ເມັກຊິກ ຈະຕ້ອນຮັບນັກທ່ອງທ່ຽວ ເພີ່ມຂຶ້ນ 10 ລ້ານທື່ອຄົນ

17/06/2026 18:43
ຂປລ ທ່ານ ໂຈເຊຟີນາ ໂຣດຄຣີເກສ ຊາໂມຣາ ລັດຖະມົນຕີ ກະຊວງການທ່ອງທ່ຽວ ເມັກຊິກ ຄາດວ່າ: ປະເທດນີ້ ຈະຕ້ອນຮັບ ນັກທ່ອງທ່ຽວ ເພີ່ມຂຶ້ນ ປະມານ 10 ລ້ານເທື່ອຄົນ ໃນໄລຍະ ການແຂ່ງຂັນ ບານເຕະໂລກ ຟີຟ່າ ເວີລຊັບ ຫລື ບານເຕະໂລກ 2026 ໃນໄລຍະ 1 ເດືອນ

ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ທ່ານ ໂຈເຊຟີນາ ໂຣດຄຣີເກສ ຊາໂມຣາ ລັດຖະມົນຕີ ກະຊວງການທ່ອງທ່ຽວ ເມັກຊິກ ຄາດວ່າ: ປະເທດນີ້ ຈະຕ້ອນຮັບ ນັກທ່ອງທ່ຽວ ເພີ່ມຂຶ້ນ ປະມານ 10 ລ້ານເທື່ອຄົນ ໃນໄລຍະ ການແຂ່ງຂັນ ບານເຕະໂລກ ຟີຟ່າ ເວີລຊັບ ຫລື ບານເຕະໂລກ 2026 ໃນໄລຍະ 1 ເດືອນ, ຊຶ່ງເລີ່ມຈັດຂຶ່ນ ໃນວັນທີ 11 ມິຖຸນາຜ່ານມາ. ໂດຍຄາດວ່າ ນັກທ່ອງທ່ຽວ ປະມານ 3 ລ້ານຄົນ ຈະເດີນທາງ ໄປຍັງ 3 ເມືອງເຈົ້າພາບຂອງເມັກຊິກໄດ້ແກ່: ນະຄອນຫລວງເມັກຊິກ, ເມືອງກົວດາລາຮາຣາ ແລະ ເມືອງມອນເຕຣເຣຍ.

ໂດຍສະເພາະ ເດືອນເມສາ,  ເມັກຊິກ ໄດ້ຮອງຮັບ ນັກທ່ອງທ່ຽວ ກວ່າ 9 ລ້ານເທື່ອຄົນ, ຊຶ່ງຕົວເລກ ດັ່ງກ່າວໄດ້ສະແດງ ໃຫ້ເຫັນວ່າ ຕົວເລກນີ້ ຈະເພີ່ມຂຶ້ນ ໃນໄລຍະການ ແຂ່ງຂັນ ບານເຕະໂລກ, ໂດຍສະເລ່ຍແລ້ວ ນັກທ່ອງທ່ຽວ ທີ່ເດີນທາງ ມາເບີ່ງ ບານເຕະໂລກ ທີ່ມີການໃຊ້ຈ່າຍສູງກວ່າ ນັກທ່ອງທ່ຽວທົ່ວໄປ ເຖິງ 48%. ໃນຂະນະທີ່ ນະຄອນຫລວງ ເມັກຊິກ ມີຜູ້ເຂົ້າຮ່ວມ ກິດຈະກຳ ທີ່ກ່ຽວຂ້ອງ ກັບ ບານໂລກປະມານ 4 ແສນຄົນ, ໃນນີ້ ມີປະມານ 3 ແສນຄົນ ໄປຢ່ຽມຢາມ ພື້ນທີ່ ກິດຈະກຳ ສຳລັບ ບານເຕະໂລກ, ແຟນເຟສ (FIFA Fan Fest) ແລະ ງານເທດສະການ ອີກຫລາຍລາຍການ./

KPL

ຂ່າວອື່ນໆ

ads
ads

Top