ຈີນ ຕັ້ງເປົ້າໝາຍ 3 ປີປະຢັດພະລັງງານ-ຫລຸດການປ່ອຍກາກບອນໃນອຸດສາຫະກຳ

18/06/2026 11:15
ຂປລ ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດ ຈີນ ແລະ ໜ່ວຍງານ ອົງການພາກລັດອີກຫລາຍແຫ່ງ ອອກແຜນປະຕິບັດການ ໃນໄລຍະ 3 ປີ ໂດຍເລີ່ມ ແຕ່ປີ 2026 ເປັນຕົ້ນໄປ

ຂປລ.ສຳນັກຂ່າວຊິນຮວາສປຈີນ, ເມື່ອບໍ່ດົນມານີ້, ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດ ຈີນ ແລະ ໜ່ວຍງານ ອົງການພາກລັດອີກຫລາຍແຫ່ງ ອອກແຜນປະຕິບັດການ ໃນໄລຍະ 3 ປີ ໂດຍເລີ່ມ ແຕ່ປີ 2026 ເປັນຕົ້ນໄປ , ເພື່ອເລັ່ງການປະຢັດພະລັງງານ  ແລະ ຍົກລະດັບຫລຸດຜ່ອນ ການປ່ອຍແກັສກາກບອນ ໃນອຸດສາຫະກຳສຳຄັນ, ໂດຍເນັ້ນໜັກໃສ່ 9 ອຸດສາ ຫະກຳ ທີ່ມີການໃຊ້ພະລັງງານ ແລະ ປ່ອຍກາກບອນສູງ, ລວມເຖິງອຸດສາຫະກຳເຫລັກ, ອາລູມິນຽມເອເລັກໂຕຣນິກ, ຊີເມນ, ແວ່ນແຜ່ນລຽບ, ການກັ່ນນໍ້າມັນ, ເອທິລິນ, ແອມໂມເນຍສັງເຄາະ, ເມທານໍລ ແລະ ການຜະລິດໄຟຟ້າ ຈາກຖ່ານຫີນ.

ຈີນຈະປັບປຸງ ການປະຢັດພະລັງງານ ດັ່ງກ່າວນີ້ ໂດຍມີເປົ້າໝາຍ ເພີ່ມປະສິດທິພາບ ດ້ານພະລັງງານ ແລະ ຫລຸດຜ່ອນ ການປ່ອຍກາກບອນ ຂອງອົງກອນ, ສົ່ງເສີມການພັດທະນາ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະຫລຸດການ ປ່ອຍກາກບອນ ຂອງອຸດສາຫະກຳເຫລົ່ານີ້, ພ້ອມກັນນັ້ນ ຍັງກຳນົດເປົ້າໝາຍຫລັກ ໄປຈົນເຖິງປີ 2028, ໂດຍໃຫ້ລາຍລະອຽດ ກ່ຽວກັບພາລະກິດ ການປັບປຸງສະເພາະ ສຳລັບແຕ່ລະພາກສ່ວນ ແລະ ເນັ້ນໜັກເຖິງ ການສະໜັບສະໜູນ ຜ່ານມາດຕະການ ດ້ານບ້ວງເງິນ ການລົງທຶນ , ກົນໄກລາຄາ, ສິດທິປະໂຫຍດ ເຊິງນະໂຍບາຍແລະ ການກຳກັບດູແລ ຕາມມາດຕະຖານ ທີ່ກ່ຽວຂ້ອງ./

 

KPL

ຂ່າວອື່ນໆ

ads
ads

Top