ມາເລເຊຍ ສູນເສຍເງິນ ຈາກການສໍ້ໂກງອອນລາຍ ເພີ່ມຂຶ້ນເຖິງ 2,97ຕື້ຣິງກິດ

17/06/2026 18:43
ຂປລ ທ່ານ ມູຮຳຫມັດ ຄາລິດ ອີສມາອີລ ຜູ້ບັນຊາການ ຕຳຫລວດ ແຫ່ງຊາດ ມາເລເຊຍ ເປີດເຜີຍວ່າ: ມູນຄ່າ ຄວາມເສຍຫາຍ ຈາກການ ສໍ້ໂກງ ທາງອອນລາຍ ຢູ່ມາເລເຊຍ ເພີ່ມຂຶ້ນສູງເຖິງ 2,97 ຕື້ຣິງກິດ ໃນປີ 2025 ເມື່ອທຽບກັບ ຈຳນວນ 1,57 ຕື້ຣິງກິດ ໃນປີ 2024.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ມູຮຳຫມັດ ຄາລິດ ອີສມາອີລ ຜູ້ບັນຊາການ ຕຳຫລວດ ແຫ່ງຊາດ ມາເລເຊຍ ເປີດເຜີຍວ່າ: ມູນຄ່າ ຄວາມເສຍຫາຍ ຈາກການ ສໍ້ໂກງ ທາງອອນລາຍ ຢູ່ມາເລເຊຍ ເພີ່ມຂຶ້ນສູງເຖິງ 2,97 ຕື້ຣິງກິດ ໃນປີ 2025 ເມື່ອທຽບກັບ ຈຳນວນ 1,57 ຕື້ຣິງກິດ ໃນປີ 2024.

ໂດຍສະເພາະ ຄະດີຫລອກລວງ ໃຫ້ຮ່ວມລົງທຶນ ໃນໂຄງການປອມ ທີ່ບໍ່ມີທີ່ຕັ້ງ ສ້າງຄວາມເສຍຫາຍ ຢ່າງຫລວງຫລາຍທີ່ສຸດ, ດ້ວຍມູນຄ່າ ຄວາມເສຍຫາຍ 1,47 ຕື້ຣິງກິດ ໃນປີ 2025 ແລະ ຍັງມີຄະດີ ສໍ້ໂກງ ອອນລາຍລວມ 66.204 ຄະດີ, ເພີ່ມຂຶ້ນ 87% ເມື່ອທຽບໃສ່ ປີ 2024 ຊຶ່ງມີ 35.368 ຄະດີ. ການສໍ້ໂກງ ທາງໂທລະສັບ ຍັງເປັນໄພ ຄຸກຄາມ ສຳຄັນ ທີ່ສຸດ ດ້ວຍຈຳນວນ 28.388 ຄະດີ ໃນປີ 2025, ໃນຂະນະທີ່ ແກ້ງມິດຊາຊີບ ຍັງຄົງປັບປ່ຽນ ກົນວິທີ ແລະ ຮູບແບບ ການກໍ່ເຫດ ຢ່າງຕໍ່ເນື່ອງ , ໂດຍອາໄສ ຄວາມກ້າວໜ້າທາງດ້ານເຕັກໂນໂລຊີ ແລະ ແພດຟອມການສື່ສານ ສະໄໝໃໝ່ ເປັນເຄື່ອງມື, ດ້ວຍເຫດນີ້ ການປ້ອງກັນ, ການໃຫ້ຄວາມຮູ້ ໃຫ້ແກ່ປະຊາຊົນ ແລະ ການເສີມສ້າງ ຄວາມຮູ້ ດ້ານຄວາມປອດໄພ ທາງ ດິຈິຕອນ ຈຶ່ງກາຍເປັນເລື່ອງ ເລັ່ງດ່ວນທີ່ຫລາຍຝ່າຍ ຕ້ອງໃຫ້ຄວາມສຳຄັນ./

KPL

ຂ່າວອື່ນໆ

ads
ads

Top