ຂປລ
ທ່ານ ເຮີລີ້ເຟີ່ງ ກຳມະການກົມການເມືອງ ສູນກາງພັກກອມມູນິດຈີນ ຮອງນາຍົກລັດຖະມົນຕີຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສຕໍ່ ພິທີໄຂກອງປະຊຸມ ເວທີປຶກສາຫາລືລູ້ເຈ່ຍຈູຍ 2026 ທີ່ຈັດຂຶ້ນ ຢູ່ນະຄອນຊຽງໄຮ້ ຂອງ ສປ ຈີນ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 17 ມິຖຸນານີ້, ທ່ານ ເຮີລີ້ເຟີ່ງ ກຳມະການກົມການເມືອງ ສູນກາງພັກກອມມູນິດຈີນ ຮອງນາຍົກລັດຖະມົນຕີຈີນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳປາໄສຕໍ່ ພິທີໄຂກອງປະຊຸມ ເວທີປຶກສາຫາລືລູ້ເຈ່ຍຈູຍ 2026 ທີ່ຈັດຂຶ້ນ ຢູ່ນະຄອນຊຽງໄຮ້ ຂອງ ສປ ຈີນ. ທ່ານ ເຮີລີ້ເຟີ່ງຊີ້ ອອກວ່າ: ສະພາບການປ່ຽນແປງຂອງໂລກ ໃນຮອບຮ້ອຍປີ ພວມຜົນແປ ຂະ ຫຍາຍຕົວ ຢ່າງວ່ອງໄວ ເຊິ່ງກາຍເປັນສິ່ງທ້າທາຍ ຕໍ່ການພັດທະນາ ເສດຖະກິດ ແລະ ລະບົບການເງິນຂອງໂລກ.ສປ ຈີນ ຈະຍຶດໝັ້ນໃນເສັ້ນທາງ ການພັດທະນາການເງິນ ທີ່ມີສີສັນພິເສດ ຂອງຕົນຢ່າງ ບໍ່ປ່ຽນແປງ, ເພື່ອສະໜັບສະໜູນ ການພັດທະນາ ເສດຖະກິດ ທີ່ມີຄຸນນະພາບສູງ, ເພີ່ມສະຖຽນລະພາບ ໃຫ້ແກ່ເສດຖະກິດໂລກ.ສປ ຈີນ ຈະສືບຕໍ່ເປີດກວ້າງ ການເປີດປະຕູ ສູ່ພາຍ ນອກ ທີ່ທາງລະບຽບ ການໃນຂົງເຂດ ການເງິນຢ່າງໝັ້ນຄົງ, ຍິນດີຕ້ອນຮັບ ສະຖາບັນການເງິນທົ່ວໂລກ ເຂົ້າມາເຮັດທຸລະກິດໃນຕະຫລາດຂອງ ສປ ຈີນ ຢ່າງເລິກເຊິ່ງ ແລະ ຮ່ວມກັນຊົມໃຊ້ໂອກາດການ ພັດທະນາຂອງ ສປ ຈີນ. ທ່ານ ເຮີລີ້ເຟີ່ງ ກ່າວຕື່ມວ່າ: ສປ ຈີນ ຈະສະໜັບສະໜູນນະຄອນຊຽງໄຮ້ ນຳໜ້າໝູ່ໃນການທົດລອງ ພັດທະນາການເງິນ ນອກຝັ່ງ,ເຮັດໃຫ້ການຄ້າ ແລະ ການລົງທຶນຂ້າມ ຊາດ ມີຄວາມສະດວກຍິ່ງຂຶ້ນ.ສປ ຈີນ ຍິນດີຮ່ວມກັບທຸກຝ່າຍ ເພີ່ມທະວີການຮ່ວມມື ໃນດ້ານການບໍລິຫານການເງິນທົ່ວໂລກ, ເກາະແຂນກັນຮັບມືກັບ ຄວາມສ່ຽງ ແລະ ສິ່ງທ້າທາຍຕ່າງໆ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL