ຫວຽດນາມ ຈະມີສະໜາມບິນແຫ່ງໃໝ່ເພີ່ມຂຶ້ນຕື່ມອີກ 7 ແຫ່ງ

17/06/2026 18:43
ຂປລ ກະຊວງກໍ່ສ້າງ ຫວຽດນາມ ໄດ້ລາຍງານ ຕໍ່ນາຍົກ ລັດຖະມົນຕີ ກ່ຽວກັບ ການສຳຫລວດ ກວດກາ ສັງລວມ ເນື້ອໃນ ແລະ ການຜັນຂະຫຍາຍ ການສ້າງ, ດັດປັບແຜນຜັງລະບົບ ສະໜາມບິນ ທົ່ວປະເທດ ໃນໄລຍະ 2021-2030, ວິໄສທັດຮອດ ປີ 2050.

ຂປລ.ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ກະ​ຊວງ​ກໍ່​ສ້າງ ຫວຽດ​ນາມ ໄດ້ລາຍ​ງານ ຕໍ່​ນາ​ຍົກ​ ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ ການ​ສຳຫລວດ ກວດ​ກາ​ ສັງ​ລວມ ​ເນື້ອ​ໃນ ແລະ ການ​ຜັນ​ຂະ​ຫຍາຍ ​​ການສ້າງ​, ດັດ​ປັບ​ແຜນ​ຜັງ​ລະ​ບົບ ສະໜາມບິນ​ ທົ່ວ​ປະ​ເທດ ໃນໄລ​ຍະ 2021-2030, ວິ​ໄສ​ທັດ​ຮອດ​ ປີ 2050.

ຕາມ​ບົດ​ລາຍ​ງານ ລະບຸວ່າ, ປັດ​ຈຸ​ບັນ, ​ທົ່ວ​ປະ​ເທດ ມີ​ສະໜາມບິນ ຈຳນວນ 22 ແຫ່ງ ແລະ ມີ​ສະໜາມບິນ  ​ໃໝ່ 5 ແຫ່ງ ພວມ​ໄດ້​ຮັບ​ ການ​ລົງ​ທຶນ​ ກໍ່​ສ້າງ, ​ເປັນຕົ້ນ: ລອງ​ແທັ່ງ (ດົ່ງ​ນາຍ), ຢາ​ບິ່ງ (ບັກ​ນິງ), ກວາງ​ຈິ, ຟານ​ທຽດ (ເລິມ​ດົ່ງ), ໂຖ​ຈູ (ອານ​ຢາງ).

ກ່ອນໜ້ານັ້ນ, ​ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ ການອະ​ນຸ​ມັດ​ຜ່ານ​ ຂອງ​ ນາ​ຍົກ​ ລັດ​ຖະ​ມົນ​ຕີ ​ກ່ຽວ​ກັບ ​ແຜ​ນ​ຜັງ ​ລະ​ບົບ​ສະໜາມບິນ ທີ່​ ໄດ້​ກຳ​ນົດ​ ໃນ​ໄລ​ຍະ 2021-2030, ສະນັ້ນ, ທົ່ວ​ປະ​ເທດ​ຫວຽດນາມ ລວມມີ ສະໜາມບິນ 30 ແຫ່ງ, ສະໜາມບິນສາ​ກົນ 14 ແຫ່ງ ແລະ ສະໜາມບິນ ພາຍໃນ​ ປະ​ເທດ 16 ແຫ່ງ.

ວິ​ໄສ​ທັດ​ຮອດ​ປີ 2050, ​ທົ່ວ​ປະ​ເທດຫວຽດນາມ ຈະ​ມີສະໜາມບິນ​ 33 ແຫ່ງ, ໃນ​ນັ້ນ ສະໜາມບິນ​​ສາ​ກົນ​  14 ແຫ່ງ,​ ​ສະໜາມບິນ​ ພາຍ​ໃນ​ປະ​ເທດ​  ຈໍານວນ 19 ແຫ່ງ. ນອກຈາກນັ້ນ, ​ກະ​ຊວງ​ ກໍ່​ສ້າງດັ່ງກ່າວ​ ຄາດ​ວ່າ​ ຮອດ​ປີ 2030, ຫວຽດ​ນາມ ຈະ​ນຳ​ສະໜາມບິນ​ໃໝ່ 7 ແຫ່ງ ເຂົ້າ​ໃຊ້​ງານ, ລວມ​ມີ: ລອງ​ແທັ່ງ, ຢາ​ຍິ່ງ, ກວາງ​ຈິ, ຟານ​ທຽດ, ຊາ​ປາ (ລາວ​ກາຍ), ໂຖ​ຈູ, ແທັ່ງ​ເຊີນ (ແຄັງ​ຮ​ວ່າ).

 

KPL

ຂ່າວອື່ນໆ

ads
ads

Top