ຂປລ
ລັດຖະບານ ອິນເດຍ ປະກາດຂຶ້ນພາສີ ສຳພະມິດສຳລັບການສົ່ງອອກນໍ້າມັນກະຊວນ ແລະ ນໍ້າມັນເຊື້ອໄຟເຮືອບິນ, ໂດຍມີຜົນບັງຄັບໃຊ້ ຕັ້ງແຕ່ວັນທີ 16 ມິຖຸນາ ເປັນຕົ້ນໄປ.
ຂປລ.ສຳນັກຂ່າວຊິນຮວາ ລາຍງານວ່າ: ລັດຖະບານ ອິນເດຍ ປະກາດຂຶ້ນພາສີ ສຳພະມິດສຳລັບການສົ່ງອອກນໍ້າມັນກະຊວນ ແລະ ນໍ້າມັນເຊື້ອໄຟເຮືອບິນ, ໂດຍມີຜົນບັງຄັບໃຊ້ ຕັ້ງແຕ່ວັນທີ 16 ມິຖຸນາ ເປັນຕົ້ນໄປ.
ຕາມການປະກາດ ຢ່າງເປັນທາງການ, ກົມສຳພະກອນ ໃນສັງກັດກະຊວງ ການເງິນຂອງ ລັດຖະບານງກາງ ອິນເດຍ ໄດ້ປັບເພີ່ມພາສີ ສົ່ງອອກນໍ້າມັນ ກະຊວນຂຶ້ນເປັນ 14 ຣູປີຕໍ່ລິດ ຈາກເດີມ 13,5 ຣູປີຕໍ່ລິດ ແລະ ປັບເພີ່ມພາສີສົ່ງອອກນໍ້າມັນ ເຊື້ອໄຟເຮືອບິນ ຂຶ້ນເປັນ 12,5 ຣູປີຕໍ່ ລິດ.ການເຄື່ອນໄຫວດັ່ງກ່າວ ເປັນມາດຕະການ ເພື່ອສ້າງຫລັກປະກັນວ່າ ຈະມີຜະລິດຕະພັນ ປິໂຕຣລ່ຽມພຽງພໍສຳລັບ ການໃຊ້ພາຍໃນປະເທດ. ສ່ວນພາສີສຳພະມິດ ສຳລັບການສົ່ງອອກ ນໍ້າມັນແອັດຊັງນັ້ນ ຍັງບໍ່ມີການປ່ຽນແປງ./
KPL