ຂປລ
ກອງທຶນລົງທຶນ ເອກະຊົນ ທີ່ມີມູນຄ່າ 300 ຕື້ໂດລາສະຫະລັດ ແນໃສ່ຊຸກຍູ້ການລົງທຶນເຂົ້າ ອີຣານ ພວມໄດ້ຮັບການສ້າງຂຶ້ນ ຄືດັ່ງສ່ວນໜຶ່ງໃນຂອບເຂດຂໍ້ຕົກລົງລະຫວ່າງ ສ.ອາເມລິກາ ແລະ ອີຣານ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ກອງທຶນລົງທຶນ ເອກະຊົນ ທີ່ມີມູນຄ່າ 300 ຕື້ໂດລາສະຫະລັດ ແນໃສ່ຊຸກຍູ້ການລົງທຶນເຂົ້າ ອີຣານ ພວມໄດ້ຮັບການສ້າງຂຶ້ນ ຄືດັ່ງສ່ວນໜຶ່ງໃນຂອບເຂດຂໍ້ຕົກລົງລະຫວ່າງ ສ.ອາເມລິກາ ແລະ ອີຣານ. ກອງທຶນທີ່ມີຊື່ວ່າ ກອງທຶນສ້າງສາຄືນໃໝ່ ແລະ ພັດທະນາ ໄດ້ຮັບການສ້າງຕັ້ງຂຶ້ນ ຈາກແຫລ່ງທຶນຂອງບັນດາວິສາຫະກິດ ແລະ ອົງການການເງິນທີ່ມາຈາກ ສ.ອາເມລິກາ, ບັນດາເຂດອ່າວ, ອາຊີ, ອາເມລິກາໃຕ້ ແລະ ອາຟະລິກາ.ຄາດວ່າ ບັນດາບ້ວງເງິນລົງທຶນ ຈະສຸມໃສ່ບັນດາຂົງເຂດພະລັງງານ, ຄົມມະນາຄົມຂົນສົ່ງ, ໂລຊີສຕິກ(logistics) ແລະ ການຜະລິດ. ກອງທຶນດັ່ງກ່າວ ໄດ້ຮັບການອອກແບບ ແນໃສ່ສ້າງກຳລັງໜູນ ດ້ານເສດຖະກິດໃຫ້ແກ່ທັງ ວໍຊິງຕັນ ແລະ ເຕເຮຣານ ໃນວິວັດທະນາການເຈລະຈາ ຂໍ້ຕົກລົງທີ່ຮອບດ້ານກວ່າ ໃນໄລຍະຈະມາເຖິງ. ກ່ອນໜ້ານັ້ນ, ບັນດາເຈົ້າໜ້າທີ່ ສ.ອາເມລິກາ ແລະ ອີຣານ ຢັ້ງຢືນວ່າ ສອງຝ່າຍບັນລຸໄດ້ຂອບຂໍ້ຕົກລົງ ແນໃສ່ຢຸດຕິການປະທະກັນທີ່ແກ່ຍາວເກືອບ 4 ເດືອນຜ່ານມາ, ເປີດຊ່ອງແຄບທະເລ ຮໍມຸສ(Hormuz) ຄືນໃໝ່ ແລະ ຍົກເລີກການປິດລ້ອມບັນດາການເຄື່ອນໄຫວສົ່ງອອກຂອງ ອີຣານ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL