ຂປລ
ຄະນະກຳມະການຄຸ້ມຄອງ ແລະ ຫລຸດຜ່ອນ ຄວາມສ່ຽງ ຈາກໄພພິບັດ ແຫ່ງຊາດຟິລິບປິນ ປະກາດ ບົດລາຍງານວ່າ: ແຜ່ນດິນໄຫວ ຮຸນແຮງ ທີ່ເກີດຂຶ້ນ ຢູ່ພາກໃຕ້ຂອງຟິລິບປິນ ໃນວັນທີ 8 ມິຖຸນານີ້ ໄດ້ສົ່ງຜົນກະທົບ ຕໍ່ປະຊາຊົນ 1.380.000 ຄົນ
ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ຄະນະກຳມະການຄຸ້ມຄອງ ແລະ ຫລຸດຜ່ອນ ຄວາມສ່ຽງ ຈາກໄພພິບັດ ແຫ່ງຊາດຟິລິບປິນ ປະກາດ ບົດລາຍງານວ່າ: ແຜ່ນດິນໄຫວ ຮຸນແຮງ ທີ່ເກີດຂຶ້ນ ຢູ່ພາກໃຕ້ຂອງຟິລິບປິນ ໃນວັນທີ 8 ມິຖຸນານີ້ ໄດ້ສົ່ງຜົນກະທົບ ຕໍ່ປະຊາຊົນ 1.380.000 ຄົນ, ເຮືອນ 68.000 ຫລັງ ຖືກທຳລາຍ. ຄວາມເສຍຫາຍ ໃນດ້ານພື້ນຖານໂຄງລ່າງ ຫລາຍກວ່າ 1 ຕື້ເປໂຊ ແລະ ຄວາມເສຍຫາຍ ໃນດ້ານກະສິກຳ ຫລາຍກວ່າ 29.000.000 ເປໂຊ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL