໜ້າການຈັດຕັ້ງຕາແສງ ແລະ ບ້ານສົ້ມ ໄດ້ສະເໜີຕໍ່ການນໍາແຂວງ ໃຫ້ພິຈາລະນາຊ່ວຍເຫລືອການ ສ້າງຫ້ອງການຕາແສງ, ຫໍພັກ ພະນັກງານ, ການກໍ່ສ້າງເສັ້ນທາງ ປູຢາງຈາກທາງເລກ 13 ເຂ້ົາຫາ ບ້ານ, ການຂະຫຍາຍຕາຂ່າຍໄຟຟ້າ ແລະ ການສ້າງຄອງສົ່ງນໍ້າເພື່ອ ຮັບໃຊ້ການຜະລິດກະສິກໍາໃນລະດູ ແລ້ງ.
ພ້ອມນີ້, ຄະນະຍັງສືບຕໍ່ລົງກວດ ກາໂຄງການຈົກໜອງບົວ ຢູ່ບ້ານ ດົງໝາກບ້າ ແລະ ປະຕູເປີດນໍ້າ ຫ້ວຍສາຍພາຍ. ໂຄງການດັ່ງກ່າວ ມີເນື້ອທີ່ 25 ເຮັກຕາ ເລີ່ມດໍາເນີນ ການກໍ່ສ້າງແຕ່ຕົ້ນປີ 2026, ປັດ ຈຸບັນສໍາເລັດແລ້ວປະມານ 90%. ຄາດວ່າຈະສໍາເລັດພາຍໃນເດືອນ ກໍລະກົດ 2026. ເມື່ອໂຄງການສໍາ ເລັດ ຈະສາມາດສະໜອງນໍ້າໃຫ້ແກ່ ການຜະລິດລະດູແລ້ງໄດ້ປະມານ 85 ເຮັກຕາຕໍ່ປີ, ຊ່ວຍສ້າງເງື່ອນໄຂ ໃຫ້ປະຊາຊົນຂະຫຍາຍການຜະລິດ ແລະ ຍົກສູງລາຍຮັບໃນອະນາຄົດ.
ຂ່າວ: ມະນີວັນ
KPL