ທະນາຄານກາງ ອົດສະຕຣາລີ ສືບຕໍ່ຮັກສາອັດຕາດອກເບ້ຍ 4,35%

17/06/2026 18:43
ຂປລ ທະນາຄານກາງ ອົດສະຕຣາລີ (RBA) ມີມະຕິ ສືບຕໍ່ຮັກສາ ອັດຕາ ດອກເບ້ຍໄວ້ ໃນລະດັບ 4,35% (ໃນວັນທີ 16 ມິຖຸນາ) ຊຶ່ງສອດຄ່ອງກັບ ຕົວເລກ ທີ່ກຳນົດໄວ້ ຂອງນັກວິເຄາະ, ໃນຂະນະດຽວກັນ RBA ສົ່ງສັນຍານວ່າ ທະນາຄານກາງ ພ້ອມທີ່ຈະປັບຂຶ້ນ ອັດຕາ ດອກເບ້ຍ

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທະນາຄານກາງ ອົດສະຕຣາລີ (RBA) ມີມະຕິ ສືບຕໍ່ຮັກສາ ອັດຕາ ດອກເບ້ຍໄວ້ ໃນລະດັບ 4,35% (ໃນວັນທີ 16 ມິຖຸນາ) ຊຶ່ງສອດຄ່ອງກັບ ຕົວເລກ ທີ່ກຳນົດໄວ້ ຂອງນັກວິເຄາະ, ໃນຂະນະດຽວກັນ RBA ສົ່ງສັນຍານວ່າ ທະນາຄານກາງ ພ້ອມທີ່ຈະປັບຂຶ້ນ ອັດຕາ ດອກເບ້ຍ ເພື່ອຮັກສາ ສະຖຽນ ລະພາບ ຂອງ ລາຄາ ແລະ ສະໜັບສະໜູນ ການຈ້າງງານ ຢ່າງເຕັມຮູບແບບ .

ຄະນະ ກຳມະການ RBA ໄດ້ໃຫ້ຖະແຫລງການວ່າ: ອັດຕາ ເງິນເຟີ້ ຍັງຢູ່ໃນລະດັບສູງ ເກີນໄປ ເຮັດໃຫ້ RBA ຈໍາເປັນ ຕ້ອງຮັກສາ ອັດຕາ ດອກເບ້ຍ ນະໂຍບາຍໄວ້ ໃນລະດັບເດີມ, ,​ໃນຂະນະທີ່ RBA ພວມປະເມີນການຕອບສະໜອງ  ຕໍ່ການປັບຂຶ້ນ ອັດຕາ ດອກເບ້ຍ ໃນໄລຍະ ຜ່ານມາ , ລວມເຖິງ ຜົນກະທົບ ຈາກພາວະຢຸດຈຶ້ງ ຂອງຄວາມຕ້ອງການ ນໍ້າມັນ. ລາຄາ ນໍ້າມັນ ເຊື້ອໄຟ ເພີ່ມສູງຂຶ້ນ, ສົ່ງຜົນກະທົບ ໂດຍກົງ ຕໍ່ ອັດຕາ ເງິນເຟີ້ ແລະ ມີສັນຍາ ຊີ້ບອກວ່າ ຜົນກະທົບນີ້ ພວມສົ່ງ ຜ່ານໄປຍັງ ລາຄາ ສິນຄ້າ ແລະ ບໍລິການອື່ນໆ. ດັ່ງນັ້ນ ອັດຕາ ເງິນເຟີ້ ຈຶ່ງມີທ່າອ່ຽງ ທີ່ຈະຮັກສາ ຢູ່ໃນລະດັບສູງ ຕໍ່ໄປອີກໄລຍະໜຶ່ງ./

 

KPL

ຂ່າວອື່ນໆ

ads
ads

Top