ກອງປະຊຸມສຸດຍອດ ອາຊຽນ-ລັດເຊຍ ປີ 2026

18/06/2026 06:14
ຂປລ ກອງ​ປະ​ຊຸມ​ ສຸດຍອດ ອ​າ​ຊຽນ - ລັດ​ເຊຍ ປີ​ 2026 ຖືກ​ໄຂ​ຂຶ້ນ​ ຢ່າງ​ເປັນ​ທາງ​ການ​ ໃນ​ວັນ​ທີ 17 ມິ​ຖຸ​ນາ ຢູ່​ນະ​ຄອນ ຄາ ຊານ (Kazan)ຂອງ ລັດ​ເຊຍ, ສ້າງ​ຂີດ​ໝາຍ ການ​ພົວ​ພັນ​ ຄູ່​ຮ່ວມ​ມື ​ຍຸດ​ທະ​ສາດ​ ຮອບ​ດ້ານ​ ລະ​ຫວ່າງ ອາ​ຊຽນ ແລະ ລັດ​ເຊຍ ຄົບ​ຮອບ 35 ປີ (1991–2026).

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,  ກອງ​ປະ​ຊຸມ​ ສຸດຍອດ ອ​າ​ຊຽນ - ລັດ​ເຊຍ ປີ​ 2026 ຖືກ​ໄຂ​ຂຶ້ນ​ ຢ່າງ​ເປັນ​ທາງ​ການ​ ໃນ​ວັນ​ທີ 17 ມິ​ຖຸ​ນາ ຢູ່​ນະ​ຄອນຄາຊານ(Kazan)ຂອງ ລັດ​ເຊຍ, ສ້າງ​ຂີດ​ໝາຍ ການ​ພົວ​ພັນ​ຄູ່​ຮ່ວມ​ມື ​ຍຸດ​ທະ​ສາດ​ ຮອບ​ດ້ານ​ ລະ​ຫວ່າງ ອາ​ຊຽນ ແລະ ລັດ​ເຊຍ ຄົບ​ຮອບ 35 ປີ (1991–2026). ກອງ​ປະ​ຊຸມຄັ້ງນີ້ ​ໄດ້​ສຸມ​ໃສ່ການ​ກວດຄືນ ການ​ພົວ​​ພັນ​ ຄູ່​ຮ່ວມ​ມື ​ຍຸດ​ທະ​ສາດ ອາ​ຊຽນ-ລັດ​ເຊຍ ​ຮອບ​ດ້ານ, ຕີ​ລາ​ຄາ​ໝາກ​ຜົນ ​ທີ່​ບັນ​ລຸ​ໄດ້, ຮັບ​ຮູ້​ສິ່ງ​ທ້າ​ທາຍ ແລະ ສະ​ເໜີ ​ບັນ​ດາການ​ກຳ​ນົດ​ທິດ​ທາງ ​ການ​ຮ່ວມ​ມື​ໃໝ່, ບຸກ​ທະ​ລຸ, ໂດຍ​ສະ​ເພາະ ​ແມ່ນ​ໃນຂົງ​ເຂດ​ຄວາມ​ໝັ້ນ​ຄົງ ​ດ້ານ​ພະ​ລັງ​ງານ ແລະ ການ​ຮ່ວມ​ສຳ​ພັນ ​ເສດ​ຖະ​ກິດ ອາ​ຊີ - ເອີ​ຣົບ. ບັນ​ດາ​ການ​ນຳ​ ກໍ​ໄດ້​ແລກ​ປ່ຽນ ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ ກ່ຽວ​ກັບ ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ ທີ່​ຕ່າງ​ຝ່າຍ​ຕ່າງ ​ມີ​ຄວາມ​ສົນ​ໃຈ. ພ້ອມ​ດຽວ​ກັນ​ນັ້ນ, ກໍຄາດ​ວ່າ ກອງ​ປະ​ຊຸມ​ ຈະ​ຮັບ​ຮອງ​ເອົາ​ ບັນ​ດາ​ເອ​ກະ​ສານ​ສຳ​ຄັນ, ສ້າງ​ຂອບ​ເຂດ​ ການ​ຮ່ວມ​ມື​ໃໝ່ ​ທີ່​ແທດ​ເໝາະ​ກັບ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ ​ຂອງ​ສອງ​ຝ່າຍ ໃນ​ໄລ​ຍະ​ຈະ​ມາ​ເຖິງ.ທ່ານ​ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ສສ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ ແລະ ດຳ​ເນີນຫລາຍ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ ​ຢູ່ນອກກອງ​ປ​ະ​ຊຸມ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top