ໂຄງການອາຫານໂລກ ໄດ້ຮັບເງິນບໍລິຈາກ 800 ລ້ານໂດລາສະຫະລັດຈາກ ສ.ອາເມລິກາ

18/06/2026 06:13
ຂປລ ຄງການອາຫານໂລກ ຂອງສະຫະ ປະຊາຊາດ (WFP) ລະບຸວ່າ: ໜ່ວຍງານ ຍິນດີຕ້ອນຮັບ ເງິນບໍລິຈາກ 800 ລ້ານໂດລາສະຫະລັດ ຈາກ ສ.ອາ ເມລິກາ ຫລັງຈາກ ທ່ານ ໂດນັນ ທຣຳ ໄດ້ຕັດງົບປະມານ ກ່ອນໜ້ານີ້.

ຂປລ.ສຳນັກຂ່າວຣອຍເຕີ, ວັນທີ17ມິຖຸນານີ້, ໂຄງການອາຫານໂລກ ຂອງສະຫະ ປະຊາຊາດ (WFP) ລະບຸວ່າ: ໜ່ວຍງານ ຍິນດີຕ້ອນຮັບ ເງິນບໍລິຈາກ 800 ລ້ານໂດລາສະຫະລັດ ຈາກ ສ.ອາ ເມລິກາ ຫລັງຈາກ ທ່ານ ໂດນັນ ທຣຳ ໄດ້ຕັດງົບປະມານ ກ່ອນໜ້ານີ້.ໂຄງການການເງິນໂລກ (WFP) ລະບຸວ່າ ທຶນຊ່ວຍເຫລືອດັ່ງກ່າວ ຈະຊ່ວຍເສີມຂະຫຍາຍ ຄວາມສາມາດ ໃນການຊ່ວຍ ເຫລືອ ແລະ ການຕອບ ສະໜອງ ຢ່າງວ່ອງໄວ ຕໍ່ວິກິດການທີ່ກຳລັງຈະມາເຖິງ ໃນເວລາທີ່ຄວາມອຶດຫິວທົ່ວໂລກ ຢູ່ໃນລະດັບສູງສຸດ ເປັນປະຫວັດສາດ ແລະ ຈຳນວນຄົນທີ່ຜະເຊີນກັບ ຄວາມອຶດຫິວ ຮຸນແຮງ ຄາດວ່າ ຈະເພີ່ມຂຶ້ນໃນປີນີ້. ສ.ອາເມລິກາ ແມ່ນຜູ້ໃຫ້ທຶນໃຫຍ່ທີ່ສຸດ ແກ່ WFP, ແຕ່ການຊ່ວຍເຫລືອ ຂອງລັດຖະບານ ຈາກວໍຊິງຕັນຄາດວ່າ ຈະຫລຸດລົງ ຫລາຍກວ່າເຄິ່ງໜຶ່ງຈາກປີ 2024, ມາເປັນ ປະມານ 2 ຕື້ໂດລາໃນປີ 2025. ເງິນທຶນໃໝ່ນີ້ ຈະຊ່ວຍໃຫ້ອົງການຕ່າງໆ ສາມາດຈັດແຈງ ການສະໜອງ ອາຫານລ່ວງໜ້າ, ຂະຫຍາຍໂຄງການຊ່ວຍເຫລືອ ທາງ ດ້ານການເງິນ, ແລະ ຮັກສາລະບົບການສະໜອງ ໃນເຂດທີ່ໄດ້ຮັບຜົນກະທົບ ຈາກວິກິດການເຊັ່ນ: ລີບັງ, ເຮຕິແລະ ກົງໂກ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top