ຂປລ
ສປ ຈີນ ພວມເລັ່ງລັດກຽມ ຈັດຕັ້ງອົງການ ຮ່ວມມື ດ້ານປັນຍາປະດິດໂລກ ແລະ ຍິນດີຕ້ອນຮັບ ທຸກຝ່າຍເຂົ້າຮ່ວມ.
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຫ້ອງການຖະແຫລງຂ່າວ ຂອງລັດຖະບານຈີນ ໄດ້ຈັດກອງປະຊຸມຂ່າວ ໃນວັນທີ 17 ມິຖຸນານີ້ ໂດຍໄດ້ແຈ້ງໃຫ້ຮູ້ວ່າ: ສປ ຈີນ ພວມເລັ່ງລັດກຽມ ຈັດຕັ້ງອົງການ ຮ່ວມມື ດ້ານປັນຍາປະດິດໂລກ ແລະ ຍິນດີຕ້ອນຮັບ ທຸກຝ່າຍເຂົ້າຮ່ວມ. ສປ ຈີນ ຈະຈັດກອງປະຊຸມ ປັນຍາປະດິດໂລກ 2026 ຢູ່ນະຄອນຊຽງໄຮ້ ໃນເດືອນກໍລະກົດປີນີ້ ແລະ ຫວັງຖື ເອົາກອງປະຊຸມ ຄັ້ງນີ້ ເປັນໂອກາດ ໃນການເພີ່ມທະວີ ການຮ່ວມມື ດ້ານປັນຍາປະດິດ ສາກົນກັບ ທຸກຝ່າຍຕື່ມອີກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL